logo

ສະມາຄົມແມ່ຍິງ ອາຊຽນ ຊຸກຍູ້ຄວາມເຂົ້າໃຈ ແລະ ເພີ່ມທະວີຄວາມສາມັກຄີ

2012/2/16 | 07:40:56
ສະມາຄົມ​ແມ່ຍິງ​ ອາ​ຊຽນ ຢູ່ ມາ​ເລ​ເຊຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 30 ຂຶ້ນ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ ເກືອບ 100 ຄົນທີ່​ມາ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ.

ພາບປະກອບ. (vietnamplus.vn)

(vovworld) - ວັນ​ທີ 15/2, ສະມາຄົມ​ແມ່ຍິງ​ ອາ​ຊຽນ ຢູ່ ມາ​ເລ​ເຊຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 30 ຂຶ້ນ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ ເກືອບ 100 ຄົນທີ່​ມາ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ນາງ Haiji Awang ປະທານ​ສະມາຄົມ ​ແມ່ຍິງ ອາ​ຊຽນ ຊຸດ​ທີ 29 ​ໄດ້​ທົບ​ທວນຄືນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ໃນອາ​ຍຸ​ການ ປີ 2011 - 2012, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ​ແລກປ່ຽນ​ດ້ານວັດທະນະທຳ ​ແລະ ສັງຄົມ, ການ​ພົບ​ປະ​ສົນ​ທະ​ນາ​ກ່ຽວ​ກັບ​ສຸຂະພາບ ​ຕ້ານ​ການ​ຄ້າ​ມະນຸດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ ​ເພື່ອ​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ ກັນ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ. ກອງ​ປະຊຸມ​ໃຫຍ່ ​ໄດ້​ຮັບຮອງ​ເອົາ​ບົດ​ບັນທຶກ​ກອງ​ປະຊຸມ​ໃຫຍ່ ALC ຄັ້ງ​ທີ 29 ​ແລະ ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສະມາ​ຄົມ​ແມ່ຍິງ ອາ​ຊຽນ ​ຊຸດ​ໃຫມ່ອາ​ຍຸ​ການ 2012 -2013. ທ່ານ​ນາງ Datin Jazliza Jalaludin ຊາວ ມາ​ເລ​ເຊຍ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ.

 

TAG
ແມ່ຍິງ ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ