logo

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້​ຢຸດ​ຍິງ​ໃນ​ທັນ​ທີ​ຢູ່ ຢູ​ແກຼນ

2026/2/25 | 11:33:23
(VOVWORLD) - ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິປະຫວັດສາດຮຽກຮ້ອງໃຫ້ສ້າງຕັ້ງ “ຄຳສັ່ງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂ” ພ້ອມກັບ “ພື້ນຖານສັນຕິພາບຮອບດ້ານ, ຍຸຕິທຳ ແລະ ຍາວນານ”.

ກົງກັບໂອກາດຄົບຮອບ 4 ປີທີ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ (24/2/2022- 24/2/2026), ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິປະຫວັດສາດຮຽກຮ້ອງໃຫ້ສ້າງຕັ້ງ “ຄຳສັ່ງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂ” ພ້ອມກັບ “ພື້ນຖານສັນຕິພາບຮອບດ້ານ, ຍຸຕິທຳ ແລະ ຍາວນານ”.

ຢູ່ວາລະປະຊຸມພິເສດສຸກເສີນຄັ້ງທີ 11, ວັນທີ 24 ກຸມພາ, ມະຕິດໂດຍ ຢູແກຼນ  ແລະ ບາງປະເທດເອີຣົບໜູນຊ່ວຍໄດ້ຮັບຮອງເອົາດ້ວຍຈຳນວນບັດສະໜັບສະໜູນ 107 ບັດ, ບັດຄ້ານ 12 ບັດ ແລະ ບັດຂາວ 51 ບັດ. ລັດເຊຍ ປ່ອນບັດຄ້ານ, ໃນຂະນະທີ່ ອາເມລິກາ ແມ່ນໜຶ່ງໃນບັນດາປະເທດປ່ອນບັດຂາວ.

ເມື່ອກ່າວຄຳເຫັນໃນໂອກາດນີ້, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເລັ່ງໃຫ້ບັນດານັກການທູດນຳໃຊ້ທຸກເຄື່ອງມືອຸປະກອນເພື່ອມຸ່ງໄປເຖິງການຢຸດຕິການປະທະກັນດັ່ງກ່າວ.

TAG
VOV/VOVworld/ມະ​ຕິ​ຮຽກ​ຮ້ອງ​ໃຫ້​ຢຸດ​ຍິງ​ໃນ​ທັນ​ທີ​ຢູ່ ຢູ​ແກຼນ/ການ​ປ​ະ​ທະ​ກັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ