ທ່ານເອກອັກຄະລັດຖະທູດ ນາງ ໂຕນທິງອກເຮືອງ ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ ໃຫ້ການສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ |
ນັກຂ່າວ: ຂອບໃຈທ່ານເອກອັກຄະລັດຖະທູດທີ່ໄດ້ສະຫງວນເວລາຕອບສຳພາດ ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ. ຂໍຮຽນ ທ່ານເອກອັກຄະລັດຖະທູດ, ປີ 2025 ແມ່ນຂີດໝາຍພິເສດ ສະເຫຼີມສະຫຼອງ 30 ປີເຕັມແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ. ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າຍທາຍຫຼາຍຢ່າງ, ຕາມ ທ່ານເອກອັກຄະລັດຖະທູດ, ຫວຽດນາມ ແລະ ບັນດາປະເທດ ອາຊຽນ ຕ້ອງເຮັດຫຍັງ ເພື່ອປັບປຸງ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນ?
ທ່ານເອກອັກຄະລັດຖະທູດ: ບັນດາປະເທດ ອາຊຽນ ໄດ້ກຳນົດແຈ້ງວິທີສຳຜັດລວມ ແນໃສ່ຮັກສາບົດບາດໃຈກາງຂອງ ອາຊຽນ ຕໍ່ບັນດາການຜັນແປໃນສະພາບແວດລ້ອມພູມສາດການເມືອງ-ເສດຖະກິດພາກພື້ນ ຊື່ງພວກເຮົາໄດ້ເຫັນນັບແຕ່ຕົ້ນປີ 2025 ມາຮອດປະຈຸບັນ. ທີໜຶ່ງແມ່ນ ປັບປຸງຄວາມສາມັກຄີ, ເອກະພາບ ແລະ ຍົກສູງບົດບາດໃຈກາງຂອງ ອາຊຽນ. ທີສອງແມ່ນ ຊອກຫາໂອກາດເພີ່ມທະວີການຮ່ວມມືເສດຖະກິດພາຍໃນກຸ່ມ. ນີ້ແມ່ນສິ່ງທ້າທາຍ ຊື່ງ ອາຊຽນ ບໍ່ທັນຜ່ານຜ່າໄດ້ໃນໄລຍະຜ່ານມາ. ແຕ່ເຖິງແນວນັ້ນກໍ່ຕາມ ບັນດາປະເທດພວມສະແດງຄວາມຕັດສິນໃຈສູງທີ່ສຸດ ເພື່ອເພີ່ມອັດຕາສ່ວນການຄ້າພາຍໃນກຸ່ມ ແລະ ຮັບປະກັນລະດັບເປັນເຈົ້າການເສດຖະກິດອັນແນ່ນນອນ, ຫຼີກລ້ຽງການຕ້ອງຂຶ້ນກັບບັນດາຄູ່ການຄ້າພາຍນອກຫຼາຍເກີນໄປ.
ທີສາມແມ່ນ ບັນດາປະເທດ ອາຊຽນ ແບ່ງປັນຄວາມປາດຖະໜາຢາກເປີດກ້ວາງ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບຢ່າງແຮງ. ການຈັດກອງປະຊຸມຂັ້ນສູງ ອາຊຽນ-ຈີນ ໃນຂອບເຂດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 46 ຜ່ານມາ ແມ່ນໜຶ່ງໃນບັນດາຄວາມມານະພະຍາມຂອງ ອາຊຽນ ຊື່ງ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າທີ່ສຸດ ເພື່ອຊອກຫາການພັດທະນາໃໝ່, ຫລຸດຜ່ອນການຕ້ອງຂຶ້ນກັບບັນດາຕະຫຼາດແບບເກົ່າ, ພິເສດ ເມື່ອບັນດາພື້ນຖານເສດຖະກິດ ອາຊຽນ ລວມທັງ ຫວຽດນາມ ຍັງແມ່ນບັນດາພື້ນຖານເສດຖະກິດເປີດ ແລະ ຂຶ້ນກັບການຄ້າ ແລະ ການລົງທຶນຈາກພາຍນອກຫຼາຍພໍສົມຄວນ.
ນັກຂ່າວ: ໃນອະນາຄົດ, ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດ ແລະ ມີການປະກອບສ່ວນຄືແນວໃດໃນ ອາຊຽນ ແລະ ມີໂອກາດໃດແດ່ເພື່ອຊຸກຍູ້ການເຊື່ອມໂຍງເສດຖະກິດ?
ເອກອັກຄະລັດຖະທູດ: ການເຂົ້າເປັນສະມາຊິກ ອາຊຽນ ໄດ້ນຳມາເຊິ່ງກາລະໂອກາດໃຫຍ່ຫຼວງຫຼາຍຢ່າງ, ນັບແຕ່ການປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ ຕະຫຼອດຮອດການເປີດກວ້າງພື້ນທີ່ເສດຖະກິດ ແລະ ກາລະໂອກາດສຳຜັດກັບຕະຫຼາດ. ເລື່ອງເຂົ້າຮ່ວມບັນດາວິວັດການຮ່ວມມື ອາຊຽນ ແລະ ບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນໃນ 3 ເສົາຄ້ຳປະຊາຄົມ ກໍຈະໜູນຊ່ວຍໃຫ້ແກ່ປະເທດຊາດ ຫວຽດນາມ, ປະຊາຊົນ ຫວຽດນາມ ໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາໂຄງການຮ່ວມມືພາກພື້ນໃນບັນດາຂົງເຂດຄື ການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ການພັດທະນາແບບຍືນຍົງ, ການຮ່ວມມືຢູ່ທະເລ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫຼຸດຜ່ອນໄພພິບັດທຳມະຊາດ, ການສຶກສາ, ບຳລຸງສ້າງ ແລະ ການໜູນຊ່ວຍວິສາຫະກິດເລີ່ມຕົ້ນທຸລະກິດ. ບັນດາຄວາມມານະພະຍາຍາມຮ່ວມມືໃນການຮັບມືກັບກໍລະນີສຸກເສີນດ້ານສາທາລະນະສຸກ ກໍຄືບັນດາບັນຫາທາງດ້ານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນ ເຊິ່ງພວກເຮົາພວມມີຄວາມສົນໃຈໃນປັດຈຸບັນ, ເຊັ່ນ: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ໝູນໃຊ້ເຕັກໂນໂລຢີໃໝ່, ພັດທະນາກະສິກຳອັດສະລິຍະ. ນີ້ແມ່ນບັນດາກາລະໂອກາດ ເຊິ່ງ ຫວຽດນາມ ຄວນໝູນໃຊ້ຢ່າງມີປະສິດທິຜົນ ເພື່ອຮັບປະກັນຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ຜ່ານວິວັດການເຊື່ອມໂຍງກັບ ອາຊຽນ, ພວກເຮົາກໍຈະຖອດຖອນໄດ້ບົດຮຽນປະສົບການ, ທັກສະອັນສຳຄັນໃຫ້ແກ່ຖັນແຖວພະນັກງານເມື່ອເຂົ້າຮ່ວມການເຊື່ອມໂຍງສາກົນ. ສຳລັບວິໄສທັດໃນອະນາຄົດ, ນັ້ນແມ່ນວິໄສທັດປະຊາຄົມ ອາຊຽນ 2045 ກໍກົງກັບການປະຕິບັດຄວາມຄາດຫວັງພັດທະນາຂອງ ຫວຽດນາມ ໃນສັງກາດບຸກບືນ. ສະນັ້ນ, ຫວຽດນາມ ຈະສືບຕໍ່ປະກອບສ່ວນ ແລະ ຜັນຂະຫຍາຍການຮ່ວມມືເພື່ອເຮັດແນວໃດໃຫ້ຮັບປະກັນຍາດແຍ່ງກາລະໂອກາດ ເຊິ່ງພາກພື້ນ, ພື້ນທີ່ເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງ ອາຊຽນ ນຳມາໃຫ້ ສາມາດບັນລຸປະສິດທິຜົນໄດ້ສູງສຸດ. ໜຶ່ງໃນບັນດາບຸລິມະສິດສຳຄັນທີ່ສຸດຂອງພວກເຮົາໃນໄລຍະຈະມາເຖິງ, ນັ້ນແມ່ນ ພວກເຮົາຈະສືບຕໍ່ຂຸດຄົ້ນກາລະໂອກາດຈາກການຮ່ວມມືການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພັດທະນາເຕັກໂນໂລຢີ, ນະວັດຕະກຳ, ສ້າງທີ່ຕັ້ງຂອງ ຫວຽດນາມ ທີ່ສູງກວ່າໃນລະບົບສະໜອງຂອງພາກພື້ນໃຫ້ເປັນຢ່າງດີທີ່ສຸດ, ຜ່ານນັ້ນ ກໍຍູ້ແຮງວິວັດການເຊື່ອມໂຍງສາກົນ ແລະ ຊ່ວຍປະຕິບັດບັນດາເປົ້າໝາຍພັດທະນາຂອງປະເທດຊາດໃນໄລຍະຍາວໃຫ້ປະກົດຜົນເປັນຈິງ.
ນັກຂ່າວ: ເຈົ້າ, ບັນດາເນື້ອໃນຈຸດສຸມຂອງວິໄສທັດປະຊາຄົມ ອາຊຽນ 2045, ບັນດາຄວາມຄາດຫວັງພັດທະນາຂອງ ຫວຽດນາມ ໃນສັງກາດບຸກບືນນັ້ນ ກໍແມ່ນສິ່ງທີ່ປະຊາຊົນຫຼາຍຄົນໃນພາກພື້ນພວມຕັ້ງຄວາມຫວັງ.
ຂະແມ: “ຂ້າພະເຈົ້າຫວັງວ່າ ອາຊຽນ ຈະສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບເພື່ອພ້ອມກັນພັດທະນາ. ນີ້ກໍແມ່ນພື້ນຖານໃຫ້ແກ່ອະນາຄົດອັນສົດໃສ”.
ລາວ: “ຂ້າພະເຈົ້າຫວັງວ່າ ອາຊຽນ ຈະສົມທົບກັນຮັບມືກັບໄພພິບັດທຳມະຊາດ, ໂລກລະບາດຢ່າງມີປະສິດທິຜົນກວ່າ. ການປົກປ້ອງປະຊາຊົນ ຍາມໃດກໍແມ່ນບຸລິມະສິດສູງສຸດ”.
ໄທ: “ຂ້າພະເຈົ້າຫວັງວ່າ ອາຊຽນ ຈະມີຫຼາຍໂຄງການໜູນຊ່ວຍເຊິ່ງກັນ ແລະ ກັນໃນທາງດ້ານເສດຖະກິດ. ເມື່ອໄລຍະຫ່າງໃນການພັດທະນາລະຫວ່າງບັນດາປະເທດໄດ້ຮັບການຮັດແຄບນັ້ນ, ອາຊຽນ ຈະມີຄວາມໝັ້ນຄົງກວ່າ”.
ຫວຽດນາມ: “ລຸ້ນນໜຸ່ມພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຂີດໝາຍອັນພົ້ນເດັ່ນຂອງ ຫວຽດນາມ ໃນ 30 ປີທີ່ໄດ້ເຂົ້າຮ່ວມຄອບຄົວໃຫຍ່ ອາຊຽນ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນສັງກາດໃໝ່, ຫວຽດນາມ ຈະເສີມຂະຫຍາຍບົດບາດຂອງຕົນ, ພ້ອມກັບ ອາຊຽນ ພັດທະນາຢ່າງແຮງ ມຸ່ງໄປເຖິງເປົ້າໝາຍລວມ, ນັ້ນແມ່ນ ນຳມາເຊິ່ງຊີວິດການເປັນຢູ່ທີ່ດີງາມກວ່າໃຫ້ແກ່ປະຊາຊົນທຸກຄົນໃນພາກພື້ນ”.




