ຂໍຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະ ນັກຮົບໃນທົ່ວປະເທດ!
ເນື່ອງໃນໂອກາດປີໃໝ່ 2018 ແລະ ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດ ແລະ ນ້ຳໃຈທີ່ຮັກແພງເຖິງພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະ ນັກຮົບໃນທົ່ວປະເທດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ໂດຍຕາງໜ້າໃຫ້ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ປະຊາຊົນ ແລະ ເພື່ອນມິດສາກົນທັງຢູ່ 5 ທະວີບໃນໂລກຈົ່ງກ້າວເຂົ້າສູ່ປີໃໝ່ແຫ່ງສັນຕິພາບ, ມິດຕະພາບ, ຜາສຸກ ແລະ ວັດທະນາຖາວອນ.
ຂໍຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະ ນັກຮົບໃນທົ່ວປະເທດ!
ໃນປີຜ່ານມາ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານພົ້ນເດັ່ນ, ຮອບດ້ານ, ພິເສດແມ່ນດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການກໍ່ສ້າງພັກ. ທີ່ຕັ້ງບົດບາດ, ກຳລັງແຮງ, ອິດທິພົນຊື່ສຽງຂອງປະເທດຊາດສືບຕໍ່ໄດ້ຮັບການຍົກສູງຂຶ້ນ, ສາມາດຢັ້ງຢືນຄຸນນະທາດ, ພູມປັນຍາ ຫວຽດນາມ, ໄດ້ຮັບການສະໜັບສະໜູນເຫັນດີເຫັນພ້ອມຈາກທົ່ວປວງຊົນ, ໄດ້ຮັບການຕີລາຄາສູງຈາກຫາງສຽງສາກົນ, ອັນໄດ້ສ້າງບັນຍາກາດເບີກບານມ່ວນຊື່ນໃນສັງຄົມ, ນຳປະເທດຊາດສືບຕໍ່ພັດທະນາແບບຍືນຍົງ.
ປີໃໝ່, ລະດູບານໃໝ່, ບຸນເຕັດໄດ້ວຽນມາ, ນຳມາເຊິ່ງບັນດາສິ່ງດີງາມ. ດ້ວຍຄວາມຕັດສິນໃຈໃໝ່, ບັນຍາກາດໃໝ່, ພະລັງຊີວິດໃໝ່, ຄວາມເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ການນຳພາຂອງພັກ, ລັດ ແລະ ອະນາຄົດອັນສົດໃສຂອງຊາດ, ຊາວ ຫວຽດນາມ ພວກເຮົາ ຈົ່ງເສີມຂະຫຍາຍມູນເຊື້ອຮັກຊາດ, ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ງແຂງດ້ວຍຕົນເອງ, ສາມັກຄີ, ຮ່ວມແຮງຮ່ວມໃຈ, ສືບຕໍ່ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ອອກແຮງແຂ່ງຂັນຍາດໄດ້ໄຊຊະນະໃຫມ່ທີ່ຍິ່ງໃຫຍ່ກ່ວາເກົ່າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນໂລກ.
ປີໃໝ່, ກາລະໂອກາດໃໝ່, ໄລຍະໃໝ່, ກຳລັງໜູນໃໝ່, ພວກເຮົາຈະປະສົບຜົນສຳເລັດຢ່າງແນ່ນອນ.




