logo

ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ພະ​ລັງ​ງານ​ທົດ​ແທນ​ສາ​ກົນ

2025/12/16 | 08:46:05
(VOVWORLD) - ຫວຽດນາມ ໄດ້ກາຍເປັນສະມາຊິກທາງການຂອງອົງການພະລັງງານທົດແທນສາກົນ (IRENA) ແຕ່ວັນທີ 7 ພະຈິກ, ພາຍຫຼັງທີ່ສຳເລັດລະບຽບການຕ່າງໆຕາມຂໍ້ກຳນົດກົດລະບຽບ.
ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮວ່າງລອງ ພ້ອມດ້ວຍຜູ້ຕາງໜ້າ IRENA ໃນວາລະເຮັດວຽກຂອງຕອນເຊົ້າວັນທີ 15/12  (ພາບ: VGP)

 ຕາມທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ສິ່ງດັ່ງກ່າວໄດ້ສ້າງຂີດໝາຍຕໍ່ບາດກ້າວເດີນສຳຄັນໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງຂະແໜງພະລັງງານ, ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ເພີ່ມທະວີການແລກປ່ຽນນະໂຍບາຍ, ເຂົ້າເຖິງຖານຂໍ້ມູນ, ການວິເຄາະວິໄຈ ແລະ ໜູນຊ່ວຍທາງດ້ານເຕັກນິກ ແນໃສ່ຮັບໃຊ້ວຽກງານວາງແຜນຜັງ, ພັດທະນາພະລັງງານທົດແທນ ແລະ ຫັນປ່ຽນພະລັງງານຕາມກຳນົດທິດທີ່ໄດ້ຮັບການອະນຸມັດຜ່ານ.

ໃນຂະນະນັ້ນ, ຜູ້ຕາງໜ້າອົງການ IRENA ໄດ້ຢັ້ງຢືນວ່າ ອົງການນີ້ຕີລາຄາສູງນະໂຍບາຍພັດທະນາພະລັງງານ, ໃນນັ້ນ ມີພະລັງງານທົດແທນຂອງ ຫວຽດນາມ ແລະ ເຊື່ອໝັ້ນວ່າ ເລື່ອງ ຫວຽດນາມ ເຂົ້າຮ່ວມ IRENA ຈະເປີດຫຼາຍໂອກາດຮ່ວມມືທີ່ແທດຈິງ ໃນການໜູນຊ່ວຍນະໂຍບາຍ, ພັດທະນາໂຄງການ ແລະ ລະດົມແຫຼ່ງກຳລັງໃຫ້ແກ່ການຫັນປ່ຽນພະລັງງານ.

IRENA ແມ່ນອົງການແຖວໜ້າໂລກໃນຂົງເຂດພະລັງງານທົດແທນ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009, ປັດຈຸບັນມີ 170 ປະເທດ ແລະ ສະຫະພາບເອີຣົບ ເປັນສະມາຊິກ.

TAG
VOV/VOVworld​/ອົງ​ການ​ພະ​ລັງ​ງານ​ທົດ​ແທນ​ສາ​ກົນ/ສະ​ມາ​ຊິກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ