logo

ຫັນທ່ວງທ່າເປັນດີຈີຕອນ - ຫັນການແຜ່ກະຈາຍເປັນສີຂຽວ - ວິສາຫະກິດບຸກທະລຸ - ປະເທດຊາດບືນຕົວອອກໄປໄກ

2026/2/9 | 09:27:00
(VOVWORLD) - ພິທີປຸກລະດົມ 2 ຂະບວນການແຂ່ງຂັນດັ່ງກ່າວແມ່ນເຫດການມີຄວາມໝາຍສຳຄັນ ເພື່ອຜັນຂະຫຍາຍຢ່າງວ່ອງໄຫວ, ຢ່າງແຮງ ແລະ ຄົບຊຸດເລື່ອງ ນຳມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເຂົ້າສູ່ຊີວິດໃນທັນທີ.
(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ  ກ່າວຄຳເຫັນທີ່ພິທີ)

        ຕອນເຊົ້າວັນທີ 09 ກຸມພາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ ໄດ້ເປັນປະທານພິທີປຸກລະດົມຂະບວນການແຂ່ງຂັນ “ປ່ຽນແປງໃໝ່ນະວັດຕະກຳ, ພັດທະນາວິທະຍາສາດ, ເຕັກໂນໂລຊີ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ” ແລະ ຂະບວນການແຂ່ງຂັນຮັກຊາດ “ພັດທະນາວິສາຫະກິດພາກເອກະຊົນ, ຍົກສູງປະສິດທິຜົນວິສາຫະກິດຂອງລັດ”. ພິທີປຸກລະດົມໄດ້ຈັດຂຶ້ນຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເຊື່ອມຕໍ່ທາງໄກກັບ 34 ແຂວງ, ນະຄອນໃນທົ່ວປະເທດ.

        ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ພິທີປຸກລະດົມ 2 ຂະບວນການແຂ່ງຂັນດັ່ງກ່າວແມ່ນເຫດການມີຄວາມໝາຍສຳຄັນ ເພື່ອຜັນຂະຫຍາຍຢ່າງວ່ອງໄຫວ, ຢ່າງແຮງ ແລະ ຄົບຊຸດເລື່ອງ ນຳມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເຂົ້າສູ່ຊີວິດໃນທັນທີ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

        “ເສີມຂະຫຍາຍບັນຍາກາດ “ທຸກຄົນພ້ອມກັນແຂ່ງຂັນ/ຂະແໜງການພ້ອມກັນແຂ່ງຂັນ/ແຂ່ງຂັນໃນແຕ່ລະມື້”, ແຕ່ລະສ່ວນບຸກຄົນແມ່ນ “ແກ່ນສານ” ການເມືອງຫຼັກແຫຼ່ງ “ຫັນການແຂ່ງຂັນກາຍເປັນກຳລັງໜູນ, ຫັນຄວາມຕັດສິນໃຈກາຍເປັນການກະທຳ, ຫັນການອຸທິດສ່ວນເປັນໝາກຜົນ, ຫັນແຕ່ລະວຽກງານປະຈຳວັນໃຫ້ກາຍເປັນແຫຼ່ງກຳລັງໃຫ້ແກ່ຕົນເອງ, ໃຫ້ແກ່ບ້ານເກີດເມືອງນອນປະເທດຊາດ”, ປະກອບສ່ວນນຳປະເທດຊາດໃຫ້ພັດທະນາຮັ່ງມີເຂັ້ມແຂງ, ສີວິໄນ, ຈະເລີມຮຸ່ງເຮືອນ, ຜາສຸກ ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງໜັກແໜ້ນ. ຂ້າພະເຈົ້າຖະແຫຼງປຸກລະດົມ 2 ຂະບວນແຂ່ງຂັນດ້ວຍຈິດໃຈ “ຫັນທ່ວງທ່າເປັນດີຈີຕອນ - ຫັນການແຜ່ກະຈາຍເປັນສີຂຽວ - ວິສາຫະກິດບຸກທະລຸ - ປະເທດຊາດບືນຕົວອອກໄປໄກ”.

TAG
VOV/VOVworld/ວິ​ທະ​ຍາ​ສາດ/ເຕັກ​ໂນ​ໂລ​ຊີ/ຫັນ​ເປັນ​ດີ​ຈີ​ຕອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ