logo

ສະພາແຫ່ງຊາດຫວຽດນາມ ແລະ ລາວ ແບ່ງປັນບົດຮຽນກ່ຽວກັບນະໂຍບາຍຊົນເຜົ່າ

2018/3/6 | 14:28:30
(VOVWORLD) -ວັນທີ 6 ມີນາ, ຢູ່ ຫໍສະພາແຫ່ງຊາດ, ທ່ານ ຮ່າງອກຈຽນ, ປະທານສະພາຊົນເຜົ່າ ໄດ້ມີການເຈລະຈາກັບ ຄະນະຜູ້ແທນ ກຳມາທິການ ບັນດາເຜົ່າ ຂອງສະພາແຫ່ງຊາດລາວ ໂດຍທ່ານນາງ ບົວພັນ ລີໄກຢາ ປະທານກຳມາທິການ ບັນດາເຜົ່າ ເປັນຫົວຫນ້າຄະນະ.
ການເຈລະຈາລະຫວ່າງສະພາຊົນເຜົ່າຂອງຫວຽດນາມ ແລະ ກຳມາທິການ ບັນດາເຜົ່າ ຂອງສະພາແຫ່ງຊາດລາວ

ທີ່ການເຈລະຈາ, ທ່ານປະທານສະພາຊົນເຜົ່າ ຂອງຫວຽດນາມ ຮ່າງອກຈຽນ ໄດ້ແບ່ງປັນກ່ຽວກັບພາລະບົດບາດ, ຫນ້າທີ່, ສິດອຳນາດຂອງສະພາຊົນເຜົ່າ. ທ່ານປະທານສະພາຊົນເຜົ່າ ຫວຽດນາມ ຮ່າງອກຈຽນ ໃຫ້ຮູ້ວ່າ: ລະບົບນະໂຍບາຍຊົນເຜົ່າຂອງຫວຽດນາມ ແມ່ນຮອບດ້ານພໍສົມຄວນ, ໄລ່ຮອດປີ 2016 ຫວຽດນາມ ໄດ້ມີ 66 ກົດໝາຍ, ກວ່າ 200 ເອກະສານຕ່ຳກວ່າກົດໝາຍ ມີສ່ວນກ່ຽວຂ້ອງເຖິງເຂດພູດອຍ, ຊົນເຜົ່າສ່ວນຫນ້ອຍ ແລະ ການຄຸ້ມຄອງລັດກ່ຽວກັບວຽກງານຊົນເຜົ່າ. ທ່ານນາງ ບົວພັນ ລີໄກຢາ ປະທານ ກຳມາທິການ ບັນດາເຜົ່າ ຂອງລາວໄດ້ສະເຫນີສະພາຊົນເຜົ່າຂອງຫວຽດນາມ ແບ່ງປັນຕື່ມອີກກ່ຽວກັບນະໂຍບາຍຊົນເຜົ່າສ່ວນຫນ້ອຍ, ນະໂຍບາຍສຳລັບຊາວຊົນເຜົ່າເຊື່ອຖືສາສະຫນາ ແລະ ມີຄວາມປາດຖະຫນາວ່າ ຢາກເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງ ກຳມາທິການ ບັນດາເຜົ່າຂອງລາວກັບສະພາຊົນເຜົ່າຂອງຫວຽດນາມ, ລະຫວ່າງສອງສະພາແຫ່ງຊາດ ແລະ ສອງປະເທດລາວ-ຫວຽດນາມ ກວ່າອີກ.

TAG
VOV/VOVworld/​ສະ​ພາ​ຊົນ​ເຜົ່າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ