logo

ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ເດີນ​ທາງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ລາວ

2025/4/25 | 11:10:00
(VOVWORLD) - ຫວຽດນາມ ຈະສືບຕໍ່ເພີ່ມທະວີການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ລາວ, ພິເສດແມ່ນໃນບັນດາຂົງເຂດຫຼັກແຫຼ່ງແກ່ນສານ ແລະ ຈະສືບຕໍ່ເປັນຄູ່ຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນບັນດາຄວາມມານະພະຍາຍາມໃນການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ລາວ ຢ່າງແຮງ ແລະ ຮອບດ້ານ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ  ກ່າວຄຳເຫັນໃນພິທີພົບປະມິດຕະພາບ (ພາບ: VOV)

ຕອນເຊົ້າວັນທີ 25 ເມສາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມພິທີພົບປະມິດຕະພາບ ດ້ວຍຫົວຂໍ້ “ສອງຊາດລາວ-ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮາ ທັງແມ່ຂອງ ບໍ່ເລິກປຸນປານໄດ້”, ໂດຍໄດ້ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ ຢູ່ທີ່ນະຄອນຫຼວງ ວຽງຈັນ. ພິທີດັ່ງກ່າວໄດ້ຮັບການຖ່າຍທອດສົດໃນຊ່ອງໂທລະພາບແຫ່ງຊາດ ລາວ.

        ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ:

        “ໃນສັງກາດພັດທະນາບືນຕົວຂຶ້ນຂອງຊາດ ຫວຽດນາມ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງລາວ ຢ່າງແຮງ ແລະ ຮອບດ້ານ. ດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ພວກຂ້າພະເຈົ້າພ້ອມແລ້ວທີ່ຈະແບ່ງປັນບົດຮຽນທີ່ປະສົບຜົນສຳເລັດກັບບັນດາສະຫາຍ, ບັນດາເພື່ອນລາວໃນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຜັນຂະຫຍາຍບັນດາແຜນນະໂຍບາຍໃຫຍ່ຄື ສ້າງກົງຈັກລັດໃຫ້ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ; ບຸກທະລຸໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ; ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່. ພວກຂ້າພະເຈົ້າກໍກຳນົດຢ່າງຈະແຈ້ງວ່າ ຜົນສຳເລັດຂອງເພື່ອນ ລາວ ກໍແມ່ນຜົນສຳເລັດຂອງ ຫວຽດນາມ”.

        ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະຫງວນນ້ຳໃຈອັນດີງາມ ແລະ ຈິງໃຈທີ່ສຸດ, ສຸມທຸກແຫຼ່ງກຳລັງໃນຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ຮ່ວມມືດ້ານການສຶກສາບຳລຸງສ້າງ, ພິເສດແມ່ນສຳລັບນັກສຶກສາລາວ. ຫວຽດນາມ ຈະສືບຕໍ່ເພີ່ມທະວີການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ລາວ, ພິເສດແມ່ນໃນບັນດາຂົງເຂດຫຼັກແຫຼ່ງແກ່ນສານ ແລະ ຈະສືບຕໍ່ເປັນຄູ່ຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນບັນດາຄວາມມານະພະຍາຍາມໃນການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ລາວ ຢ່າງແຮງ ແລະ ຮອບດ້ານ.

ຫວຽດເກື່ອງ

TAG
VOV/VOVworld/ປະທານປະເທດ ຫວຽດນາມ ເລືອງເກື່ອງ/ຄູ່​ຮ່ວມ​ເດີນ​ທາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ