logo

ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ ປະ​ຕິ​ເສດ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ສິນ​ຄ້າ ກາ​ນາ​ດາ

2026/2/12 | 09:14:45
(VOVWORLD) - ຮ່າງກົດໝາຍໂດຍບັນດາສະມາຊິກລັດຖະສະພາພັກປະຊາທິປະໄຕສະເໜີໂດຍໄດ້ຮັບຮອງເອົາດ້ວຍອັດຕາບັດເຫັນດີ 219 ບັດ ແລະ ບັດຄ້ານ 211ບັດ, ໃນນັ້ນມີສະມາຊິກລັດຖະສະພາພັກສາທາລະນະ 6 ທ່ານປ່ອນບັດສະໜັບສະໜູນ.
ທ່າກຳປັ່ນ Vancouver, Canada (ພາບ: REUTERS/Jennifer Gauthier)

ວັນທີ 11 ກຸມພາ, ຕາມເວລາທ້ອງຖິ່ນ, ສະພາຕ່ຳ ອາເມລິກາໄດ້ປ່ອນບັດປະຕິເສດການຈັດວາງພາສີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບສິນຄ້າການາດາ, ສ້າງຂີດໝາຍເປັນໜຶ່ງໃນຈຳນວນໜ້ອຍຂອງການກະທຳເປີດເຜີຍການຄັດຄ້ານນະໂຍບາຍເສດຖະກິດຫຼັກແຫຼ່ງຂອງທ່ານ Trump ຈາກບັນດາສະມາຊິກລັດຖະສະພາພັກສາທາລະນະ. ຮ່າງກົດໝາຍໂດຍບັນດາສະມາຊິກລັດຖະສະພາພັກປະຊາທິປະໄຕສະເໜີໂດຍໄດ້ຮັບຮອງເອົາດ້ວຍອັດຕາບັດເຫັນດີ 219 ບັດ ແລະ ບັດຄ້ານ 211ບັດ, ໃນນັ້ນມີສະມາຊິກລັດຖະສະພາພັກສາທາລະນະ 6 ທ່ານປ່ອນບັດສະໜັບສະໜູນ. ເຖິງຢ່າງໃດກໍຕາມ, ການກະທຳນີ້ ສ່ວນຫຼາຍມີລັກສະນະເປັນສັນຍາລັກ, ຍ້ອນທຸກມາດຕະການແມ່ນເພື່ອແນໃສ່ລົບລ້າງພາສີອາກອນ ທີ່ຍັງຕ້ອງໄດ້ຮັບການຮັບຮອງເອົາຈາກສະພາສູງ ແລະ ປະທານາທິບໍດີ ເຊັນປະກາດໃຊ້.

TAG
VOV/VOVworld/​ອາ​ເມ​ລິ​ກາ/ກາ​ນາ​ດາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ