logo

ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່ຫຼວງ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ຊ່ວຍ​ເຫຼືອ ລາວ

2024/11/10 | 10:26:02
(VOVWORLD) -ນີ້ແມ່ນເຫດການສຳຄັນເພື່ອພ້ອມກັນຫວນຄືນມູນເຊື້ອສາຍພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດຂອງສອງປະເທດ. ພ້ອມທັງແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງກຳລັງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ລາວ ໃນພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດ.
ການນຳຄະນະກຳມະການປະຊາຊົນນະຄອນດ່າໜັງ ມອບດອກໄມ້ອວຍພອນວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ (ພາບ: TTXVN)

ວັນທີ 9 ພະຈິກ, ຢູ່ນະຄອນ ດ່າໜັງ, ສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ລາວ  ນະຄອນ ດ່າໜັງ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງ ຈັດພິທີສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດ ລາວ ຄົບຮອບ 75 ປີ (ວັນທີ 30 ຕຸລາ 1949 – 30 ຕຸລາ 2024). ເຂົ້າຮ່ວມພິທີມີການນຳນະຄອນ, ສະຖານກົງສູນ ລາວ ປະຈຳ ດ່າໜັງ ແລະ ອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ ເກືອບ 100 ທ່ານ ທີ່ພວມດຳລົງຊີວິດຢູ່ ດ່າໜັງ. ນີ້ແມ່ນເຫດການສຳຄັນເພື່ອພ້ອມກັນຫວນຄືນມູນເຊື້ອສາຍພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດຂອງສອງປະເທດ. ພ້ອມທັງແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງກຳລັງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ລາວ ໃນພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດ.

        ທ່ານ ສຸພັນ ຫາດາວເຮືອງ ຫົວໜ້າກົງສູນ ລາວ ປະຈຳ ດ່າໜັງ ຢັ້ງຢືນວ່າ ບໍ່ວ່າໃນໄລຍະ, ສະພາບການໃດ, ພັກ, ລັດຖະບານ, ກຳລັງປະກອບອາວຸດ, ປະຊາຊົນລາວບັນດາເຜົ່າ ກໍຈະພ້ອມກັບພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຮັກສາ, ເສີມຂະຫຍາຍສາຍພົວພັນທີ່ຫາຍາກລະຫວ່າງສອງປະເທດໃຫ້ໝັ້ນຄົງຄະໜົງແກ່ນໄປຊົ່ວກາລະນານ, ສົມກັບການເສຍສະຫຼະຢ່າງໃຫຍ່ຫຼວງຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ທີ່ປະຕິບັດໜ້າທີ່ສາກົນຢູ່ ລາວ.

TAG
VOV/VOVworld/ມິ​ດ​ຕະ​ພາບ/ທະ​ຫານ​ອາ​ສາ​ສະ​ໝັກ/ນັກ​ຊ່ຽວ​ຊານ/ຫວຽດນາມ - ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ