logo

ຫວຽດ​ນາມ ຈະ​ປະ​ກາດ​ 2 ຂໍ້​ລິ​ເລີ່ມ​ກ່ຽວ​ກັບ SDGs ແລະ ສິດ​ທິ​ມະ​ນຸດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 61 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

2026/2/24 | 07:17:00
(VOVWORLD) - ຄະນະຜູ້ແທນ ຫວຽດນາມ ຈະເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນວິວັດການປຶກສາຫາລື ມະຕິ 36 ສະບັບຂອງກອງປະຊຸມ ແລະ ຈະມີ 2 ຂໍ້ລິເລີ່ມ ເຊັ່ນ: ຖະແຫຼງການຮ່ວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs); ຈັດເຫດການຢູ່ນອກກອງປະຊຸມພ້ອມກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະ ໄທ ກ່ຽວກັບຜົນກະທົບເຖິງສິດທິມະນຸດຂອງການສໍ້ກົງທາງອິນເຕີເນັດ.
ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ (ຜູ້ນັ່ງທາງກາງຢູ່ແຖວທີ 2) ໃນພິທີໄຂ ເມື່ອວັນທີ 23/2  (ພາບ: TTXVN)

ວາລະປະຊຸມຂັ້ນສູງໃນຂອບເຂດກອງປະຊຸມຄັ້ງທີ 61 ສະພາສິດທິມະນຸດ ສປຊ ໄດ້ໄຂຂຶ້ນໃນວັນທີ 23 ກຸມພາ, ຢູ່ ເຊີແນວ, ສະວິດ. ໃນກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໂດຍທ່ານມາຍຟານຢຸງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ນຳໜ້າ ຈະເຂົ້າຮ່ວມ ແລະ ປະກອບຄຳເຫັນໃນວາລະປືກສາຫາລືກ່ຽວກັບຫຼາຍບັນຫາຈຸດສຸມ, ລວມມີການປ່ຽນແປງຂອງດິນຟ້າອາກາດ, ສິດຂອງເດັກ, ສິດທິສະບຽງອາຫານ, ສິດຂອງຄົນພິການ, ພ້ອມກັບບັນດາຄວາມເອົາໃຈໃສ່ລວມຂອງປະຊາຄົມສາກົນ. ຄາດວ່າ ຄະນະຜູ້ແທນ ຫວຽດນາມ ຈະເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນວິວັດການປຶກສາຫາລື ມະຕິ 36 ສະບັບຂອງກອງປະຊຸມ ແລະ ຈະມີ 2 ຂໍ້ລິເລີ່ມ ເຊັ່ນ: ຖະແຫຼງການຮ່ວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs); ຈັດເຫດການຢູ່ນອກກອງປະຊຸມພ້ອມກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະ ໄທ ກ່ຽວກັບຜົນກະທົບເຖິງສິດທິມະນຸດຂອງການສໍ້ກົງທາງອິນເຕີເນັດ.

TAG
VOV/VOVworld/SDGs/ສິດທິມະນຸດຂອງການສໍ້ກົງທາງອິນເຕີເນັດ/ສະພາສິດທິມະນຸດ ສປຊ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ