logo

ສະມາຄົມມິດຕະພາບ ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາຂົວເຊື່ອມຕໍ່ສຳຄັນເພື່ອໃຫ້ປະຊາຊົນ 2 ປະເທດມີຄວາມສະໜິດຕິດພັນກັນກວ່າອີກ

2023/4/11 | 09:00:00
(VOVWORLD) -ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ສະມາຄົມມິດຕະພາບ ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາຂົວເຊື່ອມຕໍ່ສຳຄັນເພື່ອໃຫ້ປະຊາຊົນ 2 ປະເທດມີຄວາມສະໜິດຕິດພັນກັນຫຼາຍກວ່າ
(ທ່ານປະທານປະເທດ  ຫວໍວັນເຖືອງ ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ)

        ໃນຂອບເຂດການຢ້ຽມຢາມປະເທດ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ເຂົ້າຢ້ຽມຂ່ຳນັບ.

        ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ສະມາຄົມມິດຕະພາບ ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາຂົວເຊື່ອມຕໍ່ສຳຄັນເພື່ອໃຫ້ປະຊາຊົນ 2 ປະເທດມີຄວາມສະໜິດຕິດພັນກັນຫຼາຍກວ່າ ບົນຈິດໃຈອຸ້ມຊູຊ່ວຍເຫລືອຊຶ່ງກັນແລະກັນ; ສະເໜີໃຫ້ສະມາຄົມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີບັນດາຮູບແບບທີ່ເໝາະສົມ, ແທດຈິງ, ຈັດຕັ້ງບັນດາລາຍການ, ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນໃຫ້ເປັນຢ່າງດີ, ສ້າງກຳລັງແຜ່ຂະຫຍາຍ, ສ້າງຄວາມສະໜິດຕິດພັນລະຫວ່າງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ.

        ສ່ວນທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ໄດ້ລາຍງານຕໍ່ທ່ານປະທານປະເທດ ຫວໍວັນເຖືອງ ກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ຫຼາຍຮູບຫຼາຍແບບ, ອຸດົມສົມບູນຂອງສະມາຄົມໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫຽດນາມ 2022. ທ່ານເນັ້ນໜັກວ່າ, ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະມາຄົມມິດຕະພາບ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ.

TAG
VOV/VOVworld/​ປະ​ຊາ​ຊົນ/ມິດ​ຕະ​ພ​າບ/ສະ​ໜິດ​ຕ​ິດ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ