logo

ຫວຽດ​ນາມ ​ຈັດ​ພິ​ທີມອບ​​ຮັບໂຮງ​ຮຽນ​ມັດທະ​ຍົມ​ຕອນ​ປາຍ - ສອນ​ວິ​ຊາ​ຊີບ​ແບບ​ຢ່າງ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

2023/1/11 | 11:30:18
(VOVWORLD) -ຕອນເຊົ້າວັນທີ 11 ມັງກອນ, ຢູ່ເມືອງໜອງບົກ, ແຂວງຄຳມ່ວນ (ພາກກາງລາວ), ກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລາວ ພ້ອມກັບອຳນາດການປົກຄອງແຂວງ ຄຳມ່ວນຈັດຕັ້ງພິທີມອບຮັບໂຮງຮຽນມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ - ຫວຽດນາມ
ພິທີມອບຮັບໂຮງຮຽນມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ - ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນຮຶວໂດະ ເນັ້ນໜັກວ່າ ໂຮງຮຽນມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ - ຫວຽດນາມ ແມ່ນຂອງຂວັນຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ, ອີກຄັ້ງໜຶ່ງໄດ້ ຢັ້ງຢືນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ຫວຽດນາມ ທີ່ມີຕໍ່ຂະແໜງການສຶກສາເວົ້າສະເພາະ ແລະ ການຮ່ວມມືມິດຕະພາບແບບພິເສດລະຫວ່າງສອງປະເທດເວົ້າລວມ.

ໂດຍຕາງໜ້າໃຫ້ລັດຖະບານລາວ ຮັບໂຄງການ, ທ່ານນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາລາວ ຢັ້ງຢືນວ່າໂຄງການຈະປະກອບສ່ວນພັດທະນາຂະແໜງການສຶກສາ ແລະ ສ້າງວຽກເຮັດງານທຳໂດຍກົງໃຫ້ແກ່ປະຊາຊົນແຂວງຄຳມ່ວນ ແລະ ບັນດາແຂວງໃກ້ຄຽງ ທີ່ມີໂອກາດໄດ້ຮັບການບຳລຸງສ້າງອາຊີບ ແລະ ທັກສະປະສົບການ ຕົວຈິງ.

TAG
VOV/VOVworld/ການ​ພົວ​ພັນ/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ