“Ramadan ແມ່ນໄລຍະເວລາອັນສັກສິດ ແມ່ນໜຶ່ງໃນ 12 ເດືອນຂອງປີ ເພື່ອໃຫ້ຊາວ ມຸດສະລິມ ເບິ່ງຄືນຕົນເອງ. ພາຍຫຼັງປະຕິບັດເດືອນ Ramadan ນີ້, ຈິດໃຈພວກຂ້າພະເຈົ້າໄດ້ມີການປ່ຽນແປງຢ່າງແທ້ຈິງ, ເບິ່ງຄືວ່າ ໄດ້ກຳເນີດໃໝ່ ດ້ວຍຄວາມຫວັງ ຈະສືບຕໍ່ມີບັນດາການປະພຶດ, ການກະທຳ ແລະ ຄຳວາຈາທີ່ດີງາມໃນຕະຫຼອດ 11 ເດືອນຕໍ່ໄປ. ການກິນເຈ ບໍ່ພຽງແຕ່ຊ່ວຍໃຫ້ພວກຂ້າພະເຈົ້າ ໄດ້ດຳລົງຊີວິດແບບບໍລິສຸດຜຸດຜ່ອງ ແລະ ອະນຸລັກຮັກສາຄຸນຄ່າທາງດ້ານສາສະໜາໄດ້ຢ່າງຮອບດ້ານເທົ່ານັ້ນ ຫາກຍັງຊ່ວຍໃຫ້ພວກຂ້າພະເຈົ້າ ມີສຸຂະພາບທີ່ແຂງແຮງກວ່າອີກດ້ວຍ”.
ຊາວ ມຸດສະລິມ ອິນໂດເນເຊຍ ອາໄສຢູ່ ຮ່າໂນ້ຍ ໃສ່ຜ້າອັດປາກອັດດັງ ເມື່ອເຂົ້າຮ່ວມພິທີກຳຢູ່ ໂບດ Al – Noor |
“ຕາມປົກກະຕິແລ້ວ, ກ່ອນທີ່ຈະເກີດໂລກລະບາດໂຄວິດ - 19, ໃນວັນສຸກຂອງແຕ່ລະອາທິດ ຈະມີຜູ້ຖືສະສະໜາມ ອິດສະລາມ ປະມານ 200 ຄົນ ມາເຂົ້າຮ່ວມພິທີກຳ, ແຕ່ໃນໄລຍະເກີດໂລກລະບາດນີ້ ຈຳນວນຜູ້ມາເຂົ້າຮ່ວມກໍຫຼຸດລົງຫຼາຍ. ໂບດ Al – Noor ກໍໄດ້ປະຕິບັດຕາມຂໍ້ກຳນົດ 5 ຫຼັກການຂອງກະຊວງສາທາລະນະສຸກຫວຽດນາມ. ເມື່ອມາແຫ່ງນີ້ຜູ້ໃດກໍໃຊ້ຜ້າອັດປາກອັດດັງ, ລ້າງມືດ້ວຍຢາຂ້າເຊື້ອ ແລະ ຈຳກັດການເຕົ້າໂຮມກັນຫຼາຍຄົນ. ພາຍຫຼັງພິທີກຳດຳເນີນສຳເລັດແລ້ວ, ເຂົາເຈົ້າກໍຈະກັບເມືອເລີຍ, ບໍ່ເຕົ້າໂຮມກັນມ່ວນຊື່ນຄືເມື່ອກ່ອນ”.
ໂດຍຕ່າງກັບປີແລ້ວນີ້, ເມື່ອໂລກລະບາດໂຄວິດ - 19 ເລີ່ມແຜ່ລະບາດຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນຈຸດເວລາທີ່ໂລກລະບາດມີການຜັນແປຢ່າງຮ້າຍແຮງນັ້ນ, ສະມາຄົມຊາວ ມຸດສະລິມ ອິນໂດເນເຊຍ ອາໄສ ຢູ່ ຮ່າໂນ້ຍ ຕ້ອງປະຕິບັດບັນດາພິທີກຳພາວະນາຢູ່ກັບເຮືອນ.
ລ້າງມືດ້ວຍນໍ້າຢາຂ້າເຊື້ອກ່ອນເຂົ້າໂບດ |
ປີນີ້, ເດືອນກິນເຈ Ramadan ຖືກດຳເນີນກົງກັບຈຸດເວລາທີ່ໂລກລະບາດໄດ້ຮັບການຄວບຄຸມສ່ວນໃດສ່ວນໜຶ່ງແລ້ວ, ສະນັ້ນ, ຊາວ ມຸດສະລິມ ອິນໂດເນຊຍ ຢູ່ ຮ່າໂນ້ຍ ສາມາດໄປໂບດ Al – Noor ສວດມົນພາວະນາ ແລະ ສາມາດຈັດຕັ້ງເທດສະການ “iftar Ramadan” ເຊິ່ງເປັນພິທີສິ້ນສຸດການຖືສິນອົດ ພາຍຫຼັງປະຕິບັດມາໝົດມື້ ຢູ່ໂບດ ໃນຕອນຄ່ຳວັນສຸກ ຫຼື ຢູ່ສະຖານທູດ ອິນໂດເນເຊຍ ໃນຕອນຄ່ຳວັນເສົາຂອງທຸກໆອາທິດ. ນອກຈາກນັ້ນ, ເຂົາເຈົ້າຍັງໄປຢາມເຮືອນໝູ່ເພື່ອນ, ຍາດຕິພີ່ນ້ອງ ເພື່ອປະຕິບັດພິທີ “iftar Ramadan” ໃນບັນຍາກາດອັນອົບອຸ່ນ ແຕ່ກໍບໍ່ລືມຕັກເຕືອນກັນ ຕ້ອງປະຕິບັດຕາມຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດ.
“ປີແລ້ວນີ້, ພວກຂ້າພະເຈົ້າບໍ່ໄດ້ຈັດກິດຈະກຳຕ້ອນຮັບງານບຸນ Ramadan ນຳກັນ ເພາະວ່າ ງານບຸນ Ramadan ຖືກກົງກັບຈຸດເວລາທີ່ໂລກລະບາດພວມແຜ່ລະບາດຢ່າງແຮງ. ສະຖານທູດ ອິນໂດເນເຊຍ ຢາກຈັດເທດສະການ Idul Fitri - ພິທີສິ້ນສຸດເດືອນ Ramadan ແຕ່ກໍຕ້ອງຍົກເລີກ ຍ້ອນໂລກລະບາດໂຄວິດ - 19. ປີນີ້, ໃນຕອນຄໍ່າວັນເສົາຂອງແຕ່ລະອາທິດ, ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດເທດສະການ “iftar Ramadan” ຮ່ວມກັນ, ສະນັ້ນ ທຸກຢ່າງມັນກໍດີກວ່າ. ເດັກນ້ອຍສາມາດຮຽນສວດມົນ Koran ຫຼັງຈາກນັ້ນ ກໍເຂົ້າຮ່ວມເທດສະການ “iftar Ramadan” ແລະ ພິທີພາວະນາ Tarawih ນຳກັນ, ສິ່ງດັ່ງກ່າວແມ່ນສຸດຍອດທີ່ສຸດ”.
“ສຳລັບຊາວ ມຸດສະລິມ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ແລ້ວ, ພວກຂ້າພະເຈົ້ານັ່ງພາວະນາ Tarawih ຢູ່ສະຖານທູດ ອິນໂດເນເຊຍ, ຢູ່ທີ່ນັ້ນກໍຕ້ອງປະຕິບັດການຮັກສາໄລຍະຫ່າງ. ໄປຄຽງຄູ່ກັນນັ້ນ, ສະຖານທູດ ອິນໂດເນເຊຍ ກໍຈັດເທດສະການ iftar Ramadan ເພື່ອໃຫ້ຊາວມຸດສະລິມ ໄດ້ເຂົ້າຮ່ວມນຳກັນ. ເດັກນ້ອຍຈະຮຽນສວດມົນ Koran, ຮຽນວິທີພາວະນາ, ຮຽນວິທີຖືສິນອົດ. ແຕ່ປັດຈຸບັນ, ໂລກລະບາດມີສັນຍາແຜ່ລະບາດຄືນໃໝ່ ສະນັ້ນ, ຊາວມຸດສະລິມ ພວກຂ້າພະເຈົ້າ ຈະປະຕິບັດການພາວະນາ Tarawih ຫຼື ພິທີພາວະນາທີ່ຈັດຂຶ້ນໃນມື້ວັນສຸກຂອງແຕ່ລະທິດນັ້ນ ຢູ່ກັບເຮືອນ ແລະ ພວກຂ້າພະເຈົ້າກໍຈະຕ້ອນຮັບເທດສະການ Idu Fitri ດ້ວຍຮູບການທີ່ເໝາະສົມ, ຕາມສະພາບການຂອງໂລກລະບາດ”.
ການຮຽນສວດມົນ Koran |




