logo

ຫ​ວຽດ​ນາມ ຈະ​ສົມທົບ​ ກັບ WHO ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ທີ່​ເກີດ​ຈາກ ໄວ​ຣັດ Nipah

2026/1/30 | 10:13:01
(VOVWORLD) -  ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ຫວຽດນາມ ຍັງບໍ່ທັນຢັ້ງຢືນກໍລະນີໃດຕິດພະຍາດຈາກ ໄວຣັດ Nipah ເທື່ອ ແລະ ພ້ອມທີ່ຈະຮ່ວມມືກັບປະຊາຄົມສາກົນ ເພື່ອຮັບມືກັບໂລກລະບາດທີ່ອັນຕະລາຍນີ້. 
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 29 ມັງກອນ, ຢູ່ຮ່າໂນ້ຍ ທີ່ການຖະແຫຼງຂ່າວປະຈຳອາທິດຂອງ ກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງການປະສານສົມທົບຂອງ ຫວຽດນາມ ກັບປະຊາຄົມສາກົນ ໃນການຮັບມືກັບໂລກລະບາດທີ່ເກີດຈາກ ໄວຣັດ Nipah. ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ຫວຽດນາມ ຍັງບໍ່ທັນຢັ້ງຢືນກໍລະນີໃດຕິດພະຍາດຈາກ ໄວຣັດ Nipah ເທື່ອ ແລະ ພ້ອມທີ່ຈະຮ່ວມມືກັບປະຊາຄົມສາກົນ ເພື່ອຮັບມືກັບໂລກລະບາດທີ່ອັນຕະລາຍນີ້. ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ: 

ເພື່ອຮັບມືກັບໂລກລະບາດ, ບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ພວມສົມທົບກັບບັນດາທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອເພີ່ມທະວີວຽກງານຕິດຕາມກວດກາການປ້ອງກັນ, ຕ້ານໂລກລະບາດນັບແຕ່ບັນດາດ່ານຊາຍແດນ, ຮາກຖານການແພດ ແລະ ປະຊາຄົມ; ກຽມພ້ອມບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ. ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ຫວຽດນາມ ຈະສືບຕໍ່ຕິດຕາມການຜັນແປຂອງໂລກລະບາດ, ປະສານສົມທົບກັບອົງການອະນາໄມໂລກ, ບັນດາປະເທດໃນໂລກ ຢ່າງແໜ້ນແຟ້ນເພື່ອດຳເນີນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງທັນການ, ເໝາະສົມ ແລະ ບັນລຸປະສິດທິຜົນ.

TAG
VOV/VOVworld/ໄວ​ຣັດ Nipah/ຫ​ວຽດ​ນາມ/WHO

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ