logo

ສ້າງ​ສູນ​ຂໍ້​ມູນ​ແຫ່ງ​ຊາດ ກາຍ​ເປັນ​ຫົວ​ໃຈ​ຂອງ​ພື້​ນ​ຖານ​ເສດ​ຖະ​ກິດ​ຂໍ້​ມູນ, ສັງ​ຄົມ​ຂໍ້​ມູນ

2025/12/29 | 11:31:30
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງສູນຂໍ້ມູນແຫ່ງຊາດ ຊາບຊືມ, ຜັນຂະຫຍາຍປະຕິບັດ 5 ການກຳນົດທິດໃຫຍ່, ໃນນັ້ນຕ້ອງສຸມໃສ່ສ້າງສູນຂໍ້ມູນແຫ່ງຊາດ ກາຍເປັນຫົວໃຈຂອງພື້ນຖານເສດຖະກິດຂໍ້ມູນ, ສັງຄົມຂໍ້ມູນຢ່າງແທ້ຈິງ.
 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ໂຕເລິມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນຂໍ້ມູນແຫ່ງຊາດເລກ 1. ສູນແມ່ນສະຖານທີ່ສະສົມຂໍ້ມູນ ຈາກບັນດາຖານຂໍ້ມູນແຫ່ງຊາດ, ກາຍເປັນສະຖານທີ່ເຕົ້າໂຮມ, ຄົບຊຸດ, ເກັບຮັກສາ, ແບ່ງປັນ, ປະສານງານ ແລະ ວິໄຈຂໍ້ມູນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງສູນຂໍ້ມູນແຫ່ງຊາດ ຊາບຊືມ, ຜັນຂະຫຍາຍປະຕິບັດ 5 ການກຳນົດທິດໃຫຍ່, ໃນນັ້ນຕ້ອງສຸມໃສ່ສ້າງສູນຂໍ້ມູນແຫ່ງຊາດ ກາຍເປັນຫົວໃຈຂອງພື້ນຖານເສດຖະກິດຂໍ້ມູນ, ສັງຄົມຂໍ້ມູນຢ່າງແທ້ຈິງ, ແມ່ນສະໝອງຮັບໃຊ້ວຽກງານຊີ້ນຳ, ນຳພາ, ບໍລິຫານຂອງພັກ, ລັດ ແລະ ການເຄື່ອນໄຫວຂອງທົ່ວສັງຄົມຢ່າງມີປະສິດທິຜົນ. ທ່ານໃຫ້ຮູ້ວ່າ:

ຍູ້ແຮງວຽກງານສ້າງ, ເຊື່ອມຕໍ່ຂໍ້ມູນ, ເຮັດໃຫ້ສະອາດ, ຄຸ້ມຄອງຂໍ້ມູນ ແລະ ຂຸດຄົ້ນ, ເສີມຂະຫຍາຍຄຸນຄ່າຂອງຂໍ້ມູນ. ຕ້ອງສ້າງຮາກຖານຂໍ້ມູນສັງລວມແຫ່ງຊາດ ໃນໄຕມາດທີ I/2026 ເຊື່ອມຕໍ່ກັບບັນດາສາງຂໍ້ມູນທີ່ກ່ຽວຂ້ອງ. ຮັບປະກັນທຸກຂໍ້ມູນໄດ້ສະສົມປະຕິບັດຕາມຫຼັກການ “ຖືກຕ້ອງ, ຄົບຖ້ວນ, ສະອາດ, ມີຊີວິດ, ເປັນເອກະພາບ, ເຊື່ອມຕໍ່ ແລະ ນຳໃຊ້ລວມ”, ແກ້ໄຂສະພາບການກະແຈກກະຈາຍ, ຄອບງຳຂໍ້ມູນ.

TAG
VOV/VOVworld/ຂໍ້​ມູນ/​ເສດ​ຖະ​ກິດ​ຂໍ້​ມູນ/ສັງ​ຄົມ​ຂໍ້​ມູນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ