logo

ສີ​ສັນລະ​ດູ​ບານ​ໃໝ່​ ທັງ​ລອງ ໄດ້​ວາດ​ພາບ​ຄືນ​ຜ່ານ​ບັນ​ດາ​ພິ​ທີ​ກຳ​ຢູ່​ຄຸ້ມ​ຖະ​ໜົນ​ເມືອງ​ເກົ່າ ຮ່າ​ໂນ້ຍ

2026/2/14 | 23:00:00
(VOVWORLD) - ຢູ່ທ່າມກາງຄຸ້ມຖະໜົນເມືອງເກົ່າ ຮ່າໂນ້ຍ, ພິທີເປີດປະຕູ ໂອການເຈືອງ ໃນຕອນເຊົ້າວັນທີ 08 ກຸມພາ ໄດ້ວາດພາຍຄືນ ດ້ວຍບັນດາພິທີກຳທີ່ເປັນມູນເຊື້ອ, ຂະບວນແຫ່ ແລະ ສີສັນວັດທະນະທຳທີ່ເປັນເອກະລັກສະເພາະຢ່າງສົມກຽດ. ເຫດການໄດ້ເປີດສາກຕ້ອນຮັບລະດູບານໃໝ່ ທັງລອງ, ພ້ອມທັງກ່າວຢ້ຳເຖິງລວງເລິກທາງດ້ານວັດທະນະທຳ, ຈິດສຳນຶກ ແລະ ສີສັນວັດທະນະທຳ ພະລາດຊະວັງ ທັງລອງ.
ແຕ່ຮຸ່ງເຊົ້າ, ໃນສະພາບອາກາດຝົນຝອຍທີ່ເປັນເອກະລັກຂອງລະດູບານໃໝ່, ຢູ່ເຂດ ໂອກວານເຈືອງ ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວຈຳນວນຫຼາຍມາຕິດຕາມຮັບຊົມພິທີ ເປີດປະຕູ ໂອກວານເຈື່ອງ. ນີ້ແມ່ນພິທີເລີ່ມຕົ້ນພິທີກຳຕ່າງໆຂອງລາຍການ “ເຕັດຫວຽດ - ເຕັດຄຸ້ມຖະໜົນເມືອງເກົ່າ”, ວາດພາບຄືນຮີດຄອງປະເພນີຕ້ອນຮັບລະດູບານໃໝ່ທີ່ເປັນມູນເຊື້ອຂອງຊາວ ຮ່າໂນ້ຍ ສະໄໝແຕ່ກີ້.
ຮູບພາບປະຕູ ໂອກວານເຈືອງ ແມ່ນຮ່ອງຮອຍຫາຍາກທີ່ຍັງເຫຼືອໄວ້ຂອງພະລາດຊະວັງ ທັງລອງ. ການເປີດປະຕ ູໂອກວານເຈືອງ ມີຄວາມໝາຍເປັນສັນຍາລັກ, ສະແດງໃຫ້ແກ່ການຕ້ອນຮັບລະດູບານໃໝ່; ພ້ອມດຽວກັນນັ້ນ, ກໍທົບທວນຄືນບັນດາຄຸນຄ່າປະຫວັດສາດ ແລະ ວັດທະນະທຳຂອງພະລາດຊະວັງ ທັງລອງ ແຕ່ກີ້ແຕ່ກ່ອນ.
ຂະບວນແຫ່ປະເພນີໄປຜ່ານ ໂອກວານເຈືອງ ວາດພາບຄືນຮູບພາບຄະນະຈັດພິທີກຳເດີນເຂົ້າພະລາດຊະວັງ ທັງລອງ ໃນເມື່ອກ່ອນ.
ພວກນ້ອງອະນຸຊົນເຍົາວະຊົນໃນຊຸດອາພອນທີ່ເປັນມູນເຊື້ອແກ່ເອົາບັນດາໂຕມ້າທີ່ເຮັດດ້ວຍໄມ້ - ຮູບແບບເຄື່ອງລະຫຼີ້ນທີ່ຄຸ້ນເຄີຍຂອງຊາວ ຮ່າໂນ້ຍ ນັບແຕ່ຕົ້ນສະຕະວັດທີ XX. ຮູບພາບດັ່ງກ່າວ ໄດ້ຢ້ຳຄະນຶງເຖິງຄວາມຊົງຈຳຂອງຄາວເຍົາໄວທີ່ລຽບງ່າຍ, ສະແດງໃຫ້ເຫັນການສືບທອດວັດທະນະທຳທີ່ເປັນມູນເຊື້ອຜ່ານລຸ້ນຕ່າງໆ.
ຈຸດພິເສດຂອງລາຍການແມ່ນຂະບວນແຫ່ດອກໄມ້ເຜີຍແຜ່ຂ່າວລະດູບານໃໝ່ດ້ວຍການເຂົ້າຮ່ວມຂອງມ້າເຖິກ 15 ໂຕ.
ບັນດາສະມາຊິກໃນຊຸດອາພອນທີ່ເປັນມູນເຊື້ອໄດ້ສະແດງເຕັກນິກບັນຊາມ້າ, ນຳມາເຊິ່ງຄວາມຈັບໃຈໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ.
ໃນເຂດມໍລະດົກທີ່ເຂັ້ມຂຸ້ນໄປດ້ວຍຮ່ອງຮອຍປະຫວັດສາດ, ຂະບວນແຫ່ກັບທຸງງານບຸນ, ຊຸດອາພອນທີ່ເປັນມູນເຊື້ອ ແລະ ບົດເພງທຳພິທີຢ່າງເຄັ່ງຂຶມ ໄດ້ສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກຂອງພິທີ, ເລີ່ມຕົ້ນວິວັດການແຜ່ກະຈາຍສີສັນລະດູບານໃໝ່ເຂົ້າຄຸ້ມຖະໜົນເມືອງເກົ່າ ຮ່າໂນ້ຍ.
ບັນຍາກາດຂອງງານບຸນລະດູບານໃໝ່ມີຄວາມຄຶກຄື້ນຂຶ້ນຕື່ມ ດ້ວຍວາດຟ້ອນທີ່ເປັນມູນເຊື້ອ.
ສຽງຄ້ອງ, ສຽງກອງປະສົມປະສານກັບສີສັນຂອງງານບຸນ ອັນໄດ້ສ້າງເປັນພາບບັນຍາກາດລະດູບານໃໝ່ທີ່ມີຊີວິດຊີວາ.
ບັນດາເພື່ອນໜຸ່ມນຸ່ງຊຸດຍ້ອນຍຸກເຂົ້າຮ່ວມຂະບວນຍ່າງໃນທ່າທີທີ່ເຄັ່ງຂຶມ, ສຸພາບ ເມື່ອໄປຜ່ານຄຸ້ມຖະໜົນເກົ່າສາຍຕ່າງໆ.
ສີສັນຂອງຊຸດຍ້ອນຍຸກ, ທຸງງານບຸນ ແລະ ບົດເພງທຳພິທີນັ້ນ ໄດ້ວາດພາບຄືນບັນຍາກາດຂອງລະດູບານໃໝ່ແບບດັ້ງເດີມໃນແຕ່ລະແຈທຸກມູມຄຸ້ມຖະໜົນເມືອງເກົ່າ.
ປະຊາຊົນ ແລະ ແຂກທ່ອງທ່ຽວເຊື່ອມຕົວເຂົ້າກັບບັນດາກິດຈະກຳວັດທະນະທຳທີ່ເປັນມູນເຊື້ອຍາມຕົ້ນລະດູບານໃໝ່.
ບັນດາບາດກ້າວເດີນຕາມຈັງຫວະພ້ອມກັບຊຸດອາພອນພື້ນເມືອງ ໄດ້ວາດພາບຄືນສີສັນຂອງບຸນເຕັດແບບດັ້ງເດີມ; ພ້ອມທັງ, ແຜ່ກະຈາຍຈຸດຄວາມງາມທາງດ້ານວັດທະນະທຳ ທັງລອງ.
ຂະບວນແຫ່ພວມເດີນເຂົ້າເດີ່ນສາລາບ້ານ ກິມເງິນ ພາຍຫຼັງຍ່າງອ້ອມຖະໜົນສາຍຕ່າງໆໃນຄຸ້ມຖະໜົນເກົ່າ.
ຈຸດເວລາຄະນະງານບຸນເຕົ້າໂຮມກັນຢູ່ເຂດຮ່ອງຮອຍປະຫວັດສາດໄດ້ສ້າງເປັນພາບວັດທະນະທຳທີ່ມີຊີວິດຊີວາ, ຜູກພັນອາດີດຕະການກັບປັດຈຸບັນ ໃນບັນຍາກາດງານບຸນຕົ້ນລະດູບານໃໝ່.
ພິທີ ກາວອຽດ (ໝາຍຄວາມວ່າລາຍງານ) ໂດຍມີການເຂົ້າຮ່ວມຂອງຜູ້ອາວຸໂສ, ຄະນະໄຫວ້ບູຊາ ພ້ອມດ້ວຍປະຊາຊົນ ແລະ ແຂກທ່ອງທ່ຽວຈຳນວນຫຼາຍ.
ຄະນະໄຫວ້ບູຊານຸ່ງຊຸດອາພອນພື້ນເມືອງ ປະຕິບັດບັນດາພິທີກຳຖະຫວາຍທູບທຽນ, ກ່າວບົດອວຍພອນ ແລະ ດຳເນີນບັນດາຂັ້ນຕອນທີ່ຖືກຕ້ອງຕາມປະເພນີ, ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖືຕໍ່ເຈົ້າ ຮວ່າງ - ເຊິ່ງເປັນເຈົ້າທີ່ໄດ້ຮັບການເຊີດຊູວ່າ ເປັນຜູ້ມີຄຸນງາມຄວາມດີຕໍ່ການປົກປັກຮັກສາ, ອຸປະຖຳຄ້ຳຊູ ແລະ ຜູກພັນວົງຄະນະຍາດຊຸມຊົນ.
ນັກສິລະປິນຂຽນຕົວໜັງສືຫວຽດເດີມ ແຖວໜັງສື “ປະສົບຜົນສຳເລັດ” ເພື່ອແຂວນໃສ່ຕົ້ນກະຖິນໃນວັນບຸນເຕັດ.
ພິທີກຳຕັ້ງຕົ້ນກະຖິ່ນ ດ້ວຍຄວາມປາດຖະໜາຂໍໃຫ້ມີຄວາມສະຫງົບສຸກ, ໂຊກດີ ແລະ ຂັບໄລ່ສິ່ງທີ່ບໍ່ດີບໍ່ຈົບບໍ່ງາມໃນປີໃໝ່
ການເຄື່ອນໄຫວນີ້ ຊ່ວຍໃຫ້ມະຫາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຄວາມໝາຍດ້ານວັດທະນະທຳ ແລະ ການເຫຼື້ອມໃສໃນການດຳລົງຊີວິດຂອງຄົນ ຫວຽດ.
ບັນດານັກສິລະປິນຕາແສງ ຊວານ ຝູເຖາະ ສະແດງການຂັບ ຊວານ ຢູ່ປະຕູເຂົ້າສາລະບ້ານ ກິມເງິນ ໃນລາຍການດຳເນີນຊີວິດວັດທະນະທຳບຸນປີໃໝ່.
ລາຍການຂັບ ຊວານ ວາດພາບຄືນພິທີກຳຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ຂໍພອນໄຊສີສຸກຍາມຕົ້ນປີ.

 

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ