ທ່ານ Dan Santa, ຮອງປະທານສະຫະສະມາຄົມກະຈາຍສຽງ - ໂທລະພາບສາກົນ (ພາບຖ່າຍໜ້າຈໍ: VOV) |
ໂດຍຕອບສະໜອງຫົວຂໍ້ຂອງປີນີ້, ວິທະຍຸກະຈາຍສຽງຫຼາຍແຫ່ງໃນໂລກໄດ້ຈັດບັນດາລາຍການກະຈາຍສຽງຮ່ວມກັນ, ການໂອ້ລົມສົນທະນາ ແລະ ເວທີປາໄສວິຊາສະເພາະ. ທ່ານ Dan Santa, ຮອງປະທານສະຫະສະມາຄົມກະຈາຍສຽງ - ໂທລະພາບສາກົນ, ເນັ້ນໜັກວ່າ:
“ບໍ່ມີວິທີຄິດໄລ່ໃດທີ່ຈະສາມາດປ່ຽນແທນຄວາມເຊື່ອໝັ້ນທີ່ໄດ້ຮັບການສ້າງຂຶ້ນລະຫວ່າງໂຄສົກກັບຜູ້ຟັງໄດ້. ບໍ່ມີປັນຍາປະດິດໃດຈະສາມາດປະດິດສ້າງຄວາມອົບອຸ່ນທັງໝົດຂອງສຽງເວົ້າສົດໆໃນຈຸດເວລາທີ່ເບີກບານມ່ວນຊື່ນ, ບໍ່ສະຫງົບ ຫຼື ປັ່ນປ່ວນໄດ້”.




