logo

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

2025/2/13 | 14:18:00
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກະກຽມໃຫ້ດີທີ່ສຸດບັນດາການເຄື່ອນໄຫວທາງການທູດສຳຄັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2025, ສອງປະເທດລວ້ນແຕ່ມີບັນດາເຫດການສຳຄັນ.
ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ (ພາບ: VOV)

ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ ໃນຕອນບ່າຍວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ພວມມີການຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 12 – 14 ກຸມພາ 2025.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກະກຽມໃຫ້ດີທີ່ສຸດບັນດາການເຄື່ອນໄຫວທາງການທູດສຳຄັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2025, ສອງປະເທດລວ້ນແຕ່ມີບັນດາເຫດການສຳຄັນ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານເນັ້ນໜັ້ກວ່າ ການພົວພັນສອງປະເທດພວມຢູ່ໃນໄລຍະດີງາມທີ່ສຸດ, ທ່ານຢັ້ງຢືນ ລາວຈະສົມທົບກັບຫວຽດນາມຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດໃຫ້ເປັນຢ່າງດີທີ່ສຸດເພື່ອນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ. ທີ່ການຕ້ອນຮັບທ່ານນາຍົກລັດຖະມົຕນີ ສະແດງຄວາມຊົມເຊີຍເມື່ອການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສອງປະເທດສືບຕໍ່ມີການພັດທະນາດ້ວຍວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸ 2,25 ຕື້ USD, ເພີ່ມຂຶ້ນ 38,2%ເມື່ອທຽບໃສ່ກັບປີ 2023 ແລະ ມຸ່ງໄປວົງເງິນການຄ້າ ບັນລຸ 5 ຕື້ USD ໃນໄລຍະຈະມາເຖິງ.

TAG
VOV/VOVworld/ການ​ພົວ​ພັນ/ຫວຽດ​ນາ​ມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ