logo

ສາຍ​ພົວ​ພັນ​ລະ​ຫວ່າງ St. Petersburg ແລະ ນະ​ຄອນ ໂຮ່​ຈີ​ມິນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ເດັ່ນ​ໃນ​ສາຍ​ພົວ​ພັນ​ ລັດ​ເຊຍ - ຫວຽດ​ນາມ

2026/2/18 | 07:27:56
(VOVWORLD) -   ຕອນບ່າຍວັນທີ 17 ກຸມພາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ມົດສະກູ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ໃຫ້ການຕ້ອນຮັບທ່ານ Evgeny Grigoriev, ປະທານຄະນະກຳມະການການຕ່າງປະເທດນະຄອນ  St. Petersburg ຢ່າງສະໜິດສະໜົມ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີມະເມຍ 2026.
ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ທ່ານ Evgeny Grigoriev, ປະທານຄະນະກຳມະການການຕ່າງປະເທດນະຄອນ  St. Petersburg (ພາບ: VOV)

ໃນການພົບປະ, ທ່ານ Evgeny Grigoriev, ໄດ້ຝາກບັນດາຄຳອວຍພອນປີໃໝ່ທີ່ດີງາມທີ່ສຸດຂອງຜູ້ວ່າການນະຄອນ St. Petersburg ມາຍັງທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ແລະ ຜ່ານທ່ານເອກອັກຄະລັດຖະທູດ ຝາກເຖິງປະຊາຊົນ ຫວຽດນາມ.

        ເມື່ອແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ, ສອງຝ່າຍໄດ້ຕົກລົງເປັນນເອກະພາບໂດຍຕີລາຄາວ່າ ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ພວມຢູ່ໃນໄລຍະພັດທະນາຢ່າງຂະຫຍັນຂັນເຄື່ອນ. ການຮ່ວມມືທ້ອງຖິ່ນສືບຕໍ່ສວມບົດບາດສຳຄັນໃນສາຍພົວພັນລວມຂອງສອງຝ່າຍ, ໃນນັ້ນ ສາຍພົວພັນລະຫວ່າງ St. Petersburg ແລະ ນະຄອນ ໂຮ່ຈີມິນ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຈຸດເດັ່ນ, ດ້ວຍຫຼາຍກິດຈະກຳພົວພັນແລກປ່ຽນວັດທະນະທຳ - ເສດຖະກິດ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ການຮັກສາ ແລະ ເສີມຂະຫຍາຍຄຸນຄ່າອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ St. Petersburg ສືບຕໍ່ໄດ້ຮັບຖືວ່າແມ່ນສັນຍາລັກອັນໝັ້ນແກ່ນຂອງນ້ຳໃຈມິດຕະພາບລະຫວ່າງສອງນະຄອນ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍໄດ້ເຕື້ອງເຖິງຄວາມສາມາດເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຊຸກຍູ້ບັນດາຄະນະວິສາຫະກິດໄປສຳຫຼວດຕະຫຼາດ ແລະ ເປີດກວ້າງການເຊື່ອມຕໍ່ການຄ້າໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈຳ ລັດເຊຍ

TAG
VOV/VOVworld/ອວຍພອນປີໃໝ່/ສາຍ​ພົວ​ພັນ​ລະ​ຫວ່າງ St. Petersburg ແລະ ນະ​ຄອນ ໂຮ່​ຈີ​ມິນ/ສາຍ​ພົວ​ພັນ​ ລັດ​ເຊຍ - ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ