logo

ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຢູ່ ບຣາຊິນ

2026/2/5 | 08:48:22
(VOVWORLD) - ວັນທີ 03 ກຸມພາ, ຢູ່ນະຄອນຫຼວງ Brasilia, ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ຈັດພິທີສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2026).
ທ່ານ ບຸຍວັນງີ້, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ
(ພາບ: TTXVN)

        ກ່າວຄຳເຫັນທີ່ເຫດການ, ທ່ານ ບຸຍວັນງີ້, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ຫາກໍ່ຈັດຂຶ້ນຢ່າງສຳເລັດຜົນນັ້ນ ໄດ້ເປັນຂີດໝາຍການເມືອງທີ່ມີຄວາມໝາຍຕັດສິນ, ເປີດ “ສັງກາດບຸກບືນຂອງຊາດ ຫວຽດນາມ”. ກອງປະຊຸມໃຫຍ່ກຳນົດເປົ້າໝາຍຮອດປີ 2030 ນຳ ຫວຽດນາມ ໃຫ້ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ ແລະ ວິໄສທັດຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ…

        ທ່ານເອກອັກຄະລັດຖະທູດ ບຸຍວັນງີ້ ຢືນຢັນວ່າ ໃນຂົງເຂດການພົນພັນຕ່າງປະເທດ, ຫວຽດນາມ ສືບຕໍ່ຢຶດໝັ້ນແນວທາງເອກະລາດ, ເປັນເຈົ້າຕົນເອງ, ເປັນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວັງຢາກເປີດກວ້າງການຮ່ວມມືຢ່າງແທ້ຈິງກັບບັນດາປະເທດ ອາເມລິກາ ລາຕິນ, ໃນນັ້ນມີ ບຣາຊິນ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນບັນດາປະເທດ.

TAG
VOV/VOVworld/ປະ​ເທດ​/​ພັດ​ທະ​ນາ/​ອຸດ​ສາ​ຫະ​ກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ