logo

ສ້າງໂຄງປະກອບອຸດສາຫະກຳຄືນໃຫມ່ໃນປີ 2025

2025/2/11 | 05:00:00

(VOVWORLD) -ເພື່ອບັນລຸຄາດໝາຍການເຕີບໂຕ GDP ທົ່ວປະເທດໃນປີນີ້ຢ່າງຫນ້ອຍສຸດແມ່ນ 8% ແລະ ສູ້ຊົນບັນລຸລະດັບການເຕີບໂຕສອງຕົວເລກໃນເງື່ອນໄຂສະດວກວ່າ, ຫວຽດນາມ ພວມສຸມໃສ່ປະຕິບັດການສ້າງໂຄງປະກອບອຸດສາຫະກຳຄືນໃຫມ່.

 

ພາບປະກອບ: (ກະຊວງອຸດສາຫະກຳ- ການຄ້າ)

ຂະແຫນງອຸດສາຫະກຳ ຫວຽດນາມ ໄດ້ສ້າງໂຄງປະກອບຄືນໃຫມ່ຕາມທິດຫັນເປັນທັນສະໄຫມ, ພັດທະນາຕາມທິດລວງເລິກ, ຍົກສູງສະມັດຕະພາບ, ຄຸນນະພາບ, ມູນຄ່າເພີ່ມ ແລະ ກຳລັງແກ່ງແຍ່ງຂອງຜະລິດຕະພັນບັນດາຂະແຫນງອຸດສາຫະກຳມີທ່າໄດ້ປຽບ. ພ້ອມກັນນັ້ນ ຫວຽດນາມ ກໍ່ໃຫ້ບຸລິມະສິດພັດທະນາ, ເປັນເຈົ້າການເຕັກໂນໂລຊີໃຫມ່, ບັນດາຂະແຫນງການ, ຂົງເຂດອຸດສາຫະກຳຫາກໍ່ພົ້ນເດັ່ນຄື: ຊິບ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ; ພັດທະນາອຸດສາຫະກຳຫນູນຊ່ວຍຢ່າງແຮງ, ເພີ່ມທະວີການຮ່ວມສຳພັນລະຫວ່າງເຂດທີ່ີມີເງິນລົງທຶນຂອງຕ່າງປະເທດ ແລະ ເຂດພາຍໃນປະເທດ; ຄົ້ນຄ້ວາ, ພັດທະນາບັນດາຜະລິດຕະພັນວັດສະດຸກໍ່ສ້າງສີຂຽວ, ປະຢັດພະລັງງານ, ເປັນມິດກັບສິ່ງແວດລ້ອມ, ປ່ອຍອາຍພິດກາກບອນຕ່ຳ..

          ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຢືນຢັນວ່າ: ບັນດາຄາດໝາຍລະອຽດນີ້ໂດຍຂະແຫນງອຸດສາຫະກຳສຸມໃສ່ປະຕິບັດເປັນຢ່າງດີໃນປີນີ້ ເພາະວ່າ ນີ້ແມ່ນເງື່ອນໄຂເພື່ອປະກອບສ່ວນເຮັດໃຫມ່ ແລະ ຊຸກຍູ້ບັນດາກຳລັງຫນູນການເຕີບໂຕທີ່ເປັນມູນເຊື້ອ:

 “ເພື່ອປະຕິບັດບັນດາຄາດໝາຍຂອງແຜນການ 5 ປີ ຄືແຕ່ປີ 2021 – 2025, ສ້າງພື້ນຖານໃຫ້ແກ່ປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່ - ສັງກາດບືນຕົວຂຶ້ນສ້າງຄວາມຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ຂະແຫນງອຸດສາຫະກຳ ການຄ້າ ໄດ້ເອົາໃຈໃສ່ປະຕິບັດບັນດາຫນ້າທີ່ມາດຕະການແກ້ໄຂຄວາມຫຍຸ້ງຍາກຢ່າງມີປະສິດທິຜົນ, ຫນູນຊ່ວຍວິສາຫະກິດຟື້ນຟູການພັດທະນາການຜະລິດ, ດຳເນີນທຸລະກິດ, ຍູ້ໄວການຜັນຂະຫຍາຍບັນດາໂຄງການພັດທະນາອຸດສາຫະກຳ, ພະລັງງານ, ການຄ້າ, ເປັນຕົ້ນແມ່ນບັນດາໂຄງການຈຸດສຸມເພື່ອນຳເຂົ້າເຄື່ອນໄຫວໂດຍໄວ, ສ້າງກຳລັງຫນູນໃຫມ່ໃຫ້ແກ່ການເຕີບໂຕເສດຖະກິດ”.

       ຕາມການຄິດໄລ່ຂອງກະຊວງອຸດສາຫະກຳ ການຄ້າ ແລ້ວ, ເພື່ອໃຫ້ການເຕີບໂຕ GDP ບັນລຸຢ່າງຫນ້ອຍສຸດແມ່ນ 8%, ຂະແຫນງອຸດສາຫະກຳ ຈະຕ້ອງເຕີບໂຕຢ່າງຫນ້ອຍສຸດແມ່ນ 9,3%. ສ່ວນໃນຄາດໝາຍການເຕີບໂຕ GDP ບັນລຸສອງຕົວເລກ, ດ້ວຍຄາດໝາຍການເຕີບໂຕ GDP ແມ່ນຢູ່ໃນລະດັບ 10% ເມື່ອທຽບໃສ່ປີ 2024 ຂະແຫນງອຸດສາຫະກຳຕ້ອງເພີ່ມ 11,9%. ອຸດສາຫະກຳປຸງແຕ່ງ, ຜະລິດອຸດສາຫະກຳ ແມ່ນຂະແຫນງຕັດສິນຊີ້ຂາດເປັນສ່ວນໃຫຍ່ເຖິງລະດັບການເຕີບໂຕ. ທ່ານຮອງສາດສະດາຈານ, ປອ ຫງວຽນເທື່ອງລາງ, ນັກຊ່ຽວຊານເສດຖະກິດ ຖືວ່າ:

ພວກເຮົາຕ້ອງຫັນປ່ຽນໂຄງປະກອບອຸດສາຫະກຳ ຫວຽດນາມ ຕາມທິດອຸດສາຫະກຳສີຂຽວ, ອຸດສາຫະກຳສະອາດ, ອຸດສາຫະກຳອັດສະລິຍະ; ຖືເປັນສຳຄັນການຈັດຕັ້ງອຸດສາຫະກຳ ຫວຽດນາມ ຕາມລະບົບມູນຄ່າ. ແລະ ພິເສດ ບັນດາຂົງເຂດອຸດສາຫະກຳໃຫມ່ຄື ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ອຸດສາຫະກຳພະລັງງານສະອາດ, ພະລັງງານສີຂຽວ, ບັນດາຂະແຫນງອຸດສາຫະກຳກ່ຽວຂ້ອງເຖິງການຫັນເປັນດິຈິຕອນ... ພວກເຮົາຄວນລົງທຶນໃຫ້ຫລາຍກວ່າ, ແຮງກວ່າ, ຂ້ຽວຂາດກວ່າ ເພືື່ອສ້າງບາດກ້າວບຸກທະລຸຂອງຂະແຫນງອຸດສາຫະກຳ”.

          ຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ເອົາໃຈໃສ່ເຖິງການເພີ່ມທະວີການພັດທະນາຂະແຫນງອຸດສາຫະກຳຫນູນຊ່ວຍ. ນີ້ແມ່ນປັດໄຈຫລັກໃຫ້ແກ່ການພັດທະນາແບບຍືນຍົງ, ເພ່ືອໃຫ້ວິສາຫະກິດ ຫວຽດນາມ ອາດຈະເຂົ້າຮ່ວມຢ່າງເລິກເຊິ່ງໃນລະບົບສະຫນອງກໍ່ຄືເຂົ້າຮ່ວມບັນດາໂຄງການອຸດສາຫະກຳຈຸດສຸມພາຍໃນປະເທດຄື: ອຸດສາຫະກຳພະລັງງານ/ພະລັງງານທົດແທນ. ທ່ານນາງ ເຈືອງທິຈິບິ່ງ, ຮອງປະທານ ທັງເປັນເລຂາທິການສະມາຄົມອຸດສາຫະກຳຫນູນຊ່ວຍ ຫວຽດນາມ ຖືວ່າ:

ຖ້າຫາກພວກເຮົາ ມີຍຸດທະສາດນັບແຕ່ຫົວທີ ແລະ ມີແຜນການຫັນເປັນສິນຄ້າພາຍໃນຢ່າງຈະແຈ້ງ ແມ່ນບັນດາຝ່າຍລ້ວນແຕ່ມີການກະກຽມ ແລະ ຖ້າຫາກມີການກະກຽມ ແນ່ນອນວ່າ ວິສາຫະກິດ ຫວຽດນາມ ຈະສາມາດເຂົ້າຮ່ວມລະບົບສະຫນອງຂອງຂົງເຂດພະລັງງານທົດແທນນີ້”.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ຫງວຽນຮົ່ງຢຽນ. (ພາບ:VGP)

          ກ່ຽວກັບລະບອບລະບຽບການ, ຫວຽດນາມ ກໍ່ສືບຕໍ່ສ້າງສຳເລັດບັນດານະໂຍບາຍ, ເອກະສານນິຕິກຳ, ສ້າງແຫລ່ງກຳລັງເພື່ອແກ້ໄຂຂໍ້ຕິດຄັດ ແລະ ພັດທະນາວິສາຫະກິດ, ສ້າງແຫລ່ງສິນຄ້າໃຫ້ແກ່ການສົ່ງອອກ ແລະ ຮັບໃຊ້ການບໍລິໂພກພາຍໃນປະເທດ. ນອກນັ້ນ ຂະແຫນງອຸດສາຫະກຳ ການຄ້າ ກໍ່ຈະສ້າງສຳເລັດສຳເນົາສະເໜີການສ້າງກົດໝາຍວ່າດ້ວຍການຜະລິດ ຜະລິດຕະພັນອຸດສາຫະກຳຈຸດສຸມໂດຍໄວ.

TAG
VOV/VOVworld/ຂະແຫນງອຸດສາຫະກຳ/ການສົ່ງອອກ/ຜະລິດຕະພັນອຸດສາຫະກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ