logo

ສານ​ອວຍ​ພອນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນ​າມ​ສະ​ໄໝ​ທີ XIV ໂຕ​ເລິມ

2026/1/26 | 08:55:34
(VOVWORLD) - ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບ ເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ອີກສະໄໝໜຶ່ງໄດ້ສ່ອງແສງຄວາມເຊື່ອໝັ້ນຢ່າງຍິ່ງໃຫຍ່ ແລະ ຄວາມເຄົາລົບຢ່າງສູງສຸດເຊິ່ງຄະນະການນຳພັກກໍ່ຄືປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ກຳລັງຄວາມສາມາດ ແລະ ພູມປັນຍາດ້ານການເມືອງຂອງທ່ານເລຂາທິການໃຫຍ່ ໂຕເລິມ.
ທ່ານ ໂຕເລິມ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝ ທີ XIV
(ພາບ: TTXVN)

ເນື່ອງໃນໂອກາດ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽ,ນາມ ສະໄໝທີ XIV ເລືອກຕັ້ງ ທ່ານ ໂຕເລິມ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝ ທີ XIV, ທ່ານເລຂາທິການໃຫຍ່ ພັກແຮງງານ ສປປ.ເກົາຫຼີ, ປະທານສະພາແຫ່ງລັດປະເທດສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ Kim Jong Un, ທ່ານປະທານາທິບໍດີ ລັດ ປາແລັດສະຕິນ, ປະທານຄະນະບໍລິຫານອົງການປົດປ່ອຍ ປາແລັດສະຕິນ (PLO) Mahmoud Abbas, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn, ທ່ານເລຂາທິການໃຫຍ່ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) Chem Widhya ໄດ້ສົ່ງສານອວຍພອນທ່ານເລຂາທິການໃຫຍ່ ໂຕເລິມ.

ທ່ານ ເລຂາທິການໃຫຍ່ ພັກແຮງງານ ສປປ.ເກົາຫຼີ, ປະທານສະພາແຫ່ງລັດ ປະເທດສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ Kim Jong Un ໄດ້ເນັ້ນໜັກວ່າ ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ສືບຕໍ່ໄດ້ຮັບດຳລົງຕຳແໜ່ງສຳຄັນແຖວໜ້າສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງສູງຂອງສະມາຊິກພັກກອມມູນິດ ຫວຽດນາມ ໝົດທຸກຄົນ ແລະ ປະຊາຊົນຫວຽດນາມ ສຳລັບສ່ວນຕົວທ່ານເລຂາທິການໃຫຍ່ ໂຕເລິມ.

ທ່ານປະທານາທິບໍດີ ລັດ ປາແລັດສະຕິນ, ປະທານຄະນະບໍລິຫານອົງການປົດປ່ອຍ ປາແລັດສະຕິນ (PLO) Mahmoud Abbas ໄດ້ເນັ້ນໜັກວ່າເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບ ເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ອີກສະໄໝໜຶ່ງໄດ້ສ່ອງແສງຄວາມເຊື່ອໝັ້ນຢ່າງຍິ່ງໃຫຍ່ ແລະ ຄວາມເຄົາລົບຢ່າງສູງສຸດເຊິ່ງຄະນະການນຳພັກກໍ່ຄືປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ກຳລັງຄວາມສາມາດ ແລະ ພູມປັນຍາດ້ານການເມືອງຂອງທ່ານເລຂາທິການໃຫຍ່ ໂຕເລິມ.

ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຕີລາຄາສູງບົດບາດ ແລະ ການປະກອບສ່ວນສຳຄັນຂອງຫວຽດນາມ ຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ, ທ່ານສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່ໂຕເລິມ, ຫວຽດນາມ ຈະສືບຕໍ່ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ວິວັດການສ້າງປະຊາຄົມ ແລະ ການຮ່ວມສຳພັນອາຊຽນ.

ສ່ວນທ່ານ Chem Widhya ໄດ້ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ, ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບັນດາໝາກຜົນຂອງພາລະກິດແຫ່ງການປ່ຽນແປງໃໝ່, ກ້າວໜ້າບົນເສັ້ນທາງປະຕິບັດວິໄສທັດພັດທະນາຮອດປີ 2045 ໃຫ້ປະກົດຜົນເປັນຈິງຢ່າງໝັ້ນແກ່ນ.


TAG
VOV/VOVworld/ສານ​ອວຍ​ພອນ/​ເລ​ຂາ​ທິ​ການ​ໃຫຍ່/ສູນ​ກາງ​ພັກ​ກອມ​ມູ​ນິດ/ຫວຽດນ​າມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ