logo

ຫວຽດ​ນາມ - ຄູ່​ຮ່ວ​ມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ບ່ອນ​ອີງ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ

2025/9/1 | 14:58:00
(VOVWORLD) - ພາຍຫຼັງ 80 ປີ ນັບແຕ່ວັນສະຖາປະນາປະເທດຊາດ (2/9/1945-2/9/2025), ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ. ຈາກໜ້າປະຫວັດສາດທີ່ສະຫງ່າອົງອາດໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຕະຫຼອດຮອດພາລະກິດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ໃນວັນນີ້ ໄດ້ເປັນທີ່ຍອມຮັບຈາກເພື່ອນມິດສາກົນວ່າ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນບ່ອນອີງໃຫ້ແກ່ສັນຕິພາບ ແລະ ການພັດທະນາ.
(ພາບປະກອບ: VOV)

ວັນທີ 2 ກັນຍາ 1945, ປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ໄດ້ກຳເນີດຂຶ້ນ, ເປີດສັງກາດເອກະລາດ, ເສລີພາບໃຫ້ແກ່ຊົນຊາດ ຫວຽດນາມ. 80 ປີພາຍຫຼັງວັນຍາດໄດ້ເອກະລາດ, ຫວຽດນາມ ໄດ້ກ້າວເຂົ້າສູ່ຂອບຂະໜາດໃໝ່: ໝັ້ນໃຈ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍສີສັນວັດທະນະທຳ - ປະຫວັດສາດ, ພ້ອມທັງຢັ້ງຢືນຄວາມຮັບຜິດຊອບ ແລະ ຄວາມໄວ້ເນື້ອເຊື່ອໃຈທົ່ວໂລກ.

ຫວຽດນາມ - ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ

ໃນສະພາບການໂລກພວມມີການຜັນແປທີ່ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ຫຼາຍປະເທດຖື ຫວຽດນາມ ເປັນສຳຄັນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈດ້ານການເມືອງ, ເສດຖະກິດ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວັດທະນະທຳ. ຜົນງານທາງດ້ານເສດຖະກິດ - ສັງຄົມ ມີຄວາມເປັນໜ້າປະທັບໃຈ, ສະພາບແວດລ້ອມດ້ານການເມືອງມີສະຖຽນລະພາບ, ພ້ອມດ້ວຍນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ ໄດ້ນຳ ຫວຽດນາມ ກາຍເປັນສະຖານທີ່ດູດດື່ມໃນການລົງທຶນ, ຮ່ວມມື ແລະ ພົວພັນແລກປ່ຽນ. ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ:

“ມາຮອດປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນດ້ານເສດຖະກິດ - ການຄ້າກັບຫຼາຍກວ່າ 230 ປະເທດ, ເຂດແຄວ້ນ; ລົງນາມ ແລະ ຜັນຂະຫຍາຍສັນຍາການຄ້າເສລີ (FTA) 17 ສະບັບ, ໃນນັ້ນ ມີຫຼາຍສັນຍາ FTA ລຸ້ນໃໝ່ ແລະ ພວມຊຸກຍູ້ການເຈລະຈາກັບບັນດາຄູ່ຮ່ວມມືອື່ນອີກ. ໃນຜົນງານທີ່ໜ້າເອກອ້າງທະນົງໃຈ ແມ່ນມີເລື່ອງ ຫວຽດນາມ ບືນຕົວຂຶ້ນນອນໃນກຸ່ມ 32 ປະເທດແຖວໜ້າໂລກກ່ຽວກັບຂອບຂະໜາດ GDP, ກຸ່ມ 20 ປະເທດທີ່ມີຂອບຂະໜາດການຄ້າ ແລະ ການດຶງດູດການລົງທຶນຕ່າງປະເທດໃຫຍ່ທີ່ສຸດ”.

ພ້ອມດຽວກັນນັ້ນ, ຫວຽດນາມ ກໍພວມກາຍເປັນຕ່ອງໂສ້ສຳຄັນໃນຕະຫຼາດພາກພື້ນ ແລະ ສາກົນ. ນັ້ນແມ່ນສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບກຳລັງພາຍໃນທີ່ອຸດົມສົມບູນ ແລະ ວິໄສທັດພັດທະນາແບບຍືນຍົງ, ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ໄລຍະວັດທະນາຖາວອນໃໝ່.

ຫວຽດນາມ - ບ່ອນອີງໃຫ້ແກ່ສັນຕິພາບ ແລະ ການພັດທະນາ

ບໍ່ພຽງແຕ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເທົ່ານັ້ນ, ປະຊາຄົມສາກົນ ຍັງໄດ້ຕີລາຄາວ່າ ຫວຽດນາມ ແມ່ນບ່ອນອີງໃຫ້ແກ່ສັນຕິພາບ ແລະ ການພັດທະນາ. ໂດຍເລີ່ມຈາກມູນເຊື້ອຮັກຫອມສັນຕິພາບ, ຈາກປະສົບການໃນປະຫວັດສາດທີ່ເຄີຍຜ່ານຜ່າບັ້ນຕໍ່ຕ້ານຍາດເອົາເອກະລາດຄັ້ງຕ່າງໆ, ຫວຽດນາມ ຍາມໃດກໍຢຶດໝັ້ນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ຊຸກຍູ້ການຮ່ວມມື ແລະ ການສົນທະນາເຈລະຈາ. ທ່ານ John McAuliff, ຜູ້ອຳນວຍການຝ່າຍບໍລິຫານ, ກອງທຶນໄກ່ເກ່ຍ ແລະ ພັດທະນາ ອາເມລິກາ ໃຫ້ຂໍ້ສັງເກດວ່າ:

“ຫວຽດນາມ ມີທີ່ຕັ້ງໂດຍບໍ່ມີປະເທດໃດຄື, ໄດ້ຮັບຄວາມເຊື່ອໝັ້ນຈາກບັນດາປະເທດທີ່ບໍ່ຄ່ອຍສະໜັບສະໜູນກັນ ແລະ ລ້ວນແຕ່ສ້າງສາຍພົວພັນກັບ ຫວຽດນາມ ຢ່າງອົບອຸ່ນ. ໃນໂລກຫຼາຍສົ້ນທີ່ເຕັມໄປດ້ວຍຄວາມອັນຕະລາຍ, ຫວຽດນາມ ອາດສາມາດສວມບາດບາດເປັນກາງໄກ່ເກ່ຍ. ນີ້ແມ່ນຄວາມດຸ່ນດ່ຽງທີ່ຄ່ອງແຄ້ວ ເຊິ່ງ ຫວຽດນາມ ໄດ້ຖອດຖອນບົດຮຽນ ຜ່່ານໄລຍະນັບພັນປີ”.

ຮູບພາບບັນດານັກຮົບໃສ່ໝວກເບເລສີຟ້າຂອງ ຫວຽດນາມ ຢູ່ ອາຟະລິກາ ແມ່ນສິ່ງພິສູດໃຫ້ແກ່ປະເທດ ຫວຽດນາມ ທີ່ມີຄວາມຮັບຜິດຊອບ, ມີວັດທະນະທຳມະນຸດ, ຄືດັ່ງທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບ ໄດ້ຕີລາຄາໃນການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ເມື່ອເດືອນ ມິຖຸນາ 2025 ວ່າ:

ຫວຽດນາມ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງເຂັ້ມແຂງຕໍ່ກັບ ສປຊ, ໃນນັ້ນ ມີການເຄື່ອນໄຫວຮັກສາສັນຕິພາບ ເວົ້າສະເພາະ. ພວກຂ້າພະເຈົ້າ ຍາມໃດກໍເຫັນກຳລັງຮັກສາສັນຕິພາບຂອງ ຫວຽດນາມ ມີທັກສະ, ມີກຳລັງຄວາມສາມາດທີ່ເປັນມືອາຊີບ, ປັບຕົວ ແລະ ປະຕິບັດໜ້າທີ່ໄດ້ເປັນຢ່າງດີ ນັບທັງຢູ່ໃນສະພາບແວດລ້ອມທີ່ຮ້າຍແຮງຢູ່ຫຼາຍບໍລິເວນ. ການປະກອບສ່ວນຂອງພວກເພື່ອນໄດ້ໜູນຊ່ວຍໃຫ້ພວກຂ້າພະເຈົ້າສ້າງເປັນຄວາມແຕກຕ່າງໃຫ້ແກ່ສັນຕິພາບ, ພິເສດແມ່ນສ້າງເປັນຄວາມແຕກຕ່າງໃຫ້ແກ່ປະຊາຄົມຢູ່ບັນດາເຂດທີ່ຖືກຜົນກະທົບຈາກການປະທະກັນ”.

ການເຂົ້າຮ່ວມບັນດາຂໍ້ລິເລີ່ມທົ່ວໂລກ ທີ່ນັບມື້ນັບເລິກເຊິ່ງກວ້າງຂວາງຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບປະເທດ ຫວຽດນາມ ມີຄວາມຮັບຜິດຊອບ, ວັດທະນະທຳມະນຸດໃນສັງກາດໃໝ່. ກ້າວເຂົ້າສູ່ສັງກາດໃໝ່, ຫວຽດນາມ ໄດ້ເພີ່ມທະວີການປະກອບສ່ວນເຂົ້າໃນພື້ນຖານສັນຕິພາບ, ການຮ່ວມມື, ພັດທະນາ ແລະ ຄວາມກ້າວໜ້າຂອງມວນມະນຸດຢ່າງບໍ່ຢຸດຢັ້ງ. ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ:

“ປັດຈຸບັນ, ການເຊື່ອມໂຍງເຂົ້າກັບສາກົນ ບໍ່ຢຸດຢູ່ເລື່ອງຢັ້ງຢືນທີ່ຕັ້ງຂອງ ຫວຽດນາມ ວ່າ ເປັນປະເທດມາຕາມຫຼັງ, ເຂົ້າຮ່ວມ, ເຂົ້າເປັນສະມາຊິກເທົ່ານັ້ນ, ຫາກຍັງກຳນົດທີ່ຕັ້ງບົດບາດຂອງປະເທດແຫ່ງການສ້າງສາ, ກຳນົດຂອບຂະໜາດ ແລະ ນຳພາບັນດາຂອບເຂດການຮ່ວມມືທີ່ເໝາະສົມດ້ວຍເງື່ອນໄຂ ແລະ ກຳລັງຄວາມສາມາດໃໝ່ຂອງປະເທດຊາດອີກດ້ວຍ”.

ພາຍຫຼັງ 80 ປີ ນັບແຕ່ເມື່ອສະຖາປະນາປະເທດ, ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານທີ່ມີຊີວິດຊີວາຂອງປະເທດຊາດທີ່ມີຄວາມຮັບຜິດຊອບ, ມີວັດທະນະທຳມະນຸດ, ເພື່ອບັນດາເປົ້າໝາຍລວມຂອງມວນມະນຸດ. ຈາກວິວັດການຕໍ່ສູ້ຍາດເອົາເອກະລາດຕະຫຼອດຮອດເສັ້ນທາງເຊື່ອມໂຍງ ແລະ ພັດທະນາ, ຫວຽດນາມ ໄດ້ ແລະ ພວມຢັ້ງຢືນທີ່ຕັ້ງບົດບາດ: ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນບ່ອນອີງໃຫ້ແກ່ສັນຕິພາບ ແລະ ການພັດທະນາ, ດ້ວຍຄວາມຄາດຫວັງສ້າງໂລກທີ່ດີງາມກວ່າເກົ່າ./.

TAG
VOV/VOVworld/ຄູ່​ຮ່ວ​ມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ/ບ່ອນ​ອີງ​ໃຫ້​ແກ່​ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ