logo

ສະ​ຫະ​ພາ​ບ​ເອີ​ຣົບ ນຳທະ​ຫານ​ພິ​ທັກ​ປະ​ຕິ​ວັດ ອີ​ຣານ ເຂົ້າໃນ​ບັນ​ຊີ​ລາຍ​ຊື່​ກໍ່​ການ​ຮ້າຍ

2026/1/30 | 07:42:22
(VOVWORLD) -   ໄປຄຽງຄູ່ເລື່ອງນຳກຳລັງທະຫານພິທັກປະຕິວັດ ອີຣານ ເຂົ້າ “ບັນຊີລາຍຊື່ດຳ” ແລ້ວ, ສະຫະພາບເອີຣົບ ຍັງປະກາດໃຊ້ບັນດາມາດຕະການຈຳກັດໃໝ່ເພີ່ມເຕີມ, ໃນນັ້ນ ມີຄຳສັ່ງອາຍັດຊັບສິນ ແລະ ຫ້າມເຂົ້າເມືອງ ສຳລັບເຈົ້າໜ້າທີ່ຂັ້ນສູງ 15 ທ່ານ ແລະ 6 ອົງການຈັດຕັ້ງຂອງ ອີຣານ.
ທ່ານນາງ Kaja Kallas, ຂ້າຫຼວງໃຫຍ່ຮັບຜິດຊອບຄວາມໝັ້ນຄົງ ແລະ ນະໂຍບາຍພົວພັນຕ່າງປະເທດຂອງ ສະຫະພາບເອີຣົບ (ພາບ: REUTERS/Yves Herman)

  ວັນທີ 29 ມັງກອນ, ບັນດາລັດຖະມົນຕີການຕ່າງປະເທດຂອງ ສະຫະພາບເອີຣົບ (EU) ບັນລຸໄດ້ຂໍ້ຕົກລົງການເມືອງທີ່ຕົກລົງເປັນເອກະພາບນຳກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ (IRGC) ເຂົ້າໃນບັນຊີລາຍຊື່ບັນດາອົງການກໍ່ການຮ້າຍຂອງກຸ່ມນີ້.

        ໄປຄຽງຄູ່ເລື່ອງນຳກຳລັງທະຫານພິທັກປະຕິວັດ ອີຣານ ເຂົ້າ “ບັນຊີລາຍຊື່ດຳ” ແລ້ວ, ສະຫະພາບເອີຣົບ ຍັງປະກາດໃຊ້ບັນດາມາດຕະການຈຳກັດໃໝ່ເພີ່ມເຕີມ, ໃນນັ້ນ ມີຄຳສັ່ງອາຍັດຊັບສິນ ແລະ ຫ້າມເຂົ້າເມືອງ ສຳລັບເຈົ້າໜ້າທີ່ຂັ້ນສູງ 15 ທ່ານ ແລະ 6 ອົງການຈັດຕັ້ງຂອງ ອີຣານ.

        ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືວ່າ ແມ່ນບາດລ້ຽວໃຫຍ່ໃນນະໂຍບາຍການຕ່າງປະເທດຂອງ EU ພາຍຫຼັງໂຕ້ຖຽງກັນພາຍໃນກຸ່ມເປັນເວລາຫຼາຍປີ.

ແອັງຕວຽນ - ນັກຂ່າວ VOV ປະຈຳ ຝລັ່ງ

TAG
VOV/VOVworld/ສະຫະພາບເອີຣົບ/ທະ​ຫານ​ພິ​ທັກ​ປະ​ຕິ​ວັດ ອີ​ຣານ/ກໍ່​ການ​ຮ້າຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ