logo

“ສະພາສັນຕິພາບ” ໃຫ້ຄຳໝັ້ນສັນຍາປະກອບເງິນຈຳນວນ 5 ຕື້ USD ເພື່ອສ້າງເຂດ ກາຊາ ຄືນໃໝ່

2026/2/16 | 08:44:18
(VOVWORLD) - ບັນດາຄຳໝັ້ນສັນຍາຈະໄດ້ປະກາດເປັນທາງການ ເມື່ອສະພານີ້ຈັດກອງປະຊຸມເປັນຄັ້ງທຳອິດຢູ່ ວໍຊິງຕັນ ໃນວັນທີ 19 ກຸມພາ ຈະມາເຖິງ.

ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ບັນດາສະມາຊິກຂອງ “ສະພາສັນຕິພາບ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນນັ້ນ ໄດ້ໃຫ້ຄຳໝັ້ນສັນຍາປະກອບເງິນຈຳນວນ 5 ຕື້ USD ເພື່ອສ້າງເຂດ ກາຊາ ຄືນໃໝ່, ພ້ອມກັນນັ້ນ ກໍ່ກະກຽມການຜັນຂະຫຍາຍບຸກຄະລາກອນນັບພັນຄົນເຂົ້າຮ່ວມການຮັກສາສະຖຽນລະພາບ ແລະ ຮັກສາຄວາມໝັ້ນຄົງສາກົນຢູ່ເຂດດິນແດນແຫ່ງນີ້.

ເມື່ອຂຽນລົງໃນສື່ສັງຄົມໃນວັນທີ 15 ກຸມພາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ບັນດາຄຳໝັ້ນສັນຍາຈະໄດ້ປະກາດເປັນທາງການ ເມື່ອສະພານີ້ຈັດກອງປະຊຸມເປັນຄັ້ງທຳອິດຢູ່ ວໍຊິງຕັນ ໃນວັນທີ 19 ກຸມພາ ຈະມາເຖິງ. ບັນດາປະເທດສະມາຊິກກໍ່ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນບຸກຄະລາກອນໃຫ້ແກ່ກຳລັງຮັກສາຄວາມສະຖຽນລະພາບສາກົນ ແລະ ກຳລັງຕຳຫຼວດທ້ອງຖິ່ນ ເພື່ອແນໃສ່ຮັກສາຄວາມໝັ້ນຄົງ ແລະ ສັນຕິພາບຢູ່ ກາຊາ. ທ່ານກໍ່ຖະແຫຼງວ່າ ຂະບວນການອິດສະລາມ ຮາມາດສ ຕ້ອງປົດອາວຸດຢ່າງສິ້ນເຊິ່ງ ແລະ ໃນທັນທີ, ຖືນີ້ແມ່ນເງື່ອນໄຂສຳຄັນເພື່ອຮັບປະກັນຄວາມສະຖຽນລະພາບຢ່າງຍາວນານ.

TAG
VOV/VOVworld/​ຄຳ​ໝັ້ນ/​ສັນ​ຍາ​/ບຸກ​ຄະ​ລາ​ກອນ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ