logo

ຫວຽດ - ຈີນ ປັບປຸງໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການຮ່ວມມືແທດຈິງ ແລະ ຍຸດທະສາດ

2025/4/14 | 10:02:37
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ,  ວັນທີ 14 ພຶດສະພາ, ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ໃນລະຫວ່າງວັນທີ 04 15 ເມສາ. ການຢ້ຽມຢາມມີຄວາມໝາຍສຳຄັນສຳລັບການພົວພັນສອງປະເທດ, ພິເສດ, ປີ 2025 ນີ້ ໄດ້ສ້າງຂີດໝາຍ 75 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 18 ມັງກອນ 2025). ການຢ້ຽມຢາມແມ່ນໂອກາດເພື່ອປັບປຸງໄມຕີຈິດມິດຕະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ເຮັດໃຫ້ການພົວພັນອັນແທດຈິງລະຫວ່າງສອງຝ່າຍເລິກເຊິ່ງກວ່າອີກ.

        ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ມີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ຫວຽດນາມ ແລະ ຈີນ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ແມ່ນກຳນົດທິດຢ່າງສະເໝີຕົ້ນສະເໝີປາຍແກ່ການພັດທະນາການພົວພັນສອງຝ່າຍຢ່າງມີສະຖຽນລະພາບໃນສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປຢ່າງສັບສົນ.

        ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການສ້າງ “ປະຊາຄົມພ້ອມກັນແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ” ຕາມກຳນົດທິດ “6 ກວ່າ” ທີ່ໄດ້ສ້າງຕັ້ງເມື່ອເດືອນ ທັນວາ 2023, ໄດ້ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນສອງຝ່າຍ.

       ປັບປຸງໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ

ທ່ານຮອງສາດສະດາຈານ ນາງ ທານຈິນເອື໊ອ, ນັກຮຽນຮູ້ຄົ້ນຄວ້າກ່ຽວກັບ ຫວຽດນາມ

        ໃນສະພາບການນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ມີຄວາມໝາຍສຳຄັນພິເສດ. ຫວຽດນາມ ແມ່ນປະເທດທຳອິດ ເຊິ່ງທ່ານ ສີຈີ້ນຜິງ ໄປຢ້ຽມຢາມໃນປີນີ້. ພ້ອມດຽວກັນນັ້ນ, ນີ້ກໍແມ່ນຄັ້ງທີ 4 ທີ່ທ່ານມາຢ້ຽມຢາມ ຫວຽດນາມ ໃນຖານະເປັນການນຳສູງສຸດຂອງ ຈີນ ແລະ ເປັນຄັ້ງທີ 2 ໃນອາຍຸການດຽວ. ສິ່ງດັ່ງກ່າວສະແດງໃຫ້ເຫັນການຖືເປັນສຳຄັນຢ່າງສູງຂອງພັກ, ລັດ ຈີນ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃນນາມສ່ວນຕົວ ຕໍ່ການພັດທະນາການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ. ທ່ານຮອງສາດສະດາຈານ ນາງ ທານຈິນເອື໊ອ, ນັກຮຽນຮູ້ຄົ້ນຄວ້າກ່ຽວກັບ ຫວຽດນາມ, ນັກຄົ້ນຄວ້າອາວຸໂສຂອງສະຖາບັນຄົ້ນຄວ້າລັດທິ ມາກ, ຂຶ້ນກັບສະຖາບັນວິທະຍາສາດສັງຄົມ ຈີນ, ຖືວ່າ:

        “ພັກຄອມມູນິດ ຈີນ ຫາກໍ່ຈັດຕັ້ງກອງປະຊຸມວຽກງານບ້ານໃກ້ເຮືອນຄຽງ ສູນກາງ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ສີຈີ້ນຜິງ ໄດ້ຮຽກຮ້ອງຕ້ອງຖືການທູດກັບປະເທດບ້ານໃກ້ເຮືອນຄຽງເປັນວຽກງານຈຸດສຸມ, ພິເສດ ຕ້ອງຖືນີ້ແມ່ນເປົ້າໝາຍຕົ້ນຕໍ ແລະ ທິດທາງບຸລິມະສິດສຳຄັນເພື່ອພ້ອມກັບບັນດາປະເທດບ້ານໃກ້ເຮືອນຄຽງບັນລຸວັດທະນະຖາວອນລວມ. ດັ່ງນັ້ນ, ຂ້າພະເຈົ້າຖືວ່າ, ຫວຽດນາມ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມສຳຄັນຍິ່ງ ແລະ ການພົວພັນ ຫວຽດນາມ - ຈີນ ກໍແມ່ນການພົວພັນພິເສດທີ່ສຸດ. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານໃນປີນີ້ ແລະ ຫວຽດນາມ ແມ່ນປະເທດທຳອິດທີ່ທ່ານເລືອກໄປຢ້ຽມຢາມ. ສິ່ງດັ່ງກ່າວ ກໍພໍສະແດງໃຫ້ເຫັນ ການຖືເປັນສຳຄັນຂອງ ຈີນ ທີ່ມີຕໍ່ ຫວຽດນາມ ແລະ ການພົວພັນ ຈີນ - ຫວຽດ”.

ທ່ານ ຫຼິນຈຽນ  ໂຄສົກກະຊວງການຕ່າງປະເທດ ຈີນ

        ໂດຍອີງໃສ່ບັນດາໝາກຜົນການຮ່ວມມືທີ່ມີປະສິດທິຜົນ, ແທດຈິງໃນທຸກຂົງເຂດໃນໄລຍະຜ່ານມາ, ການຢ້ຽມຢາມຂອງການນຳຂັ້ນສູງ ຈີນ ມາ ຫວຽດນາມ ຈະສືບຕໍ່ສ້າງພື້ນຖານອັນໝັ້ນແກ່ນກວ່າອີກ ກ່ຽວກັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ກຳນົດທິດແກ່ການພັດທະນາຢ່າງມີສະຖຽນລະພາບ, ປອດໃສເຂັ້ມແຂງຂອງການພົວພັນສອງຝ່າຍໃນສະພາບການສາກົນ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ. ທ່ານ ຫຼິນຈຽນ  ໂຄສົກກະຊວງການຕ່າງປະເທດ ຈີນ ຖືວ່າ:

        “ການຢ້ຽມຢາມໄດ້ດຳເນີນກົງກັບຈຸດເວລາສະເຫຼີມສະຫຼອງ 75 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຈີນ - ຫວຽດນາມ, ເຊິ່ງມີຄວາມໝາຍອັນຍິ່ງໃຫຍ່ໃນການສືບຕໍ່ມູນເຊື້ອ ແລະ ເປີດອະນາຄົດໃຫ້ແກ່ການພົວພັນສອງປະເທດ. ຈີນ ປາດຖະໜາຢາກພ້ອມກັບ ຫວຽດນາມ, ຖືການຢ້ຽມຢາມຄັ້ງນີ້ແມ່ນໂອກາດປັບປຸງໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ “ທັງເປັນມິດສະຫາຍ, ທັງເປັນອ້າຍນ້ອງ” ລະຫວ່າງ ຈີນ ແລະ ຫວຽດນາມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເຮັດໃຫ້ການພົວພັນຮ່ວມມືແທດຈິງ, ເລິກເຊິ່ງກວ່າອີກ, ຊຸກຍູ້ການສ້າງປະຊາຄົມພ້ອມກັນແບ່ງປັນອະນາຄົດ ຈີນ - ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດເຂົ້າສູ່ລວງເລິກ, ແທດຈິງ, ປະກອບສ່ວນເຂົ້າໃນການສ້າງປະຊາຄົມພ້ອມກັນແບ່ງປັນອະນາຄົດໃຫ້ມວນມະນຸດຫຼາຍກວ່າອີກ”.

       ພ້ອມກັນປະຕິບັດວິໄສທັດຮ່ວມອະນາຄົດໃຫ້ປະກົດຜົນເປັນຈິງ

        ດ້ວຍຄວາມໝາຍນັ້ນ, ການຢ້ຽມຢາມ ຈະສົ່ງຜົນກະທົບຕໍ່ການພັດທະນາການພົວພັນ ຫວຽດນາມ - ຈີນ ໃນໄລຍະຍາວ ໃນສະພາບສອງປະເທດລ້ວນແຕ່ກ້າວເຂົ້າສູ່ສັງກາດໃໝ່, ຍຸກສະໄໝພັດທະນາໃໝ່.

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ 

        ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ມີການພົບປະເຈລະຈາຂັ້ນສຸດຍອດກັບທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕາມລຳດັບ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການ, ທິດທາງ, ກຳນົດທິດໃຫຍ່ ແນໃສ່ຊຸກຍູ້ການພົວພັນສອງປະເທດໃນທຸກຂົງເຂດ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ:

        “ການຢ້ຽມຢາມ ໄດ້ກຳນົດບັນດາທິດທາງໃຫຍ່, ຈຸດສຸມຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດ; ຍົກລະດັບການຮ່ວມມືອັນແທດຈິງລະຫວ່າງສອງປະເທດຕາມທິດ ນັບມື້ນັບມີຄຸນນະພາບ, ມີປະສິດທິຜົນ ແລະ ຍືນຍົງ; ຊຸກຍູ້ການສ້າງ “ຈຸດພົ້ນເດັ່ນ” ກ່ຽວກັບການຮ່ວມມືລະດັບສູງ, ໂດຍສະເພາະໃນບັນດາຂົງເຂດ ຫວຽດນາມ ມີຄວາມຕ້ອງການ, ຈີນ ມີທ່າແຮງຄື ທາງລົດໄຟບັນລຸມາດຕະຖານ, ການຄ້າຜະລິດຕະພັນກະເສດ, ວິທະຍາສາດເຕັກໂນໂລຢີ, ການສຶກສາບຳລຸງສ້າງ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ… ມີເອກະສານຮ່ວມມືປະມານ 40 ສະບັບໃນບັນດາຂົງເຂດ ຈະໄດ້ລົງນາມໃນໂອກາດນີ້, ສ້າງພື້ນຖານອັນສຳຄັນເພື່ອຜັນຂະຫຍາຍການຮ່ວມມືໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນສູງກວ່າ”.

        ການຢ້ຽມຢາມກໍແມ່ນຂີດໝາຍສຳຄັນໃນປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ ປີ 2025, ປະກອບສ່ວນເປີດກວ້າງການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ, ຜ່ານນັ້ນ ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເສີມຂະຫຍາຍໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ປັບປຸງພື້ນຖານປະຊາມະຕິອັນດີງາມສຳລັບການພົວພັນສອງຝ່າຍ.

        ບົນເນື້ອໃນຈິດໃຈ “ຢາກໄປໄກຕ້ອງໄປພ້ອມກັນ”, ຫວຽດນາມ ແລະ ຈີນ ພວມຢູ່ໃນຈຸດເວລາສຳຄັນເພື່ອພ້ອມກັນປະຕິບັດຄວາມຄາດຫວັງລວມ, ວິໄສທັດລວມກ່ຽວກັບອະນາຄົດອັນສົດໄສໃຫ້ປະກົດຜົນເປັນຈິງ ດ້ວຍຄວາມຕິດສິນໃຈລວມ, ສຽງເວົ້າລວມ ແລະ ການກະທຳລວມເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ.

TAG
VOV/VOVworld/ປ​ະ​ຊາ​ຄົມ​ພ້ອມ​ກັນ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ/ບ້​ານ​ໃກ້​ເຮືອນ​ຄຽງ/ເລ​ຂາ​ທິ​ການ​ໃຫຍ່/ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ