logo

ຫວຽດ​ນາມ​ກາຍ​ເປັນ​ສະ​ຖານ​ທີ່​ນັດ​ພົບ​ໄດ້​ຮັບ​ຄວາມ​ນິ​ຍົມ​ແຖວ​ໜ້າ​ໃນ​ປີ 2026

2025/12/30 | 09:02:43
(VOVWORLD) - ຮ່າໂນ້ຍ, ສູນກາງວັດທະນະທຳຂອງທົ່ວປະເທດ ສ້າງຄວາມປະທັບໃຈດ້ວຍການປະສົມປະສານລະຫວ່າງຄຸ້ມເມືອງເກົ່າ, ສະຖາປັດຕະຍະກຳແຕ່ສະໄໝຫົວເມືອງຂຶ້ນ ແລະ ການດຳລົງຊີວິດໃນປັດຈຸບັນ. 
(ພາບປະກອບ: ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ)

ຕາມວາລະສານ Vogue ຂອງຝລັ່ງ, ກ້າວເຂົ້າສູ່ປີ 2026, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງໜຶ່ງໃນບັນດາສະຖານທີ່ດຶງດູດທີ່ສຸດຢູ່ອາຊີ, ຍ້ອນການປະສົມປະສານຢ່າງກົມກ່ຽວ ລະຫວ່າງທິວທັດທຳມະຊາດທີ່ພົ້ນເດັ່ນ, ວັດທະນະທຳ ແລະ ພະລັງຊີວິດທີ່ທັນສະໄໝ ຂອງບັນດາຕົວເມືອງໃຫຍ່. ຄວາມດຶງດູດຂອງການທ່ອງທ່ຽວ ຫວຽດນາມ ກ່ອນອື່ນໝົດແມ່ນສະຖານທີ່ທຳມະຊາດທີ່ມີລັກສະນະສັນຍາລັກ. ອ່າວຮະລອງ ດ້ວຍຫາດຊາຍທະເລຂຽວສົດໃສ ແລະ ບັນດາພູຫີນຕັ້ງສະຫງ່ານສືບຕໍ່ແມ່ນຮູບພາບທີ່ເປັນສັນຍາລັກຂອງ ການທ່ອງທ່ຽວ ຫວຽດນາມ, ທີ່ເຄີຍປະກົດໃນຫຼາຍຮູບເງົາສາກົນ. ຢູ່ເຂດພາກກາງ, ກຸງເກົ່າເຫ້ວ ດຶງດູດແຂກທ່ອງທ່ຽວຍ້ອນບັນດາປູຊະນີຍະສະຖານປະຫວັດສາດທີ່ໄດ້ຮັບການຮັບຮອງວ່າເປັນມໍລະດົກໂລກ.

ບັນດາຕົວເມືອງໃຫຍ່ ກໍ່ເປັນຂີດໝາຍຢ່າງຈະແຈ້ງໃນຂະແໜງການທ່ອງທ່ຽວຫວຽນາມ. ຮ່າໂນ້ຍ, ສູນກາງວັດທະນະທຳຂອງທົ່ວປະເທດ ສ້າງຄວາມປະທັບໃຈດ້ວຍການປະສົມປະສານລະຫວ່າງຄຸ້ມເມືອງເກົ່າ, ສະຖາປັດຕະຍະກຳແຕ່ສະໄໝຫົວເມືອງຂຶ້ນ ແລະ ການດຳລົງຊີວິດໃນປັດຈຸບັນ. ໃນຂະນະນັ້ນ, ນະຄອນໂຮ່ຈີມິນ ປັດຈຸບັນປະກົດຕົວຄືດັ່ງຕົວເມືອງທີ່ຂະຫຍັນຂັນເຂື່ອນ ດ້ວຍບັນດາຕຶກອາຄານສູງທີ່ທັນສະໄໝຕັ້ງຢູ່ຄຽງຂ້າງບັນດາກິດຈະກຳສະຖາປັດຕະຍາກຳທີ່ເກົ່າແກ່ຕາມໄລຍະເວລາ.

TAG
VOV/VOVworld/ຫວຽດ​ນາມ/ການ​ທ່ອງ​ທ່ຽວ/ແຂກ​ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ