logo

ສ້າງ “ລະຫັດຕົ້ນກຳເນີດ” ໃຫ້ແກ່ສິນຄ້າ ຫວຽດນາມ ອອກສູ່ຕ່າງປະເທດ

2024/9/18 | 08:01:00
(VOVWORLD) - ການແຈ້ງແຫລ່ງທີ່ມາຂອງສິນຄ້າ ແມ່ນຄຳຮຽກຮ້ອງຕ້ອງການທຳອິດ ແລະ ສຳຄັນ ເພື່ອນຳຜະລິດຕະພັນ ຫວຽດນາມ ອອກສູ່ໂລກ, ແຊກຊຶມເຂົ້າຕະຫລາດຫລາຍປະເທດ. ຢູ່ ນະຄອນ ໂຮ່ຈິມິນ, ພາຍຫລັງ 2 ປີແຫ່ງການຜັນຂະຫຍາຍຂໍ້ຕົກລົງກ່ຽວກັບການນຳໃຊ້ບັນດາລະບົບແຈ້ງທີ່ມາສິນຄ້າ ຢູ່ບໍລິເວນ ໄລຍະ 2021-2030, ສິນຄ້າ ຫວ*ດນາມ ໄດ້ເຂົ້າເຖິງຜູ້ບໍລິໂພກຢູ່ໃນໂລກຢ່າງວ່ອງໄວ ເປັນຕົ້ນແມ່ນຜ່ານບັນດາຊ່ອງຈຳຫນ່າຍຂອງວິສາຫະກິດ ໂດຍຊາວ ຫວຽດນາມ ເປັນເຈົ້າຂອງຢູ່ຕ່າງປະເທດ.
ລາຍການ ຈຸດນັດພົບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ວິສາຫະກິພາຍໃນປະເທດ ແລະນັກທຸລະກິດ ຫວຽດນາມ ຢູ່ ຕ່າງປະເທດ. ພາບ: MP

 

 

ຈາກສະພາບຕົວຈິງໃນການນຳເອົາຜະລິດຕະພັນເຫັດລິ້ນຈື່ເຂົ້າເຄືອຂ່າຍຈຳຫນ່າຍຢູ່ ຊ່ອງການຄ້າເອເລັກໂຕນິກ (ແອັບ/APP ຂາຍເຄື່ອງອອນລາຍ) Amazon ຂອງ ອາເມລິກາ, ທ່ານ ປອ ເລຮ່ວາງເທ, ຊາວ ຫວຽດນາມ ອາໄສຢູ່ ຍີ່ປ່ນ, ຜູ້ອຳນວຍການ ບໍລິສັດລະບົບນິເວດ The VOS ຈຳກັດ ຢືນຢັນ: ນອກຈາກຄຸນນະພາບຂອງຜະລິດຕະພັນ, ເລື່ອງແຈ້ງທີ່ມາຂອງສິນຄ້າ ແມ່ນມີຄວາມສຳຄັນ ຊື່ງໄດ້ເຂົ້າໃຈຄືແມ່ນ “ລະຫັດຕົ້ນກຳເນີດ” ໃຫ້ແກ່ສິນຄ້າເພື່ອໃຫ້ຜູ້ບໍລິໂພກຕ່າງປະເທດສາມາດກວດກາ ແລະ ມີຄວາມເຊື່ອໝັ້ນໃນການຊົມໃຊ້ສິນຄ້າ.

“ເພື່ອໃຫ້ມີຜະລິດຕະພັນຢ່າງຫນຶ່ງຈາກ ຫວຽດນາມ ສົ່ງໄປຍັງຕະຫລາດ ອາເມລິກາ, ວຽກທຳອິດແມ່ນ ຕ້ອງຢັ້ງຢືນໄດ້ວ່າ ທຸກຜະລິດຕະພັນ ລ້ວນແຕ່ຕ້ອງມີໃບຢັ້ງຢືນ, ມີບັດປະດິດຄິດສ້າງ ແລະ ມີການວິໄຈຕາມແຕ່ລະໄລຍະ”.

ກໍ່ເນັ້ນຫນັກກ່ຽວກັບຄວາມສຳຄັນຂອງເລື່ອງແຈ້ງແຫລ່ງທີ່ມາຂອງສິນຄ້າ ເມື່ອສົ່ງອອກໄປຍັງຕະຫລາດຕ່າງປະເທດ, ທ່ານ ຫງວຽນງອກລ້ວນ,  CEO ບໍລິສັດຮ່ວມສຳພັນການຄ້າທົ່ວໂລກຈຳກັດ ດ້ວຍຜະລິດຕະພັນແມ່ນ ກາເຟລົດໝາກໄມ້ເຄື່ອງໝາຍ Meet More Coffee ແບ່ງປັນວ່າ:

“ສຳລັບພວກຂ້າພະເຈົ້າ, ບັນຫາທຳອິດແມ່ນເຂົ້າຮ່ວມຂັ້ນຕອນ ISO, ຕ້ອງມີເອກະສານ ແລະ ຖານຂໍ້ມູນຄົບຖ້ວນໃນແຕ່ລະງວດສິນຄ້າ, ຫລັງຈາກນັ້ນ ເອົາຂໍ້ມູນທັງໝົດຂຶ້ນປະຕູຖານຂໍ້ມູນ ດ້ວຍ QR code ຫລື ຂໍ້ມູນກ່ຽວກັບເຕັກໂນໂລຊີ. ວິສາຫະກິດ ຕ້ອງມີພາກສ່ວນກວດກາພາຍໃນ, ນີ້ແມ່ນສິ່ງສຳຄັນ, ຄວນໄດ້ລົງທຶນເຂົ້າກົງຈັກຄຸ້ມຄອງຄຸນນະພາບ”.

ມາຮອດປະຈຸບັນ, ຜະລິດຕະພັນ Meet More ໄດ້ດຶງດູດລູກຄ້າຫລາຍໆຄົນ ດ້ວຍອັດຕາສ່ວນວາງຂາຍຢູ່ຫລາຍຮ້ານສັບພະສິນຄ້າ, ຮ້ານຄ້າໃຫຍ່ນ້ອຍໃນທົ່ວປະເທດເປັນຈຳນວນຫຼາຍ. ບໍ່ພຽງແຕ່ເທົ່ານັ້ນ Meet More ຍັງໄດ້ສົ່ງໄປຂາຍຢູ່ເກືອບ 20 ຕະຫລາດກາເຟໃນໂລກຄື: ອິນເດຍ, ຍີ່ປຸ່ນ, ສ.ເກົາຫລີ, ອາເມລິກາ, ອົດສະຕາລີ..

ຄຽງຄູ່ກັນນັ້ນ ມີວິສາຫະກິດຫລາຍແຫ່ງໄດ້ລົງທຶນໃຫຍ່ໃຫ້ແກ່ການແຈ້ງແຫລ່ງທີ່ມາຂອງສິນຄ້າຄື: ລົງທຶນລາຍຈ່າຍໃຫ້ແກ່ການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດທີ່ມີລະດັບສູງ, ລາຍຈ່າຍການບຳລຸງສ້າງໃຫ້ພະນັກງານດ້ານເຕັກໂນໂລຊີ, ສ້າງລະບົບຮັບຮູ້ ແລະ ກວດກາຂໍ້ມູນຢ່າງຊັດເຈນ ຕໍ່ເນື່ອງ. ທ່ານນາງ ໂດ໋ຕູ Trace ຜູ້ອຳນວຍການຝ່າຍພົວພັນຕ່າງປະເທດ ບໍລິສັດ Blue Saigon ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ສ້າງຕັ້ງຖັນແຖວເພື່ອນຳໃຊ້ທັງໝົດ APP ໃນຕະຫລາດ ເພື່ອຮັບໃຊ້ໃຫ້ແກ່ວຽກງານແຈ້ງທີ່ມາຂອງສິນຄ້າ. ມີຫລາຍອົງການຫົວຫນ່ວຍໄດ້ຮ່ວມເດີນທາງ ແລະ ຫນູນຊ່ວຍພວກຂ້າພະເຈົ້າ ເພື່ອສາມາດປະຕິບັດໄດ້ຢ່າງຖືກຕ້ອງຕາມບັນດາມາດຖານທີ່ເໝາະສົມກັບບໍລິສັດສະຫນອງ, ບໍລິສັດຜະລິດ ແລະ ບັນດາຄູ່ຮ່ວມມືນຳເຂົ້າສິນຄ້າ”.

ການແຈ້ງທີ່ມາຂອງສິນຄ້າ ໄດ້ ແລະ ພວມແມ່ນຄວາມຮຽກຮ້ອງແບບບັງຄັບ ເມື່ອ ຫວຽດນາມ ສະຫນອງສິນຄ້າອອກສູ່ຕະຫລາດຫລາຍແຫ່ງໃນໂລກ. ຕົວຢ່າງຄື: ສິນຄ້າປະເພດຜະລິດຕະພັນກະເສດ ຫວຽດນາມ, ບັນດາຕະຫລາດໃຫຍ່ທີ່ນຳເຂົ້າສິນຄ້າປະເພດນີ້ຄື: ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອາເມລິກາ, ສະຫະພາບເອີລົບ (ອີຢູ) ລ້ວນແຕ່ວາງອອກບັນດາຂໍ້ກຳນົດແບບບັງຄັບກ່ຽວກັບການປະຕິບັດການເຄື່ອນໄຫວແຈ້ງທີ່ມາຂອງສິນຄ້າສຳລັບວິສາຫະກິດ. ທ່ານ ເລືອງມິງຮວນ, ຫົວຫນ້າສະຖາບັນພັດທະນາວິສາຫະກິດ ຖືວ່າ:

“ການແຈ້ງທີ່ມາຂອງສິນຄ້າ ແມ່ນວິທີຫນຶ່ງເພື່ອສະແດງຄວາມໂປ່ງໃສ ແລະ ຄຳໝັ້ນສັນຍາຂອງວິສາຫະກິດສຳລັບຄຸນນະພາບ ແລະ ຕົ້ນກຳເນີດຂອງບັນດາຜະລິດຕະພັນ. ການແຈ້ງທີ່ມາຂອງສິນຄ້າ ຊ່ວຍພິສູດໃຫ້ເຫັນຜະລິດຕະພັນ, ສິນຄ້າ ແມ່ນຕອບສະຫນອງໄດ້ບັນດາມາດຖານຄຸນນະພາບ, ຄວາມປອດໄພ ແລະ ສິ່ງແວດລ້ອມໂດຍໄດ້ກຳນົດຈາກບັນດາອົງການສາກົນ. ສິ່ງນີ້ ສ້າງຄວາມເຊື່ອໝັ້ນຈາກຄູ່ຮ່ວມມືທຸລະກິດ ແລະ ຜູ້ບໍລິໂພກ, ຊຸກຍູ້ການພົວພັນດ້ານການຄ້າ ແລະ ສ້າງທ່າໄດ້ປຽບໃນການແກ້ງແຍ່ງຢູ່ຕະຫລາດສາກົນ”.

ທ່ານ ຫງວຽນງອກລ້ວນ,  CEO Meet More Coffee.  (ພາບ: Ngọc Xuân)

ປະຈຸບັນ, ຫວຽດນາມ ໄດ້ແຊກຊຶມເຂົ້າເລິກເຂົ້າໃນເສດຖະກິດທົ່ວໂລກ ດ້ວຍການເຂົ້າຮ່ວມຫລາຍສັນຍາການຄ້າເສລີ (FTA) ລຸ້ນໃຫມ່. ເພື່ອແກ້ງແຍ່ງຢ່າງມີປະສິດທິຜົນ, ຢັ້ງຢືນຄຸນນະພາບສິນຄ້າ ຫວຽດນາມ ຢູ່ຕະຫລາດຕ່າງປະເທດ, ສ້າງຄວາມເຊື່ອໝັ້ນຕໍ່ຜູ້ບໍລິໂພກໃນໂລກ, ນອກຈາກການຫນູນຊ່ວຍຂອງລັດຖະບານແລ້ວ ກໍ່ຍັງຮຽກຮ້ອງຄວາມມານະພະຍາຍາມຂອງວິສາຫະກິດເອງໃນການທີ່ຍາມໃດກໍ່ປ່ຽນແປງໃຫມ່ຕົນເອງ, ກຳແຫນ້ນ ແລະ ຕອບສະຫນອງບັນດາມາດຖານຢ່າງຄົບຖ້ວນ, ຄວາມຮຽກຮ້ອງຢ່າງເຄັ່ງຄັດທີ່ສຸດຂອງຕະຫລາດປາຍທາງ. ຕ້ອງປະຕິບັດການແຈ້ງທີ່ມາຂອງສິນຄ້າຢ່າງເຂັ້ມງວດ, ໝູນໃຊ້ເຕັກໂນໂລຊີ ຊ່ວຍຜະລິດຕະພັນ, ເຄື່ອງໝາຍການຄ້າ ຫວຽດ ໃຫ້ນັບມື້ນັບມີຫນ້າຢູ່ຕະຫລາດທົ່ວໂລກ.

TAG
VOV/VOVworld/ເສດ​ຖະ​ກິດ​ທົ່ວ​ໂລກ/ການ​ແຈ້ງ​ແຫລ່ງທີ່​ມາ​ຂອງ​ສິນ​ຄ້າ/ຂໍ້​ມູນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ