ເມື່ອແລກປ່ຽນກັບບັນດານັກສຳມະນາກອນແມ່ນພະນັກງານໃນແຜນ ກຳມະການສູນກາງພັກຊຸດທີ XIV ກ່ຽວກັບສັງກາດບຸກບືນຂອງຊາດ ຫວຽດນາມ, ໃນວັນທີ 31 ຕຸລາ 2024, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນວ່າ: “ພະນັກງານ ແລະ ວຽກງານພະນັກງານແມ່ນບັນຫາ “ສຳຄັນຍິ່ງ”, “ຕັດສິນທຸກວຽກງານ”, “ພະນັກງານເປັນກົກຂອງທຸກວຽກງານ”, ແມ່ນປັດໄຈຕັດສິນໄຊຊະນະ ແລະ ປະລາໄຊຂອງການປະຕິວັດ. ການສ້າງຖັນແຖວພະນັກງານທີ່ມີກຳລັງຄວາມສາມາດຢ່າງພຽງພໍເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ ພວມວາງອອກຢ່າງຮີບເຮັ່ງ”.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນຊີ້ນຳໃນກອງປະຊຸມສະຫຼຸບການປະຕິບັດມະຕິເລກທີ 18 18-NQ/TW, ວັນທີ 19/11/2024 (ພາບ: VOV) |
ຫຼຸດຜ່ອນພະນັກງານບັນຈຸ ຕິດພັນກັບການນຳໃຊ້ຖັນແຖວພະນັກງານໃຫ້ມີປະສິດທິຜົນ.
ໃນວຽກງານພະນັກງານ, ໄລຍະຜ່ານມາ, ຫວຽດນາມ ໄດ້ຮັບປະກັນໂຄງປະກອບເກນອາຍຸ, ທາງເພດ, ຊົນເຜົ່າ, ຂະແໜງ, ອາຊີບ, ຂົງເຂດປະຕິບັດງານໃຫ້ເໝາະສົມ. ມີຫຼາຍແຜນນະໂຍບາຍ, ຫຼັກການ, ທັດສະນະ, ມາດຕະການແກ້ໄຂໃຫຍ່ກ່ຽວກັບວຽກງານພະນັກງານໄດ້ຫັນເປັນລະອຽດ ດ້ວຍບັນດາລະບຽບກຳນົດ, ຂໍ້ກຳນົດ, ຂັ້ນຕອນຮັບປະກັນປະຊາທິປະໄຕ, ແໜ້ນແຟ້ນກວ່າ. ຂັ້ນຕອນວຽກງານພະນັກງານນັບມື້ນັບເປີດເຜີຍ, ໂປ່ງໃສ. ເຖິງຢ່າງໃດກໍ່ຕາມ, ພະນັກງານບໍ່ພຽງແຕ່ຢຸດຢູ່ເລື່ອງສັບຊ້ອນຕຳແໜ່ງ, ສັບຊ້ອນບຸກຄະລາກອນເທົ່ານັ້ນ, ຫາກຍັງມຸ່ງໄປເຖິງການສ້າງຖັນແຖວພະນັກງານທີ່ມີຈິນຕະນາການປ່ຽນແປງໃໝ່, ກ້າຄິດກ້າທຳ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມອີກດ້ວຍ.
ເພື່ອຕອບສະໜອງຄວາມຮຽກຮ້ອງນັ້ນ, ໜຶ່ງໃນບັນດາເປົ້າໝາຍລວມທີ່ມະຕິເລກທີ 18 ຂອງສູນກາງເຕື້ອງເຖິງ ນັ້ນແມ່ນ, ຍົກສູງຄຸນນະພາບຖັນແຖວພະນັກງານ, ພາລະກອນ, ລັດຖະກອນ. ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດຊາບຊຶມການປະຕິບັດມະຕິເລກທີ 18 ຂອງສູນກາງ (ເດືອນ ທັນວາ 2024), ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງເຖິງການຫັນກົງຈັກໃຫ້ກະທັດລັດ, ສ້າງຖັນແຖວພະນັກງານຄືນໃໝ່ໃຫ້ມີຄຸນນະທາດຢ່າງພຽງພໍ, ມີກຳລັງຄວາມສາມາດທຽບເທົ່າກັບໜ້າທີ່, ຜ່ານນັ້ນ, ກໍ່ສຸມແຫຼ່ງກຳລັງໃຫ້ແກ່ບັນດາຂົງເຂດຫຼັກແຫຼ່ງ, ບັນດາຜູ້ທີ່ສົມເປັນ.
ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບການປະຕິບັດມະຕິເລກທີ 18 ສູນກາງ (ວັນທີ 19 ພະຈິກ 2024), ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ເນັ້ນໜັກວ່າ:
“ປະຕິບັດຢ່າງຄົບຊຸດການຈັດຕັ້ງກົງຈັກໃຫ້ກະທັດລັດ ກັບການສ້າງໂຄງປະກອບຖັນແຖວພະນັກງານທີ່ມີຄຸນນະທາດຢ່າງພຽງພໍ, ມີກຳລັງຄວາມສາມາດທຽບເທົ່າກັບໜ້າທີ່, ພະນັກງານບັນຈຸໃຫ້ເໝາະສົມ, ປ່ຽນແປງໃໝ່ວຽກງານຮັບສະໝັກ, ບຳລຸງສ້າງ, ສະເໜີ, ແຕ່ງຕັ້ງ, ຍົກຍ້າຍ, ຕີລາຄາພະນັກງານຕາມທິດແທດຈິງ ເພື່ອວຽກງານຕ້ອງຊອກຫາຜູ້ເຮັດບົນພື້ນຖານຜະລິດຕະພັນລະອຽດສາມາດວັດແທກໄດ້ ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນໃນການຕີລາຄາພະນັກງານ, ມີກົນໄກຢ່າງມີປະສິດທິຜົນເພື່ອຄັດເລືອກເອົາບັນດາຜູ້ທີ່ບໍ່ມີຄຸນນະທາດ, ກຳລັງຄວາມສາມາດ, ອິດທິພົນຊື່ສຽງຢ່າງພຽງພໍໃຫ້ອອກຈາກຕຳແໜ່ງວຽກງານ ແລະ ນຳໃຊ້ຜູ້ມີກຳລັງຄວາມສາມາດທີ່ດີກວ່າ”.
ການປະຕິວັດຊັບພະຍາກອນມະນຸດ
ຄາວຍັງມີຊີວິດຢູ່, ປະທານ ໂຮ່ຈິມິນ ໄດ້ເນັ້ນໜັກເປັນພິເສດເຖິງຄວາມສຳຄັນຂອງວຽກງານພະນັກງານ ແລະ ພະນັກງານ. ຍາມໃດ ເພີ່ນ ກໍຢືນຢັນວ່າ: “ພະນັກງານເປັນກົກຂອງທຸກວຽກງານ”, “ຢາກໃຫ້ວຽກງານສຳເລັດ ຫຼື ປະລາໄຊ ລ້ວນແຕ່ແມ່ນຍ້ອນພະນັກງານດີ ຫຼື ອ່ອນ”, ສະນັ້ນ, “ວຽກງານພະນັກງານໄດ້ສວມບົດບາດຕັດສິນໃນການສ້າງຖັນແຖວພະນັກງານທັງມີຄຸນສົມບັດປະຕິວັດ, ທັງເປັນມືອາຊີບ”.
ເລື່ອງຫັນກົງຈັກລັດໃຫ້ກະທັດລັດ, ຫຼຸດພະນັກງານບັນຈຸເຊິ່ງ ຫວຽດນາມ ພວມດຳເນີນ ເປັນການສະແດງໃຫ້ເຫັນທັດສະນະຊີ້ນຳຢ່າງລຸລ່ວງ, ຄວາມເປັນເອກະພາບສູງ ແລະ ຄວາມຕັດສິນໃຈດ້ານການເມືອງຢ່າງໃຫຍ່ຫຼວງຂອງພັກ ແລະ ລັດ.
ໂດຍປະຕິບັດພາລະກິດການປະຕິວັດຫັນເປັນກະທັດລັດດັ່ງກ່າວໃຫ້ເປັນຢ່າງດີນັ້ນ ຈະສ້າງທ່າ ແລະ ກຳລັງແຮງເພື່ອໃຫ້ທັງຊາດ ຫວຽດນາມ ຫັນປ່ຽນຕົນເອງ, ບຸກທະລຸຢ່າງແຮງ, ພ້ອມກັນມຸ່ງໄປເຖິງການປະຕິບັດເປົ້າໝາຍ: ສ້າງປະເທດ ຫວຽດນາມ ສັງຄົມນິຍົມ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ຍຸຕິທຳ, ປະຊາທິປະໄຕ, ສີວິໄລ, ທຽບເທົ່າກັບບັນດາປະເທດຢູ່ 5 ທະວີບໂດຍໄວ ຄືດັ່ງຄວາມຄາດຫວັງຂອງປະທານ ໂຮ່ຈີມິນ.




