logo

ສານອວຍ​ພອນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປິ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດ​ນາມ

2026/2/3 | 07:21:18
(VOVWORLD) - ໃນສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ມີຕອນຂຽນວ່າ: ພັກກອມມູນິດ ຫວຽດນາມ ແມ່ນ ຄັນທຸງນຳພາພາລະກິດປະຕິວັດອັນພິລະອາດຫານ ແລະ ມີຫົວຄິດປະດິດສ້າງ ຜ່ານການວາງອອກແນວທາງທີ່ຖືກຕ້ອງ, ສະຫຼາດສ່ອງໄສ, ປີຊາສາມາດ ແລະ ນຳພາປະຊາຊົນ ຫວຽດນາມ. 
ພາຍໃຕ້ທຸງພັກສະຫງ່າງາມ, ທົ່ວປວງຊົນ ຫວຽດນາມ ສາມັກຄີກັນ, ຮ່ວມແຮງຮ່ວມໃຈເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສັ້ງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 - 03/02/2026), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ໄດ້ສົ່ງສານອວຍພອນມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ໃນສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ມີຕອນຂຽນວ່າ: ພັກກອມມູນິດ ຫວຽດນາມ ແມ່ນ ຄັນທຸງນຳພາພາລະກິດປະຕິວັດອັນພິລະອາດຫານ ແລະ ມີຫົວຄິດປະດິດສ້າງ ຜ່ານການວາງອອກແນວທາງທີ່ຖືກຕ້ອງ, ສະຫຼາດສ່ອງໄສ, ປີຊາສາມາດ ແລະ ນຳພາປະຊາຊົນ ຫວຽດນາມ. ພັກປະຊາຊົນປະຕິວັດ ລາວ ແລະປະຊາຊົນລາວບັນດາເຜົ່າ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ, ປີຊາສາມາດຂອງພັກກອມມູນິດ ຫວຽດນາມ ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ນຳໜ້າ, ທົ່ວພັກ, ທົ່ວປວງຊົນ ຫວຽດນາມຈະປະຕິບັດບັນດາເປົ້າໝາຍໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກວາງອອກ ຢ່າງມີໄຊ, ກໍ່ສ້າງປະເທດສັງຄົມນິຍົມ ຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ ແລະ ຜາສຸກ.

ໃນສານຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ, ພັກປະຊາຊົນກຳປູເຈຍໄດ້ຕີລາຄາສູງ ບັນດາຜົນສຳເລັດອັນໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນການຮັກສາສັນຕິພາບ ແລະ ພັດທະນາປະເທດໃນທຸກຂົງເຂດ.

TAG
VOV/VOVworld/ພັກ​ກອມ​ມູ​ນິດ/ຫວຽດ​ນາມ/ລາວ/ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ