logo

ສະຫະປະຊາຊາດພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຄວາມຄາດຫວັງຂອງ ຫວຽດນາມ

2026/2/7 | 09:31:49
(VOVWORLD) - ສະຖາບັນໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືກັບສາກົນຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມ, ພັດທະນາວິຊາການທາງການຕ່າງປະເທດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.
(ທ່ານ ດວ່ານມິນຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວຄຳເຫັນທີ່ການພົບປະ)

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ປີມະເມຍ 2026, ຕອນບ່າຍວັນທີ 06 ກຸມພາ, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ໄດ້ຈັດງານພົບປະບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າການຕ່າງປະເທດ ແລະ ບັນດາຄູ່ຮ່ວມມືສາກົນຢູ່ ຫວຽດນາມ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ດວ່ານມິນຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນວ່າ ສະຖາບັນໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືກັບສາກົນຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມ, ພັດທະນາວິຊາການທາງການຕ່າງປະເທດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ. ພ້ອມກັນນັ້ນ, ກໍ່ກຳນົດການແລກປ່ຽນທິດສະດີ ແລະ ບຳລຸງສ້າງການນຳຂັ້ນສູງກັບບັນດາພັກກອມມູນິດ, ພັກກຳອຳນາດແມ່ນເສົາຄ້ຳຫຼັກແຫຼ່ງຂອງການພົວພັນຕ່າງປະເທດພັກ, ປະກອບສ່ວນປະຕິບັດວິໄສທັດຍຸດທະສາດຂອງຊາດໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ.

ໂດຍຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າທາງການທູດ ແລະ ຄູ່ຮ່ວມມືສາກົນປະຈຳ ຫວຽດນາມ, ທ່ານ Pauline Tamesis, ຜູ້ປະສານງານປະຈຳການສະຫະປະຊາຊາດ ປະຈຳ ຫວຽດນາມ ຕີລາຄາສູງວິໄສທັດຖືມະນຸດເປັນໃຈກາງຂອງ ຫວຽດນາມ; ບັນດາການປະຕິຮູບກ່ຽວກັບການຄຸ້ມຄອງຢ່າງແຂງແຮງ, ກໍຄືການກຳນົດທິດຢ່າງຈະແຈ້ງກ່ຽວກັບນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ທ່ານໃຫ້ຮູ້ວ່າ ສະຫະປະຊາຊາດພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບບັນດາຄວາມຄາດຫວັງຂອງ ຫວຽດນາມ.

TAG
VOV/VOVworld/ວິ​ໄສ​ທັດ/​ມະ​ນຸດ​/​ໃຈ​ກາງ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ