logo

ສ້າງວຽກເຮັດງານທໍາທີ່ດີໃຫ້ແກ່ຊາວຜູ້ອອກແຮງງານໃນພາກພື້ນ ອາຊຽນ

2019/3/28 | 12:51:40
(VOVWORLD) -ການກໍາເນີດຂອງປະຊາຄົມເສດຖະກິດ ອາຊຽນ ປີ 2015 ໄດ້ນໍາມາເຊິ່ງກາລະໂອກາດເຊື່ອມໂຍງເຂົ້າກັບພາກພື້ນຢ່າງຮອບດ້ານ ກ່ຽວກັບດ້ານແຮງງານ, ວຽກເຮັດວຽກງານທໍາລະຫວ່າງບັນດາປະເທດສະມາຊິກໃນກຸ່ມ.

ຕອນເຊົ້າວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ  ສັງຄົມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບກອບກໍານົດມາດຕະຖານວັດແທກລະດັບຄວາມຮູ້ໃນພາກພື້ນ ອາຊຽນ ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງເຊິ່ງກັນແລະກັນໃນ ອາຊຽນ.

        ການກໍາເນີດຂອງປະຊາຄົມເສດຖະກິດ ອາຊຽນ ປີ 2015 ໄດ້ນໍາມາເຊິ່ງກາລະໂອກາດເຊື່ອມໂຍງເຂົ້າກັບພາກພື້ນຢ່າງຮອບດ້ານ ກ່ຽວກັບດ້ານແຮງງານ, ວຽກເຮັດວຽກງານທໍາລະຫວ່າງບັນດາປະເທດສະມາຊິກໃນກຸ່ມ. ຕາມນັ້ນແລ້ວ, ຊາວຜູ້ອອກແຮງງານຂອງບັນດາປະເທດໃນພາກພື້ນ ອາຊຽນ ສາມາດເຮັດວຽກ, ເລືອກເຟັ້ນ ແລະ ຕັດສິນກ່ຽວກັບກາລະໂອກາດການເຮັດວຽກຂອງຕົນບໍ່ວ່າຈະຢູ່ປະເທດໃດ ເຊິ່ງຕົນມີຄວາມຕ້ອງການຢ່າງເສລີ. ປັດຈຸບັນ, ບັນດາສະມາຊິກ ອາຊຽນ ພວມນໍາໃຊ້ຂໍ້ຕົກລົງວ່າດ້ວຍການຮັບຮອງເຊິ່ງກັນແລະກັນໃນຂອບເຂດຂອງ 8 ຂະແໜງວິຊາຊີບຄື: ການແພດ, ການປ່ິນປົວແຂ້ວ, ພະຍາບານ, ວິສະວະກອນ, ສະຖາປະນິກ, ບັນຊີ, ການສໍາຫຼວດ ແລະ ການທ່ອງທ່ຽວ. ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:

        “ຈໍານວນວຽກງານໃນ 8 ຂະແໜງວິຊາຊີບທີ່ຫາກໍ່ກ່າວມາຂ້າງເທິງນັ້ນ ພຽງແຕ່ກວມເອົາສ່ວນໜ້ອຍໜຶ່ງໃນຈໍານວນວຽກງານທັງໝົດ ເຊິ່ງປະຊາຄົມເສດຖະກິດ ອາຊຽນ ນໍາມາໃຫ້ ແລະ ພຽງແຕ່ສົ່ງຜົນກະທົບໄລຍະສັ້ນໃນລະດັບໃດໜຶ່ງເທົ່ານັ້ນ. ເພື່ອໜູນຊ່ວຍຂໍ້ຕົກລົງວ່າດ້ວຍການຮັບຮອງເຊິ່ງກັນແລະກັນນັ້ນ, ອາຊຽນ ໄດ້ສ້າງກອບກໍານົດມາດຕະຖານວັດແທກລະດັບຄວາມຮູ້ ອາຊຽນ ເພື່ອສາມາດປຽບທຽບລະດັບຄວາມຮູ້ລະຫວ່າງບັນດາປະເທດສະມາຊິກນໍາກັນ. ໃນວິວັດທະນາການລວມຂອງພາກພື້ນ, ປັດຈຸບັນ ກອບກໍານົດມາດຕະຖານວັດແທກລະດັບຄວາມຮູ້ແຫ່ງຊາດຂອງຫວຽດນາມ ລວມມີ 8 ລະດັບ ເຊິ່ງນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ ເມື່ອປີ 2016”.

TAG
VOV/VOVworld/ວຽກເຮັດງານທໍາ/ວິສະ​ວະ​ກອນ/ລະດັບຄວາມຮູ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ