logo

ສ້າງ​ສູນ​ການ​ເງິນ​ສາ​ກົນ ຫວຽດ​ນາມ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ​ກາຍ​ເປັນ ປະ​ພາ​ຄານ ຂອງ​ການ​ພັດ​ທະ​ນາ

2026/2/11 | 11:01:26
(VOVWORLD) - ເຫດການທີ່ມີຄວາມໝາຍບານພັບ, ຫັນປ່ຽນສະພາບຈາກການຫັນແຜນນະໂຍບາຍຂອງພັກເປັນລະບອບລະບຽບການ ມາເປັນບາດກ້າວປະຕິບັດ, ເຄື່ອນໄຫວເຄື່ອງມືໜຶ່ງ, ມາດຕະການກ່ຽວກັບເຕັກໂນໂລຢີການເງິນທີ່ທັນສະໄໝ ໃນວິວັດການບືນຕົວຂຶ້ນຂອງປະເທດຊາດ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນເຊົ້າວັນທີ 11 ກຸມພາ, ເຂົ້າຮ່ວມພິທີເປີດນຳໃຊ້ ສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີຕ້ອງສ້າງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ກາຍເປັນ ກຳລັງໜູນ, ບ່ອນອີງຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕແບບຍືນຍົງຂອງປະເທດຊາດ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍບານພັບ, ຫັນປ່ຽນສະພາບຈາກການຫັນແຜນນະໂຍບາຍຂອງພັກເປັນລະບອບລະບຽບການ ມາເປັນບາດກ້າວປະຕິບັດ, ເຄື່ອນໄຫວເຄື່ອງມືໜຶ່ງ, ມາດຕະການກ່ຽວກັບເຕັກໂນໂລຢີການເງິນທີ່ທັນສະໄໝ ໃນວິວັດການບືນຕົວຂຶ້ນຂອງປະເທດຊາດ. ໂດຍນັ້ນໜັ້ກເຖິງຄວາມຮຽກຮ້ອງຕ້ອງການໃນການຜັນຂະຫຍາຍ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

ບັນດານັກລົງທຶນສາກົນ ປະຕິບັດຄຳໝັ້ນສັນຍາໃນທັນທີ, ເປີດກວ້າງການມີໜ້າ, ຖ່າຍທອດເຕັກໂນໂລຢີການຄຸ້ມຄອງການເງິນ, ເຂົ້າຮ່ວມບັນດາເສົາຄ້ຳຢ່າງເລິກເຊິ່ງຄື: ການບິນ, ການເດີນເຮືອ , fintech... ບັນດາວິສາຫະກິດ ຫວຽດນາມ ບໍ່ອາດຢືນຢູ່ນອກ, ເປັນຕົ້ນແມ່ນບັນດາກຸ່ມບໍລິສັດໃຫຍ່ຕ້ອງພ້ອມກັນເຮັດ, ສົ່ງເສີມ, ແກ້ງແຍ້ງ, ຕ້ອງນຳໜ້າພາທາງກາຍເປັນສະມາຊິກຜູ້ສ້າງຕັ້ງ, ນຳໃຊ້ການບໍລິການຂອງສູນເພື່ອລະດົມເງິນລົງທຶນສາກົນ, ອອກພັນທະບັດ, ພັດທະນາແບບກວມລວມ, ຄຸ້ມຄອງຄວາມສ່ຽງຢ່າງມີປະສິດທິຜົນ. ຫັນສູນການເງິນສາກົນ ຫວຽດນາມ ໃຫ້ກາຍເປັນກຳລັງໜູນ, ເປັນບ່ອນອີງຢ່າງໝັ້ນແກ່ນເພື່ອເຕີບໂຕ, ກາຍເປັນປະພະຄານຂອງການພັດທະນາ.

TAG
VOV/VOVworld/​ສູນ​ການ​ເງິນ​ສາ​ກົນ/ຫວຽດ​ນາມ/ໂຮ່​ຈີ​ມິນ/ການ​ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ