ສະໜາມຫຼວງ ບາດິ່ງ ທີ່ນະຄອນຫຼວງຮ່າໂນ້ຍ |
“ປູ່ຍ່າຂ້າພະເຈົ້າຄາວຍັງມີຊີວິດຢູ່ນັ້ນ ເຄີຍພາຂ້າພະເຈົ້າໄປຫຼິ້ນຢູ່ທີ່ນີ້ ແລະ ໄດ້ເລົ່າກ່ຽວກັບບັນດາອະນຸສອນວັນປະກາດເອກະລາດໃຫ້ລູກຫຼານຟັງ. ຈາກບັນດາເລື່ອງລາວໃນການຕໍ່ຕ້ານຕ້ານ ຝລັ່ງ ຕະຫຼອດຮອດວັນປູ່ຍ່າໄປເຂົ້າຮ່ວມ ພິທີໂຮມຊຸມນຸມມິດຕິງ ເມື່ອວັນທີ 2 ກັນຍາ ປີ 1945, ຄວາມຮູ້ສຶກໃນຄາວນັ້ນແມ່ນພູມໃຈທີ່ສຸດ ເມື່ອປະເທດຊາດມີເອກະລາດ”.
ນັບແຕ່ນັ້ນເປັນຕົ້ນມາ ສະໜາມຫຼວງ ບາດິ່ງ ແມ່ນສະຖານທີ່ຈັດຕັ້ງງານຊຸມນຸມມິດຕິງຂະໜາດໃຫຍ່ ໃນບັນດາເຫດການສະເຫຼີມສະຫຼອງປະຫວັດສາດ ຫຼື ໃນພິທີຕ້ອນຮັບບັນດາຄະນະຜູ້ແທນສາກົນມາຢ້ຽມຢາມ ຫວຽດນາມ. ໄລຍະຕໍ່ມາຢູ່ຝາກທາງເບື້ອງກົງກັນຂ້າມຂອງສະໜາມຫຼວງ, ລັດ ຫວຽດນາມ ໄດ້ໃຫ້ກໍ່ສ້າງຫໍປະຊຸມສະພາແຫ່ງຊາດ ແລະ ຄຽງຂ້າງນັ້ນແມ່ນອະນຸສາວະລີ ອາໄລຫາບັນດານັກຮົບວິລະຊົນທີ່ໄດ້ສະຫຼະຊີວິດເພື່ອຊາດ. ວັນທີ 2 ກັນຍາ ປີ 1969 ປະທານ ໂຮ່ຈີມິນ ໄດ້ເຖິງແກ່ມໍລານະກຳ. ສະຫໜາມຫຼວງ ບາດິ່ງ ແມ່ນສະຖານທີ່ບັນທຶກພິທີໄຫ້ວອາໄລຢ່າງສົມກຽດໃຫ້ແກ່ປະທານ ໂຮ່ຈີມິນ ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ, ຕໍ່ຈາກນັ້ນບໍ່ດົນ, ພັກ ແລະ ລັດ ຫວຽດນາມ ໄດ້ຕົກລົງເລືອກເອົາສະໜາມຫຼວງ ບາດິ່ງ ແມ່ນສະຖານທີ່ປຸກສ້າງສຸສານປະທານ ໂຮ່ຈີມິນ. ແລະ ໃນປີ 1990 ເນື່ອງໃນໂອກາດ ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ, ມີກິດຈະກຳສະຖາປັດຕະຍາກຳອີກແຫ່ງໜຶ່ງ ກໍ່ໄດ້ຖືກກໍ່ສ້າງຢູ່ຄຽງຂ້າງສະໜາມຫຼວງ ບາດິ່ງ ນັ້ນແມ່ນຫໍພິພິທະພັນ ໂຮ່ຈີມິນ ແລະ ໃນມໍ່ໆມານີ້ແມ່ນກິດຈະກຳ ຫໍສະພາແຫ່ງຊາດຫຼັງໃໝ່ ຖືກກໍ່ສ້າງປີ 2015 ອັນໄດ້ປະກອບສ່ວນເຮັດໃຫ້ບໍລິເວນສຸສານ ເພີ່ມຄວາມສົມບູນ ແລະ ສວຍງາມ.
ປັດຈຸບັນສະໜາມຫຼວງ ບາດິ່ງ ນອນຢູ່ຖະໜົນ ຮຸ່ງເວືອງ ດ້ວຍເນື້ອທີ່ກວ່າ 32.000 ຕາເມັດ. ນີ້ແມ່ນສະຖານທີ່ດຳເນີນບັນດາເຫດການທີ່ສຳຄັນຄື ພິທີອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ພິທີເດີນຂະບວນສວນສະໜາມ, ພິທີຊຸມນຸມມິດຕິງ... ແຕ່ລະວັນຢູ່ແຫ່ງນີ້ ກໍ່ໄດ້ດຳເນີນພິທີຊັກທຸງ ແລະ ຫຼົດທຸງ ເຊິ່ງແມ່ນພິທີລະດັບຊາດ ໄດ້ຮັບການເຊັນອະນຸມັດເມື່ອປີ 2001 ຈາກລັດຖະບານ. ນາງ ເຮຶອງຢາງ ຢູ່ເມືອງ ບິ່ງແທັ້ງ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:
“ຂ້າພະເຈົ້າມາຢ້ຽມຢາມ ຮ່າໂນ້ຍ ເປັນຄັ້ງທຳອິດໃນຄາວມີອາຍຸ 10 ປີ ແລະ ຂ້າພະເຈົ້າໄດ້ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ ໄດ້ລະຫຼິ້ນຢູ່ສະໜາມຫຼວງແຫ່ງນີ້. ຂ້າພະເຈົ້າຍັງຈື່ດີ ໃນການມາຢ້ຽມຢາມຮ່າໂນ້ຍ ເທື່ອໜຶ່ງ ກົງກັບໂອກາດວັນຊາດ ວັນທີ 2 ກັນຍາ ໃນຕອນເຊົ້າມື້ນັ້ນ ຂ້າພະເຈົ້າໄດ້ໄປສະໜາມຫຼວງແຕ່ເຊົ້າໆ ຂ້າພະເຈົ້າຄິດວ່າເຮົາໄປໄວກວ່າໝູ່ ແຕ່ເມື່ອມາຮອດ ກໍ່ໄດ້ເຫັນມີຫຼາຍຄົນໄດ້ມາກ່ອນແລ້ວ ເພື່ອເຂົ້າຮ່ວມພິທີຊັກທຸງ. ຄວາມຮູ້ສຶກໄດ້ຂັບຮ້ອງເພງຊາດໃນມື້ນັ້ນ ແມ່ນບໍ່ອາດຫຼົງລືມ ແລະ ຍາກທີ່ຈະພັນລະນາໄດ້ ຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະ ມີຄວາມເປັນກຽດຢ່າງຍິ່ງ”.




