logo

ສະ​ພາບ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ

2026/3/19 | 08:17:57
(VOVWORLD) -  ຄາດວ່າ, ວັນທີ 22 ມີນາ, ສະພາເລືອກຕັ້ງແຫ່ງຊາດ ຈະປະກາດໝາກຜົນການເລືອກຕັ້ງ ສສຊ ຊຸດທີ 16, ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2026-2031. ໃນການເລືອກຕັ້ງທີ່ຜ່ານມາ, ດ້ວຍຈຳນວນຜູ້ມີສິດເລືອກຕັ້ງ 99,68 % ໄປປ່ອນບັດ, ໄດ້ສະແດງໃຫ້ເຫັນພາບພົດທີ່ມີຊີວິດຊີວາ ກ່ຽວກັບການປະຕິບັດສິດຂອງພົນລະເມືອງ. ໃນຜົນສຳເລດນີ້ມີການປະກອບສ່ວນຂອງສາຊະນິກກະຊົນກ່ວາ 27 ລ້ານຄົນທີ່ຂຶ້ນກັບບັນດາສາສະໜາທີ່ແຕກຕ່າງກັນ (ກວມເອົາປະມານ 27% ພົນລະເມືອງ) ຊື່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ປຊຊ ຜູ້ເຊື່ອຖືສາສະໜາຕ່າງໆ ຕໍ່ເຫດການການເມືອງສຳຄັນຂອງປະເທດຊາດ.
ສາສະນິກກະຊົນເຂົ້າຮ່ວມງານບຸນວິສາຂະບູຊາ 2025 (ພາບ: VOV)

    ຕາມປື້ມປົກຂາວ “ສາສະໜາ ແລະ ນະໂຍບາຍວ່າດ້ວຍສາດສະໜາຢູ່ ຫວຽດນາມ” (ປີ 2023), ຢູ່ ຫວຽດນາມ ມີ 43 ອົງການຈັດຕັ້ງ, ຂຶ້ນກັບ 16 ສາສະໜາທີ່ລັດໄດ້ຮັບຮູ້ ແລະ ອອກໃບອະນຸຍາດຈົດທະບຽນການເຄື່ອນໄຫວດ້ວຍສາສະນິກກະຊົນກ່ວາ 27,7 ລ້ານຄົນ. ມີ 5 ສາສະໜາໃຫ່ຍດ້ວຍຈຳນວນສາສະນິກກະຊົນກ່ວາ 1 ລ້ານຄົນຄື: ສາດສະໜາພຸດ, ສາດສະໜາກາໂຕລິກ, ສາດສະໜາພຸດ ຮ່ວາຫາວ, ໂປແຕັດສະຕັງ, ກາວດ່າຍ…

ພິທີຕ້ອນຮັບປີໃໝ່ຂອງຊາວເຜົ່າ ຂະແມ ຢູ່ ຈ່າວິງ   (ພາບ: VOV)

 ຮັບປະກັນສິດເປັນເຈົ້າ

    ໃນຕົ້ນເດືອນມີນາປີ 2026, ກະຊວງຊົນເຜົ່າ ແລະ ສາສະໜາ ມີເອກະສານທາງການເລກທີ 494 ສົ່ງເຖິງຄະນະກຳມະການ ປຊຊ ບັນດາແຂວງ, ນະຄອນ ສະເໜີມີຄວາມເອົາໃຈໃສ່, ຊີ້ນຳບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ຜັນຂະຫຍາຍປະຕິບັດວຽກງານໂຄສະນາກ່ຽວກັບການເລືອກຕັ້ງໃຫ້ ໃນໝູ່ ປຊຊ ຊາວຊົນເຜົ່າສ່ວນໜ້ອຍເປັນຢ່າງດີ, ເພື່ອແນໃສ່ຈັດການເລືອກຕັ້ງຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ທ່ານ ກະເລ່ນ ຊາວຄຼິດບ້ານ ກະລອງ ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:

 ພາຍຫຼັງໄດ້ໄປເຮັດພິທີຢູ່ໂບດມາ, ຊາວຄຼິດເກືອບທັງໝົດໄດ້ເຂົ້າຮ່ວມການເລືອກຕັ້ງໂດຍທັນທີ. ປຊຊ ກຳໄດ້ແຜນນະໂຍບາຍຂອງພັກ ແລະ ລັດ, ດັ່ງນັ້ນ ກໍ່ມີຄວາມກະຕືລີລົ້ນໄປປະຕິບັດສິດທິພົນລະເມືອງຂອງຕົນ ດ້ວຍຄວາມພາກພູມໃຈທີ່ສຸດ.

(ພາບ: VOV)

    ໃນຕົວຈິງ, ໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ 16, ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2026-2031, ອາດເຫັນວ່າມີໂຄງປະກອບຫຼາຍຮູບຫຼາຍແບບ ດ້ວຍການມີໜ້າຂອງຜູ້ມີຍົດຖາບັນດາສັກ, ນັກບວດຂອງສາສະໜາພຸດ, ສາສະໜາຄຼິດ, ໂປແຕັດສະຕັງ….ເລື່ອງຜູ້ມີຍົດຖາບັນດາສັກໄດ້ສະໝັກຮັບເລືອກຕັ້ງເຂົ້າໃນອົງການສິດອຳນາດສູງສຸດຂອງລັດ ແມ່ນການພິສູດໃຫ້ເຫັນສິດສະເໝີພາບກ່ຽວກັບສິດການເມືອງ. ເຂົາເຈົ້າບໍ່ພຽງແຕ່ໄດ້ເປັນຜູ້ຕາງໜ້າໃຫ້ແກ່ກົດໝາຍເທົ່ານັ້ນ, ຖ້າໄດ້ຮັບການເລືອກຕັ້ງ, ເຂົາເຈົ້າຈະນຳເອົາສຽງເວົ້າຂອງຜູ້ມີສິດເລືອກຕັ້ງບັນດາສາສະໜາເຂົ້າໃນເວທີການເມືອງ, ປະກອບສ່ວນເຂົ້າໃນວິວັດການສ້້າງກົດໝາຍ ແລະ ຕົກລົງບັນດາບັນຫາສຳຄັນຍິ່ງຂອງປະເທດຊາດອີກດ້ວຍ.

ສິດເສລີພາບທາງສາສະໜາຢູ່ ຫວຽດນາມ ສະແດງອອກຜ່ານຫຼາຍແງ່ມູມ

    ຍາມໃດພັກ ແລະ ລັດ ຫວຽດນາມ ກໍ່ມີຄວາມເອົາໃຈໃສ່ເຖິງເລື່ອງເລືອກເອົາບັນດາຜູ້ແທນໃນບັນດາຊົນເຜົ່າ, ສາສະໜາເພື່ອເຂົ້າເປັນ ສສຊ ແລະ ສະມາຊິກສະພາ ປຊຊ ທຸກຂັ້ນ. ໃນຊຸມປີຜ່ານມາ, ອັດຕາສ່ວນ ສສຊ ໃນບັນດາຊົນເຜົ່າ, ສາສະໜາ ຍາມໃດກໍ່ໄດ້ຖືເປັນສຳຄັນ. ສະພາແຫ່ງຊາດຊຸດທີ 15 ອາຍຸການ 2021-2026 ມີຜູ້ໄດ້ຮັບການເລືອກຕັ້ງ 499 ທ່ານ, ໃນນັ້ນ ມີ 89 ທ່ານ ເປັນຊາວຊົນເຜົ່າສ່ວນໜ້ອຍ (ກວມເອົາ 17,84%), ມີ 05 ທ່ານເປັນຜູ້ມີຍົດຖາບັນດາສັກ.

   ການມີໜ້າຂອງຜູ້ມີຍົດຖາບັນດາສັກໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຫຼືບັນຊີລາຍຊື່ຜູ້ໄດ້ຮັບການເລືອກຕັ້ງ ແມ່ນສິ່ງພິສູດໃຫ້ເຫັນເລື່ອງລົບລ້າງບັນດາຄວາມນຶກຄິດຕາຍຕົວ ກ່ຽວກັບການຈຳແນກການປະພຶດລະຫວ່າງບັນດາສາສະໜາໃນອົງການໂດຍ ປຊຊ ເລືອກຕັ້ງ. ຍາມໃດ ພໍ່ແມ່ ປຊຊ ບັນດາສາສະໜາກໍ່ແມ່ນແຫຼ່ງກຳລັງສຳຄັນ ໃນການສ້າງສາ ແລະ ພັດທະນາປະເທດຊາດ.

   ຢູ່ ຫວຽດນາມ , ພໍ່ແມ່ ປຊຊ ບັນດາຊົນເຜົ່າ, ສາສະໜາ ແມ່ນສ່ວນໜຶ່ງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ການຮັບປະກັນສິດເສລີພາບໃນການເຫຼື້ອມໃສສາສະໜາ ບໍ່ພຽງແຕ່ແມ່ນການປະຕິບັດກົດໝາຍເທົ່ານັ້ນ, ຫາກຍັງແມ່ນຄວາມເຄົາລົບຄວາມມີຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບອີກດ້ວຍ, ແມ່ນການສ້າງໃຫ້ມີພື້ນທີ່ເພື່ອໃຫ້ ປຊຊ ທຸກຄົນ ເຖິງວ່າມີຄວາມເຊື່ສອຖືສາສະໜາຫຼືບໍ່ມີ ກໍ່ລ້ວນແຕ່ມີຄວາມຮູ້ສຶກວ່າ ຕົນເອງແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ ໃນບັນດາຜົນງານຂອງປະເທດຊາດ./.

TAG
VOV/VOVworld/ສະ​ພາບ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ/ທ່ານ ກະເລ່ນ ຊາວຄຼິດບ້ານ ກະລອງ ແຂວງ ເລິມດົ່ງ/ສາດສະໜາພຸດ/ສາດສະໜາກາໂຕລິກ/ສາດສະໜາພຸດ ຮ່ວາຫາວ/ໂປແຕັດສະຕັງ/ກາວດ່າຍ…

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ