logo

ສະຫະສະມາຄົມດົນຕີ ເພື່ອເດັກນ້ອຍທີ່ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ

2012/2/27 | 08:00:02
ຊ່ວຍ​ເຫຼືອ​ບັນດາ​ຜູ້​ປະສົມ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນ​ຫວຽ​ດນາມ

( ​ເດັ​ກນ້ວຍທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນຢູ່ຫວຽດນາມ )

( vovworld ) -   ​ເພື່ອ​ເປັນ​ການສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ຊ່ວຍ​ແບ່ງ​ເບົາຄວາມ​ເຈັບ​ປວດ​​ໃຫ້​ແກ່ເດັ​ກນ້ວຍຫວຽດນາມ ​ເຊິ່ງ​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ, ນັກ​ຮ້ອງ Christian Filhos, ນັກ​ຮ້ອງ​ເພງ​ລູກ​ທົ່ງ​ບ້ານ​ນາທີ່​ພວມ​ດຳລົງ​ຊີວິດ​ຢູ່ Bordeaux, ປະ​ເທດ​ຝຣັ່ງ ຫາກໍ​ສ້າງ​ສະຫະ​ສະມາຄົມ​ດົນຕີ​ທີ່​ມີ​ຊື່ວ່າ Dioxine Country Mascaret ( ນຳດົນຕີ​ມາສູ່ບັນດາ​ເດັກ​ນ້ອຍ​ທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ ຫວຽດນາມ ). ​​ໃນ​ເວັບ​​ໄຊ​ຫາ​ກໍ່​ເປີດບໍລິການ ( dioxinecm.free.fr ), ສະຫະສະມາຄົມ​ຊີ້​ແຈງ​ຈຸດປະ​ສົ່ງ​ຂອງ​ການ​ສ້າງ​ສະຫະ​ສະມາຄົມ​ແມ່ນ​ເພື່ອ​ແນ​ໃສ່​ລວບ​ລວມການ​ຊ່ວຍ​ເຫຼືອ​ຂອງ​ທຸກ​ຄົນ​ພ້ອມ​ກັນ​ບໍລິຈາກ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ຜູ້​ປະສົມ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນ​ຫວຽ​ດນາມ. ນັກ​ຮ້ອງ Christian Filhos ​ແບ່ງປັນ​ວ່າ.

“ໃນ​ເວັບ​​ໄຊ​ຂອງ​ສະຫະ​ສະມາຄົມ, ມີ​ຮູບ​ຖ່າຍ​ທີ່ຂ້າພະ​ເຈົ້າ​ຈັບ​ກີ​ຕາ​ຫຼຽວ​ມອງ​ໄປ​ຍັງຂອບ​ຟ້າ ​ແລະ ຢູ່​ຄຽງຂ້າງ​​ແມ່ນມີເດັກ​ໜ້ອຍ​ຫວຽດນາມ ຜູ້​ໜື່ງ​ພວມຫັນ​ມວງຂ້າພະ​ເຈົ້າ. ດ້ວຍ​ຈິດ​ໃຈອັນ​ສູງ​ສົ່ງ ​ແລະ ຜ່ານ​ສຽງ​ດົນຕີ, ພວກ​ຂ້າພະ​ເຈົ້າ​ຢາກ​ຝາກ​ນ້ຳ​ໃຈ​ແຫ່ງ​ຄວາມ​ສາມັກຄີ, ຄວາມມຸ້ງຫວັງ ​ແລະ ຄວາມ​ຮັກ​​ແພງເຖິງ​ບັນດາເດັກນ້ອຍທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນ​ຢູ່​ຫວຽດນາມ.”

TAG
ດີ​ໂອ​ຊິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ