ທ່ານ ໂຮ່ວັນເລິມ ປະທານສະມາຄົມໃຫຍ່ ອາຍຸການ 2026 – 2028 ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ລາຍການສະຫຼຸບໝາກຜົນສະແດງໃຫ້ເຫັນໃນໄລຍະ 2021 – 2025, ສະມາຄົມໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ, ທັງໂຄສະນາວັດທະນະທຳ, ພາສາຫວຽດ ຢູ່ ໄທ, ທັງຕິດພັນກັບພໍ່ແມ່ປະຊາຊົນ, ສືບຕໍ່ເປັນຂົວເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງວົງຄະນະຍາດກັບບ້ານເກີດເມືອງນອນ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມວຽດຮຸງ ຕີລາຄາວ່າ:
ໃນ 4 ປີຜ່ານມາ, ສະມາຄົມໃຫຍ່ ມີຫຼາຍການເຄື່ອນໄຫວແທດຈິງ, ແຕ່ການສ້າງກຸ່ມກ້ອນມະຫາສາມັກຄີວົງຄະນະຍາດ, ຮັກສາວັດທະນະທຳຂອງຊາດ ຕະຫຼອດຮອດການປະກອບສ່ວນມຸ່ງໄປເຖິງບ້ານເກີດເມືອງນອນ.
ດ້ວຍທິດນຳ “ສາມັກຄີ - ປ່ຽນແປງໃໝ່ - ໝັ້ນຄົງ - ມຸ່ງໄປເຖິງກົກເຄົ້າເຫງົ້າກໍ”, ກອງປະຊຸມໃຫຍ່ເລືອກຕັ້ງທ່ານ ໂຮ່ວັນເລິມ ຊາວຫວຽດນາມ ອາໄສຢູ່ ອຸດອນທານີ ເປັນປະທານສະມາຄົມໃຫຍ່ ອາຍຸການ 2026 – 2028.




