
(vovworld) - ໃນລະຫວ່າງວັນທີ 13-14/5, ປະທານາທິບໍດີ ເກຼັກ Karolos Papoulias ຕ້ອງມີການເຈລະຈາກັບການນຳ 3 ພັກທີ່ນຳໜ້າໃນການເລືອກຕັ້ງກ່ອນກຳນົດເວລາຢູ່ປະເທດນີ້ ກໍ່ຄືບັນດາພັກອື່ນໆ ເພື່ອຕົກລົງກ່ຽວກັບການສ້າງຕັ້ງລັດຖະບານປະສົມ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ Karolos Papoulias ຍາກທີ່ຈະປະຕິບັດໄດ້, ເມື່ອພັກຕ່າງໆພັດມີທັດສະນະທີ່ແຕກຕ່າງກັນກ່ຽວກັບນະໂຍບາຍປະຢັດທີ່ຮ້າຍແຮງ ເຊິ່ງ ອາແທນ ພວມນຳໃຊ້. ສິ່ງດັ່ງກ່າວໝາຍຄວາມວ່າ ເກຼັກ ອາດຈະຕ້ອງຈັດການເລືອກຕັ້ງຄືນໃໝ່, ແລະ ເກຼັກ ອາດຈະຕ້ອງແຍກອອກຈາກພາກພື້ນທີ່ນຳໃຊ້ສະກຸນເງິນລວມຂອງເອີລົບ, ຍິ່ງກວ່ານັ້ນ, ສະພາບດັ່ງກ່າວອາດຈະສົ່ງຜົນສະທ້ອນບໍ່ໜ້ອຍເຖິງສະຫະພາບເອີລົບ.
ເລື່ອງປະທານາທິບໍດີ ເກຼັກ ຕ້ອງເປັນປະທານການເຈລະຈາກັບພັກການເມືອງຕ່າງໆ ເພື່ອສ້າງຕັ້ງລັດຖະບານປະສົມນັ້ນ ໄດ້ສະແດງໃຫ້ເຫັນວ່າ ສະພາບການເມືອງທີ່ບໍ່ມີທາງອອກພວມເກີດຂຶ້ນຢ່າງຮ້າຍແຮງຢູ່ປະເທດນີ້. ນີ້ຖືກຖີວ່າແມ່ນຄວາມມານະພະຍາຍາມສຸດທ້າຍ ເພື່ອຊ່ວຍໃຫ້ ເກຼັກ ບໍ່ຕ້ອງຈັດຕັ້ງການເລືອກຕັ້ງຄືນໃໝ່ໃນເດືອນ 6 ຈະມາເຖິງ. ສາຍເຫດທີ່ພາໃຫ້ສະພາບການເມືອງຕົກເຂົ້າສູ່ສະພາບອັນຮ້າຍແຮງຄືດັ່ງກ່າວ, ນັ້ນແມ່ນຍ້ອນປະທານພັກປະສົມຝ່າຍຊ້າຍ Syriza Alexis Tsipra ເຊິ່ງແມ່ນໜຶ່ງໃນ ສາມພັກທີ່ຍາດໄດ້ຈຳນວນບັດສະໜັບສະໜູນຫຼາຍສຸດໃນການເລືອກຕັ້ງສະພາແຫ່ງຊາດກ່ອນນີ້ 1 ສັບປະດາ, ໄດ້ເດັດດ່ຽວປະຕິເສດບໍ່ເຂົ້າຮ່ວມລັດຖະບານໃດໆທີ່ມີແນວຄວາມຄິດຈະປະຕິບັດບັນດາຂໍ້ມາດຕາໃນສັນຍາກູ້ຊ່ວຍການເງິນສາກົນທີ່ສະຫງວນໃຫ້ແກ່ ອາແທນ. Syriza ຢາກໃຫ້ ເກຼັກ ຕ້ອງຖອນອອກຈາກຂໍ້ຕົກລົງກູ້ຊ່ວຍສະພາບລົ້ມລະລາຍ ເຊິ່ງປະເທດນີ້ໄດ້ລົງນາມກັບສະຫະພາບເອີລົບ (EU) ແລະ ກອງທຶນເງິນຕາສາກົນ (IMF) ເມື່ອປີ 2010. ຕາມໝາກຜົນແຫ່ງການເຕີບໂຕທາງດ້ານເສດຖະກິດຂອງ ເກຼັກ ໃນໄລຍະມໍ່ໆມານີ້ ອາດສາມາດເຂົ້າໃຈໄດ້ວ່າ ເປັນຫຍັງ Syriza ພັດມີປະຕິກິລິຍາຄືແນວນັ້ນ. ຕາມຕົວເລກສະຖິຕິແລ້ວ, ໃນ 2 ປີແຫ່ງການນຳໃຊ້ນະໂຍບາຍປະຢັດ, ພື້ນຖານເສດຖະກິດ ເກຼັກ ບໍ່ໄດ້ຮັບການຈະເລີນເຕີບໂຕ, ຫາກຖືກຊຸດໂຊມອີກດ້ວຍ. ປີ 2012, ຂອບຂະໜາດເສດຖະກິດ ເກຼັກ ອາດສືບຕໍ່ຖືກຮັດແຄບລົງຕື່ມອີກ 6% ແລະ ບໍ່ສາມາດເຕີບໂຕໄດ້ໃນປີຈະມາເຖິງ, ຊ້ຳບໍ່ໜຳ ເກຼັກ ພຽງແຕ່ມີເງິນພໍດີໃຫ້ແກ່ການຈ່າຍເງິນເດືອນ ແລະ ເບ້ຍບຳນານຈົນຮອດທ້າຍເດືອນ 6 ເທົ່ານັ້ນ. ໃນຂະນະນັ້ນ, ອັດຕາສ່ວນຫວ່າງງານໃນເດືອນ 2 ໄດ້ເພີ່ມຂຶ້ນເຖິງລະດັບ 21,7%. ຜູ້ມີສິດເລືອກຕັ້ງ ເກຼັກ ຖືວ່າ, ຍ້ອນມາດຕະການປະຢັດໂດຍ EU ຈັດວາງໃຫ້ແກ່ບັນດາສະມາຊິກນັ້ນ ໄດ້ເຮັດໃຫ້ສະພາບການຢູ່ ເກຼັກ ນັບມື້ນັບຫຍຸ້ງຍາກຍິ່ງຂຶ້ນ.

ທຸກສິ່ງທຸກຢ່າງທີ່ພວມເກີດຂື້ນຢູ່ ເກັຼກ ໃນອາທິດທີ່ຜ່ານມາສະແດງໃຫ້ເຫັນວ່າ: ການແກ້ໄຂສະພາບການເມືອງທີ່ບໍ່ມີທາງອອກຢູ ເກຼັກ ແມ່ນຫຍຸ້ງຍາກຫຼາຍ, ແລະ ປະເທດນີ້ຕ້ອງປະເຊີນໜ້າກັບສາພາບບໍ່ອາດສ້າງຕ້ັງລັດຖະບານປະສົມ, ເຊິ່ງສາຍເຫດແມ່ນຍ້ອນບັນດາຄວາມບໍ່ລົງລອຍການລະຫວ່າງບັນດາພັກຝ່າຍ ການເມືອງທີ່ກ່ຽວຂ້ອງ




