logo

ສານ, ວິໄສທັດຂອງ ຫວຽດນາມ ກ່ຽວກັບນະວັດຕະກຳ

2025/1/23 | 10:16:00

(VOVWORLD) -ທີ່ວາລະໂອ້ລົມສົນທະນານະໂຍບາຍພິເສດໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກ Davos ຄັ້ງທີ 55 ທີ່ພວມດຳເນີນໄປຢູ່ ສະວິດ, ຕອນບ່າຍວັນທີ 21 ມັງກອນ ທ່ານນາຍົກລັດຖະມົນຕີ ຫວຽນດາມ ຟ້າມມິງຈິງ ໄດ້ສົ່ງສານທີ່ມີຄວາມໝາຍ, ທັດສະນະຂອງຫວຽດນາມ ກ່ຽວກັບນະວັດຕະກຳ. ທ່ານນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ: ສັງກາດອັດສະລິຍະຕ້ອງໄປຄຽງຄູ່ກັບການພັດທະນາພູມປັນຍາອັດສະລິຍະ, ຖານຂໍ້ມູນ. ຜົນສຳເລັດຂອງວາລະໂອ້ສົມສົນທະນາ ໄດ້ປະກອບສ່ວນແຜ່ຂະຫຍາຍວິໄສທັດ ແລະ ແງ່ຫວັງພັດທະນາຂອງ ຫວຽດນາມ ໃນສັງກາດໃຫມ່.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ນະໂຍບາຍພິເສດ. (ພາບ:VOV)

ທີ່ວາລະໂອ້ລົມສົນທະນານະໂຍບາຍພິເສດໃນຂອບເຂດ WEF 55, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມພັດທະນາພື້ນຖານໂຄງລ່າງອັດສະລິຍະ ຄາດວ່າຈະກໍ່ສ້າງສູນຖານຂໍ້ມູນແຫ່ງຊາດ ໃນເດືອນມິຖຸນາປີນີ້.

ສັງກາດອັດສະລິຍະຕ້ອງໄປຄຽງຄູ່ກັບການພັດທະນາພູມປັນຍາອັດສະລິຍະ

ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫວຽດນາມ ຈະກຳແຫນ້ນກາລະໂອກາດໃນສັງກາດອັດສະລິຍະເພື່ອໃຫ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການຫັນເປັນດິຈິຕອນໃຫ້ກາຍເປັນແຫລ່ງກຳລັງ, ນຳເສດຖະກິດ ຫວຽດນາມ ໃຫ້ບັນລຸໄດ້ເປົ້າໝາຍກາຍເປັນພື້ນຖານເສດຖະກິດພັດທະນາ, ມີລາຍຮັບສູງໃນປີ 2045.

ທ່ານນາຍົກລັດຖະມົນຕີ ຖືວ່າ: ສັງກາດອັດສະລິຍະ ແມ່ນສັງກາດຊື່ງ ດ້ານການເມືອງມີສະຖຽນລະພາບ, ບໍ່ມີສົງຄາມ; ເສດຖະກິດພັດທະນາວ່ອງໄວ ແຕ່ຕ້ອງຍືນຍົງ, ສິ່ງແວດລ້ອມຕ້ອງໄດ້ຮັບປະກັນ ແລະ ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫລັງ. ພິເສດ ສັງກາດອັດສະລິຍະຕ້ອງໄປຄຽງຄູ່ກັບການພັດທະນາພູມປັນຍາອັດສະລິຍະ, ຖານຂໍ້ມູນ.

ເພື່ອກະກຽມໃຫ້ແກ່ສັງກາດອັດສະລິຍະ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ການສ້າງລະບອບນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາພາກສ່ວນທີ່ເຂົ້າຮ່ວມ ພັດທະນາຢ່າງສະເຫມີພາບໃນພື້ນຖານເສດຖະກິດຫລາຍພາກສ່ວນ, ກຳນົດການພັດທະນາປັນຍາປະດິດ ຫວຽດນາມ ຕ້ອງອີງໃສ່ຖານຂໍ້ມູນຂອງ ຫວຽດນາມ.

          ຕາມນັ້ນແລ້ວ, ມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈີຕອນແຫ່ງຊາດ (ປະກາດໃຊ້ໃນວັນທີ 22 ທັນວາ ປີ 2024) ຈະສ້າງກຳລັງຫນູນໃຫ້ແກ່ການລົງທຶນເຂົ້າໃນການຄົ້ນຄ້ວາພັດທະນາຂອງ ຫວຽດນາມ. ລັດຖະບານ ຫວຽດນາມ ກໍ່ເອົາໃຈໃສ່ຮັບປະກັນຊັບສິນທາງປັນຍາ ເພື່ອແນໃສ່ສ້າງກອບນິຕິກຳຢ່າງສະເຫມີພາບໃຫ້ແກ່ບັນດານັກລົງທຶນຕ່າງປະເທດໃນຂົງເຂດເຕັກໂນໂລຊີ.

ປະຈຸບັນ ລັດຖະບານ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຊຸກຍູ້ການລົງທຶນ, ລະດົມແຫລ່ງກຳລັງສັງຄົມ, ວິສາຫະກິດພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງອັດສະລິຍະ, ຄາດວ່າ ຈະກໍ່ສ້າງສູນຖານຂໍ້ມູນແຫ່ງຊາດສຳເລັດໃນເດືອນມິຖຸນາປີນີ້.

ຫວຽດນາມ ກໍ່ກຳນົດຈະພັດທະນາປັນຍາປະດິດ ໂດຍອີງໃສ່ຖານຂໍ້ມູນພາຍໃນປະເທດ, ຈາກນັ້ນ ກໍ່ມານະພະຍາຍາມຊຸກຍູ້ການລົງທຶນ ແລະ ລະດົມບັນດາແຫລ່ງກຳລັງພັດທະນາພື້ນຖານໂຄງລ່າງ.

ພາບປະກອບ:  VGP

          ເຖິງວ່າ ປະເທດຊາດໄດ້ເລີ່ມຕົ້ນຈາກຈຸດທີ່ຕ່ຳ, ມີພື້ນຖານເສດຖະກິດທີ່ພວມຫັນປ່ຽນ ແຕ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ດ້ວຍຄວາມມານະພະຍາຍາມຫລາຍຢ່າງ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນກ່ຽວກັບການຮ່ວມມືຄົ້ນຄ້ວາ ແລະ ພັດທະນາ, ແມ່ນຈຸດນັດພົບແຫ່ງການລົງທຶນອັນດູດດຶ່ມຂອງບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່ທົ່ວໂລກຄື: Samsung, NVIDIA…

ປະກອບສ່ວນແກ້ໄຂຫລາຍບັນຫາທົ່ວໂລກ

ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງໃຫ້ບັນດານັກເສດຖະກິດ, ປະຊາຄົມວິສາຫະກິດໂລກ ເຫັນໄດ້ເຖິງການປະກອບສ່ວນຫລາຍສົມຄວນຂອງ ຫວຽດນາມ ໃນການແກ້ໄຂຫລາຍບັນຫາທົ່ວໂລກ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ໂດຍແມ່ນຫນຶ່ງໃນບັນດາປະເທດທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ລະດັບນ້ຳທະເລຂຶ້ນສູງ, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະນຳອັດຕາການປ່ອຍອາຍພິດລົງລະດັບ 0  ແລະ ມານະພະຍາຍາມຊຸກຍູ້ການຫັນເປັນສີຂຽວ, ການຜະລິດສີຂຽວ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ພວມພັດທະນາຢ່າງບຸກທະລຸ, ມານະພະຍາຍາມປັບປຸງລະບອບນະໂຍບາຍໃຫ້ສຳເລັດເພື່ອແກ້ໄຂຄວາມຕິດຄັດຂອງແຫລ່ງກຳລັງໃຫ້ແກ່ການພັດທະນາພະລັງງານທົດແທນ, ເລີ່ມປະຕິບັດບັນດາໂຄງການໄຟຟ້ານິວເຄຼຍ ເພື່ອຮັບປະກັນແຫລ່ງພະລັງງານສະອາດໃຫ້ແກ່ປະເທດຊາດ. ບັນດາສານຂອງທ່ານນາຍົກລັດຖະມົນຕີທີ່ການໂອ້ລົມສົນທະນາເປັນການພິສູດໃຫ້ຄຳຢືນຢັນຂອງ ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ກ່ອນທີ່ຈະໄປປະຕິບັດງານ.         

“ຫວຽດນາມ ຈະສືບຕໍ່ຢັ້ງຢືນບົດບາດແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກຕັ້ງຫນ້າ, ມີຄວາມຮັບຜິດຊອບ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງປະຊາຄົມໂລກໃນສັງກາດອັດສະລິຍະ, ມຸ່ງໄປເຖິງອະນາ ຄົດທີ່ວັດທະນາຖາວອນ ແລະ ຍືນຍົງໃຫ້ແກ່ມວນມະນຸດ”.

ສານຂອງທ່ານນາຍົກລັດຖະມົນຕີ ທີ່ວາລະໂອ້ລົມສົນທະນານະໂຍບາຍ ໄດ້ປະກອບສ່ວນແຜ່ຂະຫຍາຍວິໄສທັດ ແລະ ແງ່ຫວັງການພັດທະນາຂອງ ຫວຽດນາມ ໃນສັງກາດໃຫມ່ ໄປສູ່ປະຊາຄົມສາກົນ.

TAG
VOV/VOVworld/ການໂອ້ລົມສົນທະນາ/ສັງກາດໃຫມ່/ປ່ອຍອາຍພິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ