logo

ຫັນຄວາມສາມາດບົ່ມຊ້ອນການພັດທະນາໄຟຟ້າແຮງລົມຢູ່ນອກຝັ່ງໃຫ້ປະກົດຜົນເປັນຈິງ

2025/5/6 | 05:00:00

(VOVWORLD) -ດ້ວຍທ່າໄດ້ປຽບແມ່ນປະເທດນອນໃນເຂດລົມມໍລະສົມ  ອາຊີ ຢ່າງແຮງ ແລະ ເປັນປົກກະຕິ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃຫຍ່ເພື່ອພັດທະນາພະລັງງານແຮງລົມ. ແຫລ່ງພະລັງງານນີ້ ພວມໄດ້ຮັບການກຳນົດທິດວິວັດການນຳໃຊ້ ແລະ ຂຸດຄົ້ນຈາກລັດຖະບານ ຫວຽດນາມ, ສວມບົດບາດອັນໃຫຍ່ຫລວງໃນການປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ພື້ນຖານເສດຖະກິດບໍ່ມີ carbon ໃນອະນາຄົດ.

ທົ່ງໄຟຟ້າໃຊ້ແຮງລົມ ຢູ່ ບາກລຽວ. (ພາບ: VOV)

ວັນທີ 18 ເມສາ, ກົມອຸຕຸນິຍົມ ອຸທົກກະສາດ ຫວຽດນາມ, ຫ້ອງການຜູ້ຕາງຫນ້າ ສະຫະປະຊາຊາດ ປະຈຳ ຫວຽດນາມ (UNDP) ແລະ ສະຖານທູດ ນອກແວ ໄດ້ປະກາດບົດລາຍງານ, ໃນນັ້ນ ຢັ້ງຢືນຄວາມສາມາດບົ່ມຊ້ອນດ້ານພະລັງງານແຮງລົມຢູ່ ນອກຝັ່ງ ຫວຽດນາມ ແມ່ນໃຫຍ່ຫລວງ, ມີຂຶ້ນເຖິງກວ່າ 1.000 GW. ນີ້ແມ່ນຕົວເລກລື່ນກາຍບັນດາການຕີລາຄາກ່ອນນັ້ນຂອງທະນາຄານໂລກ. ໃນນັ້ນ ຄວາມສາມາດບົ່ມຊ້ອນທີ່ພົ້ນເດັ່ນແມ່ນສຸມໃສ່ຢູ່ ບາກລຽວ - ກ່າເມົາ, ນິງທ້ວນ - ບິ່ງທ້ວນ.

ການລາຍງານແມ່ນ ເຄື່ອງມືກຳນົດທິດອັນແທດຈິງເພ່ືອໃຫ້ ຫວຽດນາມ ພັດທະນາຂະແຫນງໄຟຟ້າແຮງລົມ ແລະ ດຶງດູດການລົງທຶນ, ເປັນຕົ້ນແມ່ນໃນສະພາບແຜນການປະຕິບັດການວາງແຜນຜັງພັດທະນາໄຟຟ້າແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2025 (ການວາງແຜນຜັງໄຟຟ້າ 8) ຫາກໍ່ໄດ້ຮັບການເຊັນອະນຸມັດຢ່າງເປັນທາງການ, ສ້າງປະຖົມປັດໄຈເພື່ອເປີດພື້ນທີ່ພັດທະນາໃຫມ່ໃຫ້ແກ່ຂະແຫນງພະລັງງານ ຫວຽດນາມ ຕາມທິດຍືນຍົງ, ຍຸຕິທຳ, ສອດຄ່ອງກັບທ່າອ່ຽງເສດຖະກິດສີຂຽວ. ທ່ານ Jacques- Etienne Michel ຜູ້ອຳນວຍການກຸ່ມບໍລິສັດພະລັງງານ Equinor ເຄີຍຢືນຢັນ ບົດບາດຂອງພະລັງງານແຮງລົມຢູ່ນອກຝັ່ງໃນການພັດທະນາແບບຍືນຍົງ ຢູ່ ຫວຽດນາມ.

“ຫວຽດນາມ ຈະບໍ່ສາມາດປະຕິບັດວິວັດການຫັນປ່ຽນພະລັງງານສຳເລັດຜົນ ຖ້າຫາກບໍ່ພັດທະນາພະລັງງານໄຟຟ້າແຮງລົມຢູ່ນອກຝັ່ງ. ຫວຽດນາມ ມີຊາຍຝັ່ງທະເລຍາວຢຽດກໍ່ຄືແຫລ່ງພະລັງງານທົດແທນ ແລະ ຄວາມສາມາດບົ່ມຊ້ອນທີ່ໃຫຍ່ສຸດຢູ່ເຂດ ອາຊີຕາເວັນອອກສ່ຽງໃຕ້, ເຖິງຢ່າງໃດກໍຕາມ ພວກເຮົາຄວນເຂົ້າໃຈວ່າ ສິ່ງແວດລ້ອມທະເລຢູ່ບ່ອນນັ້ນ ໄດ້ນຳໃຊ້ຄືແນວໃດ”.

ທ່ານ Jacques- Etienne Michel ຜູ້ອຳນວຍການກຸ່ມບໍລິສັດພະລັງງານ Equinor ຢູ່ ຫວຽດນາມ. (ພາບ:Equinor)

ໂດຍກຳນົດການພັດທະນາໄຟຟ້າແຮງລົມຢູ່ນອກຝັ່ງ ແມ່ນວິວັດການຍາວນານ, ຕ້ອງມີການກະກຽມກ່ຽວກັບແຫລ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ ພິເສດແມ່ນກອບນິຕິກຳ, ຫວຽດນາມ ໄດ້ ແລະ ພວມສ້າງແຜນການໃຫ້ແກ່ວິວັດການນີ້. ທ່ານ ຢືວັນຕວານ, ຜູ້ຊ່ຽວຊານພະລັງງານທົດແທນ, ສະຖາບັນຄົ້ນຄ້ວາທະເລ ແລະ ໝູ່ເກາະ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ຖືວ່າ:

 “ໃນກົດໝາຍວ່າດ້ວຍໄຟຟ້າ ມີພາກຫນຶ່ງກ່ຽວກັບໄຟຟ້າໃຊ້ແຮງລົມຢູ່ນອກຝັ່ງ, ມີມາດຕາທີ່ກຳນົດລະອຽດກວ່າໃຫ້ແກ່ໄຟຟ້າແຮງລົມຢູ່ນອກຝັ່ງ ດ້ວຍຄາດໝາຍແມ່ນບັນລຸເກືອບ 110GW ໃນປີ 2050, ປະກອບສ່ວນປະມານ 1/3 ຍອດບັນດາແຫລ່ງໄຟຟ້າສະຫນອງໃຫ້ແກ່ການເຄື່ອນໄຫວເສດຖະກິດຂອງ ຫວຽດນາມ. ຄວນມີລັກສະນະດ້ານນິຕິກຳທີ່ລະອຽດກວ່າ ຈຶ່ງຮັບປະກັນບັນດາແຫລ່ງເງິນລົງທຶນຂອງບັນດານັກລົງທຶນ, ມີຄວາມອຸ່ນອ່ຽນໃຈລົງທຶນໃນໄລຍະ 20 - 30 ປີ, ຖ້າຫາກພຽງແຕ່ມີວິໄສທັດໄລຍະສັ້ນ ກໍ່ຍາກທີ່ບັນດາໂຄງການໄຟຟ້າແຮງລົມຢູ່ນອກຝັ່ງ ຈະພັດທະນາໄດ້”.

ພ້ອມກັບການປັບປຸງກົດໝາຍ, ຫວຽດນາມ ກໍ່ມີຄວາມເອົາໃຈໃສ່ເຖິງການລົງທຶນແຫລ່ງຊັບພະຍາກອນມະນຸດ. ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ໄດ້ຕັ້ງຫນ້າຮ່ວມມືສາກົນ ເພື່ອບຳລຸງສ້າງ, ແລກປ່ຽນຄວາມຮູ້ກ່ຽວກັບພື້ນຖານໂຄງລ່າງ ແລະ ນະໂຍບາຍສົ່ງເສີມການພັດທະນາສູນອຸດສາຫະກຳໄຟຟ້າແຮງລົມຢູ່ນອກຝັ່ງ. ນະຄອນ ຫາຍຟ່ອງ ກໍ່ແມ່ນທ້ອງຖິ່ນນຳຫນ້າໃນຂົງເຂດນີ້. ທ່ານ ຫງວຽນວັນແທ່ງ, ອະດີດຫົວຫນ້າ ພະແນກອຸດສາຫະກຳ ການຄ້າ ຫາຍຟ່ອງ ໃຫ້ຮູ້ວ່າ:

“ຄວາມຮູ້ຂອງບັນດາວິສາຫະກິດ ຫວຽດນາມ ກໍ່ພວມຄ່ອຍໆເຂົ້າເຖິງກັບລະດັບຄວາມຮູ້ຂອງສາກົນ ຜ່ານບັນດາຊຸດບຳລຸງສ້າງ. ພ້ອມກັນນັ້ນ ດ້ວຍການວາງແຜນຜັງພັດທະນາໄຟຟ້າແຮງລົມຢູ່ນອກຝັ່ງ, ໃນນັ້ນ ກຳນົດໃຫ້ແກ່ບັນດາວິສາຫະກິດ, ຫົວຫນ່ວຍສຳຫລວດກວດກາກ່ຽວກັບຄາດໝາຍກ່ຽວກັບລົມ. ນີ້ແມ່ນບັນດາດັດຊະນີດີສົມຄວນໃຫ້ແກ່ການພັດທະນາໄຟຟ້າແຮງລົມຂອງທ້ອງຖິ່ນໃນອະນາຄົດ”.

ປະຈຸບັນ ແຂວງ ບິ່ງດິ້ງ ກໍ່ພວມສຳເລັດບັນດາລະບຽບການສຸດທ້າຍ ເພື່ອໃຫ້ກຸ່ມບໍລິສັດ PNE ຂອງເຢຍລະມັນ ຜັນຂະຫຍາຍໂຄງການໄຟຟ້າແຮງລົມຢູ່ນອກຝັ່ງ ຮ່ອນເຈົາ ໂດຍໄວ ດ້ວຍກຳລັງການຜະລິດແມ່ນ 2.000MW, ເງິນລົງທຶນ 4,6 ຕື້ USD. ໂຄງການນີ້ໄດ້ແບ່ງປັນ 3 ໄລຍະ, ແຕ່ລະໄລຍະໂຄງການລົງທຶນກວ່າ 1,5 ຕື້ USD, ຄາດວ່າ ຈະໄດ້ນຳເຂົ້າໃຊ້ງານໃນປີ 2030. ເມື່ອໂຄງການນຳເຂົ້າໃຊ້ງານ, ຄາດວ່າຈະສະຫນອງແຫລ່ງໄຟຟ້າໃຫ້ແກ່ ປະມານ 3,5 ລ້ານຄອບຄົວຢູ່ ບິ່ງດິ້ງ ແລະ ຫວຽດນາມ, ຄາດວ່າ ຫລຸດຜ່ອນ 130 ລ້ານໂຕນການປ່ອຍອາຍພິດ CO2 ໃນໄລຍະ 35 ປີຂອງຮອບເວລາຂອງໂຄງການ. ທ່ານ ໂຮ່ກວັກຢູ໋ງ ເລຂາພັກແຂວງ ບິ່ງດິ້ງ ໃຫ້ຮູ້ວ່າ:

“ນີ້ແມ່ນໂຄງການຂອງກຸ່ມບໍລິສັດ PNE ທຳອິດທີ່ໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ. ບິ່ງດິ້ງ ໃຫ້ຄຳໝັ້ນສັນຍາ ຍາມໃດກໍ່ສະຫນັບສະຫນູນ ແລະ ສືບຕໍ່ຮ່ວມເດີນທາງພ້ອມກັບ PNE ຜັນຂະຫຍາຍໂຄງການ, ພ້ອມແລ້ວທີ່ຈະສ້າງເງື່ອນໄຂຊຸກຍູ້ໂຄງການນີ້ໃຫ້ປະສົບຜົນສຳເລັດ”.

         ດ້ວຍແຜນການລະອຽດ, ຫວຽດນາມ ພວມສ້າງຂະແຫນງອຸດສາຫະກຳໄຟຟ້າແຮງລົມທະເລເທື່ອລະກ້າວ, ປະກອບສ່ວນປະຕິບັດຄຳໝັ້ນສັນຍາ Net Zero ໃນປີ 2050 ແລະ ຍົກສູງທີ່ຕັ້ງດ້ານພະລັງງານທົດແທນແຫ່ງຊາດໃນແຜນທີ່ໂລກ.

TAG
VOV/VOVworld/ໄຟຟ້າໃຊ້ແຮງລົມ/ພະລັງງານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ