logo

ຫວຽດ​ນາມ - ກາ​ນາ​ດາ ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ

2026/1/6 | 15:35:15
(VOVWORLD) - ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ ການາດາ ເພີ່ມທະວີການປະກົດຕົວຢູ່ພາກພື້ນ ແລະ ຊຸກຍູ້ການຮ່ວມມືກັບ ອາຊຽນ ແລະ ບັນດາກົນໄກໃນພາກພື້ນ ໂດຍ ອາຊຽນ ນຳພາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ແລະ ທ່ານ Randeep Sarai, ລັດຖະມົນຕີພັດທະນາສາກົນ, ກະຊວງບັນດາບັນຫາທົ່ວໂລກ ການາດາ (ພາບ: TTXVN)

ຕອນບ່າຍວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນທີ່ການຕ້ອນຮັບທ່ານ Randeep Sarai, ລັດຖະມົນຕີພັດທະນາສາກົນ, ກະຊວງບັນດາບັນຫາທົ່ວໂລກ ການາດາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມປາດຖະໜາຢ່າງສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ ເລິກເຊິ່ງກວ່າເກົ່າ; ທ່ານສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນ; ຍົກລະດັບການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່; ສືບຕໍ່ຊຸກຍູ້ການພັດທະນາ ແລະ ເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າ, ພິເສດແມ່ນການເຊື່ອມຕໍ່ວິສາຫະກິດສອງປະເທດ, ນຳການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກາຍເປັນເສົາຄ້ຳຫຼັກໃນການພົວພັນສອງຝ່າຍ.

ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ ການາດາ ເພີ່ມທະວີການປະກົດຕົວຢູ່ພາກພື້ນ ແລະ ຊຸກຍູ້ການຮ່ວມມືກັບ ອາຊຽນ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ ໂດຍ ອາຊຽນ ນຳພາ.

ສ່ວນທ່ານ Randeep Sarai, ລັດຖະມົນຕີພັດທະນາສາກົນ, ກະຊວງບັນດາບັນຫາທົ່ວໂລກ ການາດາ, ໃຫ້ຮູ້ວ່າ ການາດາ ພ້ອມແລ້ວທີ່ຈະໜູນຊ່ວຍ, ຮ່ວມມືກັບ ຫວຽດນາມ ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາພື້ນຖານໂຄງລ່າງ, ຫັນປ່ຽນພະລັງງານ, ຂຸດຄົ້ນປຸງແຕ່ງແຮ່ທາດທີ່ຈຳເປັນ, ລົງທຶນໃນບັນດາຜະລິດຕະພັນຜະລິດຢູ່ ຫວຽດນາມ ເພື່ອສົ່ງອອກໄປຍັງບັນດາປະເທດ.

TAG
VOV/VOVworld/ກາ​ນາ​ດາ/ຫວຽດ​ນາມ/ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ