logo

ສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ: ຄິດຮອດຊຸມມື້ເດືອນ ສິງຫາ ທີ່ສະຫງ່າລາສີ

2021/8/19 | 02:51:20
(VOVWORLD) -ວັນທີ 19 ສິງຫາ 1945 ໄດ້ກ້າວເຂົ້າສູ່ປະຫວັດສາດອັນສະຫງ່າລາສີຂອງຊາດຫວຽດນາມ ຄືດັ່ງຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມ - ການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ, ລັດປະຊາທິປະໄຕກຳມະກອນຊາວນາທຳອິດຢູ່ເຂດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການສ້າງຕັ້ງຂຶ້ນ.

ເດືອນ ສິງຫາ 1945, ພາຍໃຕ້ການຊີ້ນຳຂອງພັກ ແລະ ຂອງປະທານໂຮ່ຈີມິນ, ປະຊາຊົນທົ່ວປະເທດພ້ອມກັນລຸກຂຶ້ນ, ດຳເນີນການລຸກຮື້ຂຶ້ນຂະໜາດໃຫຍ່, ຍາດເອົາສິດອຳນາດ. ຕອນເຊົ້າວັນທີ 19 ສິງຫາ, ການລຸກຮື້ຂຶ້ນຍາດໄດ້ໄຊຊະນະຢູ່ຮ່າໂນ້ຍ. ຈາກນະຄອນຫຼວງ ຮ່າໂນ້ຍ, ກະແສການປະຕິວັດໄດ້ແຜ່ຂະຫຍາຍອອກສູ່ທົ່ວປະເທດ ແລະ ຍາດໄດ້ໄຊະນະຢ່າງຕໍ່ເນື່ອງ. 76 ປີຜ່ານມາແລ້ວ (19 ສິງຫາ 1945 – 19 ສິງຫາ 2021) ແຕ່ບັນຍາກາດຂອງວັນປະຕິວັດເດືອນ ສິງຫາ ຍັງຄົງຕົວຕະຫຼອດໄປ.

ລົດຕິດໂທລະໂຄ່ງກະຈາຍຄຳສັ່ງລຸກຮື້ຂຶ້ນຂະໜາດໃຫຍ່ປະຕິວັດເດືອນ ສິງຫາ 1945 ຢູ່ຮ່າໂນ້ຍ.
(ພາບເອກະສານ: baodansinh.vn)
ປະຊາຊົນຮ່າໂນ້ຍ ແຫ່ຂະບວນປະທ້ວງຕີຍາດເອົາທຳນຽບ ເຄີມຊາຍບັກກີ, ເລກທີ 12 ໂງກວ່ຽນ ຮ່າໂນ້ຍ, ໃນວັນລຸກຮື້ຂຶ້ນຂະໜາດໃຫຍ່ 19 ສິງຫາ 1945.
(ພາບເອກະສານ: baodansinh.vn)
ປະຊາຊົນຮ່າໂນ້ຍ ຈັດພິທີມິດຕິງຢູ່ໂຮງລະຄອນໃຫຍ່ໃນວັນລຸກຮື້ຂຶ້ນ.
(ພາບເອກະສານ: TTXVN)
ກຳລັງປ້ອງກັນຕົວ ຮ່າໂນ້ຍ ໃນຊຸມມື້ເດືອນ ສິງຫາ 1945.
(ພາບເອກະສານ: baodansinh.vn)
ປະຊາຊົນ ຫາຍຟ່ອງ ຈັດພິທີມິດຕິງໃນວັນຍາດໄດ້ສິດອຳນາດໃນເດືອນ ສິງຫາ 1945.
(ພາບເອກະສານ: baodansinh.vn)
ປະຊາຊົນ ເທື່ອທຽນ - ເຫວ້ ເຂົ້າຮ່ວມການຍາດເອົາສິດອຳນາດໃນວັນທີ 23 ສິງຫາ 1945.
(ພາບເອກະສານ: baodansinh.vn)
ປະຊາຊົນ ໄຊ່ງ່ອນ ແຫ່ຂະບວນປະທ້ວງຍາດເອົາສິດອຳນາດໃນທາງຫຼວງ Norodom ໃນວັນທີ 25 ສິງຫາ 1945.
(ພາບເອກະສານ: baodansinh.vn)
ປະຊາຊົນ ໄຊ່ງ່ອນ ແຫ່ຂະບວນປະທ້ວງຍາດເອົາສິດອຳນາດໃນວັນທີ 25 ສິງຫາ 1945.
(ພາບເອກະສານ: baodansinh.vn)
ສຳນັກງານກອງທະຫານປົດປ່ອຍຫວຽດນາມ ພາຍຫຼັງຍາດໄດ້ສິດອຳນາດຢູ່ ຖ໊າຍງວຽນ ໃນວັນທີ 20 ສິງຫາ 1945.
(ພາບເອກະສານ: baodansinh.vn)
ລັດຖະບານຊົ່ວຄາວ ຫວຽດນາມ ປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ເປີດຕົວ ພາຍຫຼັງການປະຕິວັດເດືອນສິງຫາ ບັນລຸຜົນສຳເລັດ.
(ພາບເອກະສານ: TTXVN)
ວັນທີ 02 ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ, ທ່ານປະທານ ໂຮ່ຈີມິນ ຕາງໜ້າລັດຖະບານຊົ່ວຄາວ ອ່ານສູນທອນພົດເອກະລາດ, ສ້າງຕັ້ງປະເທດປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ.
(ພາບເອກະສານ: hanoimoi.com.vn)
ພິທີປະກາດເອກະລາດຢູ່ສະໜາມຫຼວງ ບາບິ່ງ ໃນວັນທີ 02 ກັນຍາ 1945.
(ພາບເອກະສານ: sovhtt.hanoi.gov.vn)
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ