logo

ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ມີ​ຄວາມ​ຮຽກ​ຮ້ອງ​​ຢ່າງສູງ​ຕໍ່​ວຽກ​ງານ​ກະກຽ​ມ​ເລືອກ​ຕັ້ງ

2025/12/15 | 11:49:00
(VOVWORLD) - ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 4.
 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ວຽກງານກະກຽມໃຫ້ແກ່ການເລືອກຕັ້ງພວມໄດ້ດຳເນີນໄປຢ່າງຕັ້ງໜ້າ ແລະ ຂ້ຽວຂາດ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ສະພາເລືອກຕັ້ງແຫ່ງຊາດວາງອອກຄຳຮຽກຮ້ອງຢ່າງສູງສຸດສຳລັບວຽກງານກະກຽມການເລືອກຕັ້ງ.

        ໃນວາລະປະຊຸມ, ສະພາເລືອກຕັ້ງແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນໃສ່: ບົດລາຍງານຄວາມຄືບໜ້າຜັນຂະຫຍາຍວຽກງານກະກຽມການເລືອກຕັ້ງນັບແຕ່ພາຍຫຼັງກອງປະຊຸມສະພາເລືອກຕັ້ງແຫ່ງຊາດຄັ້ງທີ 3 ມາຮອດປັດຈຸບັນ ແລະ ບາງໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ; ແຜນການຕິດຕາມກວດກາວຽກງານເລືອກຕັ້ງ. ສະພາເລືອກຕັ້ງແຫ່ງຊາດໄດ້ຮັບຮອງເອົາຮ່າງມະຕິກ່ຽວກັບຈຳນວນຫົວໜ່ວຍເລືອກຕັ້ງ, ບັນຊີລາຍຊື່ບັນດາຫົວໜ່ວຍເລືອກຕັ້ງ ແລະ ຈຳນວນສະມາຊິກສະພາແຫ່ງຊາດທີ່ໄດ້ເລືອກຕັ້ງໃນແຕ່ລະຫົວໜ່ວຍເລືອກຕັ້ງຂອງບັນດາແຂວງ, ນະຄອນ; ຮ່າງມະຕິກ່ຽວກັບຫຼັກການຈັດແບ່ງຜູ້ສະໝັກເລືອກຕັ້ງຢູ່ສູນກາງລົງທ້ອງຖິ່ນເພື່ອຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI.

ເລຕວຽດ

TAG
VOV/VOVworld/ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ