logo

ຫວຽດ​ນາມ ຊຸກ​ຍູ້​ການ​ສົນ​ທະ​ນາຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ ຢູ່ ປາ​ນາ​ມາ

2026/2/19 | 08:38:27
(VOVWORLD) -   ນີ້ແມ່ນກອງປະຊຸມສຳມະນາຄັ້ງທີ 4 ແລະ ກໍແມ່ນກອງປະຊຸມສຳມະນາຄັ້ງສຸດທ້າຍໃນລະບົບປຶກສາຫາພາກພື້ນ ໂດຍ ຫວຽດນາມ ຈັດຂຶ້ນ ແນໃສ່ກະກຽມໃຫ້ແກ່ກອງປະຊຸມສຳຫຼວດສົນທິສັນຍາ NPT ປີ 2026.
ທ່ານ ເອກອັກຄະລັດຖະທູດ  ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ໃນອາທິດຜ່ານມາ (ວັນທີ 12 – 13 ກຸມພາ), ກອງປະຊຸມສໍາມະນາທີ່ປຶກສາໃຫ້ແກ່ບັນດາປະເທດສະມາຊິກພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ ຂອງ ສົນທິສັນຍາ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ໄດ້ດຳເນີນຢູ່ນະຄອນ ປານາມາ ຊີຕີ, ປະເທດ ປານາມາ. ກອງປະຊຸມສຳມະນາດັ່ງກ່າວ ໂດຍ ຫວຽດນາມ ເປັນປະທານ ສົມທົບກັບຫ້ອງວ່າການ ສປຊ ກ່ຽວກັບບັນດາບັນຫາຫຼຸດຜ່ອນກຳລັງອາວຸດ ແລະ ການທະຫານ (UNODA) ແລະ ສະພາບເອີຣົບ (EU) ຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 25 ປະເທດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນຄົ້ນຄວ້າຈາກພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ.

        ນີ້ແມ່ນກອງປະຊຸມສຳມະນາຄັ້ງທີ 4 ແລະ ກໍແມ່ນກອງປະຊຸມສຳມະນາຄັ້ງສຸດທ້າຍໃນລະບົບປຶກສາຫາພາກພື້ນ ໂດຍ ຫວຽດນາມ ຈັດຂຶ້ນ ແນໃສ່ກະກຽມໃຫ້ແກ່ກອງປະຊຸມສຳຫຼວດສົນທິສັນຍາ NPT ປີ 2026. ໂດຍໄດ້ເປັນປະທານກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ  ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນບັນດາບຸລິມະສິດ ທີ່ ຫວຽດນາມ ຄາດຄະເນຈະຊຸກຍູ້ໃນຖານະເປັນປະທານ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາບໍລິຫານກອງປະຊຸມບົນຈິດໃຈຈະແຈ້ງ, ດຸ່ນດ່ຽງ ແລະ ກວມລວມ, ຮັບຟັງ ແລະ ສ່ອງແສງຄວາມເອົາໃຈໃສ່, ຜົນປະໂຫຍດອັນຊອບທຳຈາກບັນດາປະເທດສະມາຊິກຢ່າງຄົບຖ້ວນ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດໃນພາກພື້ນ ອາເມລິກາ - ລາຕິນ ແລະ ກາຣີເບ, ເຊິ່ງເປັນພາກພື້ນລົບລ້າງອາວຸດນິວເຄຼຍທຳອິດໃນໂລກ, ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ກອງປະຊຸມສຳຫຼວດປີ 2026.


TAG
VOV/VOVworld/ສົນທິສັນຍາ NPT ປີ 2026/ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ