logo

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ກັບ ກຳ​ປູ​ເຈຍ​ເປັນ​ສຳ​ຄັນ

2026/1/26 | 12:31:50
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ CPP ແລະ ຖືເປັນສຳຄັນສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. 
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານນາງ Men Sam On ຮອງປະທານພັກປະຊາຊົນກຳປູເຈຍ (CPP), ຜູ້ຕາງໜ້າປະທານພັກ CPP Hun Sen 
(ພາບ: TTXVN)

ຕອນບ່າຍວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານນາງ Men Sam On ຮອງປະທານພັກປະຊາຊົນກຳປູເຈຍ (CPP), ຜູ້ຕາງໜ້າປະທານພັກ CPP Hun Sen ມາອວຍພອນຜົສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ CPP ແລະ ຖືເປັນສຳຄັນສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ແບ່ງປັນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽ,ນາມ ເມື່ອພິຈາລະນາບັນດາບັນຫາສາກົນ ໄດ້ຊີ້ແຈ້ງວ່າສືບຕໍ່ສ້າງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ກັບ ກຳປູເຈຍ ມີຄວາມໝາຍຍຸດທະສາດ, ສຳຄັນທີ່ສຸດ ຕໍ່ສະຖຽນລະພາບ ແລະ ການພັດທະນາຂອງສອງປະເທດ ກໍ່ຄືສຳລັບສັນຕິພາບ, ການຮ່ວມມືໃນພາກພື້ນ ແລະ ໂລກ.

ສ່ວນທ່ານນາງ Men Sam On, ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາດ້ວຍວິໄສທັດຍາວໄກຂອງທ່ານເລຂາທິການໃຫຍ່ ໂຕເລິມ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະປະຕິບັດສຳເລັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

TAG
VOV/VOVworld/ຫວຽດ​ນາມ/ກຳ​ປູ​ເຈຍ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ