logo

ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃຫມ່ປະຈຳຊາດ ລາວ.

2012/4/12 | 05:58:50
ທ່ານ ສົມ​ພອນ       ສີ​ຈະ​ເລີ​ນ ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ການຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່ ລາວ ຢູ່ ຮ່າ​ໂນ້ຍ ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ ທົບ​ທວນ​ຄືນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ລະຫວ່າງ ລາວ ​ແລະ ຫວຽດນາມ ​ໃນ​ຫນຶ່ງ​ປີຜ່ານມາ.

ທ່ານສົມພອນ ສີຈະເລີນ​ ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ​ກ່າວຄຳເຫັນນະພິທີຕ້ອນຮັບປີໃຫມ່
ພາບ:internet

(vovworld)- ຕອນ​ຄຳ່​ວັນ​ທີ 11/4 ຢູ່ ຮ່າ​ໂນ້ຍ, ສະຖານທູດ ລາວ ປະຈຳ ຫວຽດນາມ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່ ລາວ ພສ 2555. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ສົມ​ພອນ       ສີ​ຈະ​ເລີ​ນ ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ການຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່ ລາວ ຢູ່ ຮ່າ​ໂນ້ຍ ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ ທົບ​ທວນ​ຄືນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ລະຫວ່າງ ລາວ ​ແລະ ຫວຽດນາມ ​ໃນ​ຫນຶ່ງ​ປີຜ່ານມາ. ພິ​ເສດ ​ແມ່ນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ ລາວ ກັດ້ວຍ​ຫລາຍ​ເຫດການ​ທີ່ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ພັກ ​ແລະ ລັດ ລາວ ຮັບ​ຮູ້​ໄດ້​ວ່າ: ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​​ນັບ​ໄດ້ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາຢ່າງ​​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ.

 

 

 

TAG
ປີໃຫມ່ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ