(VOVWORLD) - ດ້ວຍບັນດາວິທີເຮັດທີ່ໜ້າຈັບໃຈ, ມີຫົວຄິດປະດິດສ້າງ, ໃນຫຼາຍປີຜ່ານມາ, ສະຫະສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຍາມໃດກໍແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນການປັບປຸງ ແລະ ເສີມຂະຫຍາຍວຽກງານການທູດປະຊາຊົນ ລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນ ຂະບວນການ “ຫຼໍ່ລ້ຽງໄມຕີຈິດມິດຕະພາບ” - ອຸປະກະລະນັກສຶກສາ ກຳປູເຈຍ ທີ່ຮ່ຳຮຽນຢູ່ ຫວຽດນາມ, ລາຍການກວດສຸຂະພາບ, ແຈກຢາຍຢຸກຢາຟຼີໃຫ້ແກ່ປະຊາຊົນ ກຳປູເຈຍ ຫຼື ຫວ່າງມໍ່ໆມານີ້ ແມ່ນຮຽກຮ້ອງການປະກອບ ແລະ ຊ່ວຍເຫຼືອຢ່າງທັນການ, ອັນໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນ ກໍາປູເຈຍ ຮັບມືກັບໂລກລະບາດໂຄວິດ - 19… ຜ່ານນັ້ນ, ໄດ້ເຮັດໃຫ້ຄວາມສາມັກຄີອັນສະໜິດແໜ້ນ ແລະ ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງສອງປະເທດ ຮ່ວມແມ່ນ້ຳຂອງ ຫວຽດນາມ - ກຳປູເຈຍ ເລິກເຊິ່ງຂຶ້ນຕື່ມ.
ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 21 ກໍລະກົດປີ 1975, ມາຮອດປັດຈຸບັນ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ມີທັງໝົດ 55 ສະມາຄົມໃນທົ່ວປະເທດ, ໃນນັ້ນ ມີ 43 ສະມາຄົມຂັ້ນແຂວງ, ນະຄອນ ສັງກັດສູນກາງ ແລະ 8 ສະມາຄົມມິດຕະພາບຂອງກອງທັບ, ແນວໂຮມນັກຊ່ຽວຊານ, ທະຫານອາສາສະໝັກ, 1 ສະໂມສອນວິສາຫະກິດ ແລະ 2 ຮາກຖານບຳລຸງສ້າງ ແລະ ສະມາຄົມ ຈົ່ວທາບ, ດ້ວຍສະມາຊິກກວ່າ 4 ໝື່ນຄົນ. ໃນສະພາບການທີ່ໂລກລະບາດໂຄວິດ - 19 ແຜ່ລະບາດຢ່າງແຮງ ຢູ່ ກຳປູເຈຍ ໃນໄລຍະຜ່ານມາ, ພ້ອມກັບພັກ, ລັດຖະບານ, ສະຫະສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ກໍໄດ້ຮຽກຮ້ອງ, ປຸກລະດົມການຊ່ວຍເຫຼືອທັງເງິນສົດ ແລະ ວັດຖຸອຸປະກອນການແພດເປັນຫຼາຍຄັ້ງ ເພື່ອຊ່ວຍເຫຼືອປະເທດເພື່ອນບ້ານຍູ້ໂລກລະບາດໃຫ້ຖອຍໄປ. ທ່ານ ຫວູເວືອງຫວຽດ, ຮອງປະທານຜູ້ປະຈຳການສູນກາງສະມາຄົມ ມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ຮູ້ວ່າ:
“ທ້າຍປີ 2020, ພວກຂ້າພະເຈົ້າລະດົມເງິນຊ່ວຍເຫຼືອໄດ້ຈຳນວນ 50 ລ້ານດົ່ງ ພ້ອມດ້ວຍຜ້າອັດປາກ 12.500 ອັນ ແລະ ນ້ຳຢາຂ້າເຊື້ອ 500 ຕຸກ. ຮອດຕົ້ນປີ 2021, ພວກຂ້າພະເຈົ້າໄດ້ປຸກລະດົມຢູ່ພາກເໜືອ ໄດ້ຜ້າອັດປາກກວ່າ 267.000 ອັນ, ຊຸດປ້ອງກັນພະຍາດ 100 ຊຸດ, ສ່ວນຢູ່ພາກໃຕ້ລະດົມໄດ້ຜ້າອັດປາກກວ່າ 137.000 ອັນ, ນ້ຳຢາຂ້າເຊື້ອ 220 ຕຸກ, ນອກຈາກນັ້ນ ຍັງໄດ້ຮັບການຊ່ວຍເຫຼືອຈາກແຂວງອື່ນໆອີກດ້ວຍ. ໃນການລະດົມຄັ້ງທີ 3 ທີ່ໄດ້ເລີ່ມແຕ່ທ້າຍເດືອນເມສາຜ່ານມາ, ທາງສູນກາງສະມາຄົມກໍໄດ້ສົ່ງຈົດໝາຍໄປຍັງສະມາຄົມສະມາຊີກ, ບັນດາຜູ້ໃຈບຸນໃຈກຸສົນ, ຮຽກຮ້ອງການຊ່ວຍເຫຼືອດ້ວຍເງິນສົດ ແລະ ລະດົມມາໄດ້ 500 ລ້ານດົ່ງ ແລ້ວມອບໃຫ້ສະຖານທູດເພື່ອສົ່ງໄປໃຫ້ປະຊາຊົນ ກຳປູເຈຍ.”
ສູນກາງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ກຳປູເຈຍ 500 ລ້ານດົ່ງ ເພື່ອປ້ອງກັນ, ຕ້ານໂລກລະບາດ |
“ໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ແມ່ນຕ້ອງກໍ່ສ້າງໃຫ້ພັດທະນາຍິ່ງໆຂຶ້ນ. ດ້ວຍທ່າໄດ້ປຽບທີ່ເຄີຍເປັນນັກຊ່ຽວຊານໄປຊ່ວຍເຫຼືອ ກຳປູເຈຍ ສ້າງສາປະເທດຄືນໃໝ່, ໂດຍມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ວັດທະນທຳ ແລະ ຊາວກຳປູເຈຍ, ສະນັ້ນ, ຂ້າພະເຈົ້າສະໝັກໃຈເຂົ້າຮ່ວມຂະບວນການນີ້ນັບແຕ່ຫົວທີ. ການຮັບອຸປະກະລະນັກສຶກສາເປັນລູກເປັນຫຼານ, ເບິ່ງແຍງດູແລນັບທັງທາງດ້ານວັດຖຸ ແລະ ຈິດໃຈ ແມ່ນເພື່ອເຮັດແນວໃດໃຫ້ພວກຫຼານຮຽນໃຫ້ເກັ່ງ ແລະ ບັນລຸໝາກຜົນທີ່ດີເມື່ອກັບຄືນເມືອປະເທດ ແລະ ຮັກສາໄດ້ໄມຕີຈິດມິດຕະພາບ, ມີຄວາມເຂົ້າໃຈກ່ຽວກັບປະຊາຊົນ ຫວຽດນາມ”.
ລາຍການສະແດງສິລະປະຂອງນັກສຶກສາກຳປູເຈຍ ໃນງານ ຫຼໍ່ລ້ຽງໄມຕີຈິດມິດຕະພາບ |
“ພໍ່ແມ່ອຸປະກະລະໄດ້ຊ່ວຍເຫຼືອພວກນ້ອງຫຼາຍສິ່ງຫຼາຍຢ່າງ. ແຕ່ລະເທື່ອພົບປະກັນ, ເພີ່ນລ້ວນແຕ່ຖາມວ່າ ການກິນດື່ມຂອງພວກນ້ອງເປັນແນວໃດ, ການຮຽນເປັນຈັ່ງໃດ, ຂາດເຂີນຫຍັງບໍ ແລ້ວດົນໆກໍຈັດໃຫ້ພວກນ້ອງໄປຫຼີ້ນໄປທ່ຽວ ແລະ ເລົ່າເລື່ອງແຕ່ສະໄໝແຕ່ກີ້ ເມື່ອພ້ອມກັບປະຊາຊົນ ກຳປູເຈຍ ຕໍ່ສູ້ຕ້ານພວກ Pol Pot ແລະ ສ້າງສາປະເທດກຳປູເຈຍ ຄືນໃໝ່ ຄືແນວໃດ. ໃນໂອກາດວັນບຸນ ຕົວຢ່າງຄື ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ຫຼື ບຸນປີໃໝ່ຂອງ ກຳປູເຈຍ, ພໍ່ແມ່ມາຢາມພວກນ້ອງ ແລະ ໃຫ້ອັ່ງເປົ່າອີກດ້ວຍ, ຍາມໃດເພິ່ນກໍສ້າງບັນຍາກາດທີ່ໃກ້ຊິດສະໜິດສະໜົມນຳພວກຂ້າພະເຈົ້າ”.
ກວດພະຍາດຟຣີ ໃຫ້ແກ່ປະຊາຊົນ ກຳປູເຈຍ |




