logo

ຫວຽດ​ນາມ ກ​ຳ​ນົດ​​ທີ່​ຕັ້ງເປັນ​ສູນກາງ​ເສດ​ຖະ​ກິດສຳ​ຄັນຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

2025/12/30 | 07:32:07
(VOVWORLD) - ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງຈຸດເດັ່ນກ່ຽວກັບການເຕີບໂຕຂອງພາກພື້ນ ຍ້ອນມີການປະຕິຮູບອຸດສາຫະກຳ, ການເພີ່ມລະດັບຄວາມໄວໃນການລົງທຶນພື້ນຖານໂຄງລ່າງ ແລະ ເດີນຕາມຮູບແບບພັດທະນາແບບຍືນຍົງ.
ພາບໜ້າຈໍບົດຂຽນໄດ້ເອົາລົງໃນໜັງສືພິມ The Nation 

ໜັງສືພິມ The Nation (ໄທ) ສະບັບອອກວັນທີ 28 ທັນວາ ໄດ້ລົງບົດຂຽນ “Vietnam positions itself as a key Southeast Asian economic hub” (ຫວຽດນາມ ກຳນົດທີ່ຕັ້ງເປັນສູນກາງເສດຖະກິດສຳຄັນຂອງ ອາຊີຕາເວັນອອກສ່ຽງໃຕ້), ໂດຍໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງຈຸດເດັ່ນກ່ຽວກັບການເຕີບໂຕຂອງພາກພື້ນ ຍ້ອນມີການປະຕິຮູບອຸດສາຫະກຳ, ການເພີ່ມລະດັບຄວາມໄວໃນການລົງທຶນພື້ນຖານໂຄງລ່າງ ແລະ ເດີນຕາມຮູບແບບພັດທະນາແບບຍືນຍົງ. ຕາມບົດຂຽນແລ້ວ, ປັດຈຸບັນນີ້ ຫວຽດນາມ ນອນໃນກຸ່ມບັນດາພື້ນຖານເສດຖະກິດທີ່ມີລະດັບເຕີບໂຕໄວທີ່ສຸດໃນ ອາຊຽນ. ບົດຂຽນໄດ້ຄັດສະເໜີຂໍ້ມູນຈາກຫ້ອງການຄ້າ ແລະ ອຸດສາຫະກຳ ໄທ ປະຈຳ ຫວຽດນາມ, ຍອດຜະລິດຕະພັນພາຍໃນປະເທດ (GDP)  9 ເດືອນຕົ້ນປີ 2025, ເພີ່ມຂຶ້ນ 7,85%, ສະແດງໃຫ້ເຫັນທ່ວງທ່າຟື້ນຟູແບບຍືນຍົງໃນສະພາບການເສດຖະກິດພາກພື້ນພວມຢຸດໄວ້. ບົດຂຽນຍັງຄາດຄະເນວ່າ ຫວຽດນາມ ຈະສືບຕໍ່ນອນໃນກຸ່ມບັນດາພື້ນຖານເສດຖະກິດເຕີບໂຕໄວສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນ 5 ປີຈະມາເຖິງ. ຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP ສະເລ່ຍບັນລຸ 10% ຕໍ່ປີ ໃນໄລຍະ 2026 – 2030, ມຸ່ງໄປເຖິງກາຍເປັນປະເທດມີລາຍຮັບສູງໃນປີ 2045. GDP ສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມ ຄາດວ່າຈະ ເພີ່ມຂຶ້ນຈາກລະດັບເກືອບ 5.000 USD ໃນປີ 2024 ຂຶ້ນເປັນ 8.500 USD ໃນປີ 2030.

ໜັງສືພິມ The Nation ໃຫ້ຂໍ້ສັງເກດວ່າ ດ້ວຍຈຳນວນປະຊາກອນຫຼາຍ, ຄວາມຕ້ອງການພາຍໃນປະເທດເພີ່ມຂຶ້ນຢ່າງວ່ອງໄວ, ການປະຕິຮູບລະບຽບການບໍລິຫານໄດ້ຮັບການຊຸກຍູ້ຢ່າງເລິກເຊິ່ງກວ້າງຂວາງ ແລະ ກະແສທຶນ FDI ຮັກສາໄວ້ຢ່າງຕັ້ງໜ້າ, ຫວຽດນາມ ພວມນັບມື້ນັບພົ້ນເດັ່ນຂຶ້ນຄືດັ່ງສູນກາງເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງ ອາຊີຕາເວັນອອກສ່ຽງໃຕ້.

 

TAG
VOV/VOVworld/ຫວຽດນາມ ກຳນົດທີ່ຕັ້ງ/ສູນກາງເສດຖະກິດສຳຄັນ/ອາຊີຕາເວັນອອກສ່ຽງໃຕ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ