logo

ຫວຽດ​ນາມ ດຶງ​ດູດ​ທຶນ FDI ກວ່າ 38 ຕື້ USD

2026/1/6 | 07:12:56
(VOVWORLD) - ໃນກອງປະຊຸມຂ່າວທີ່ປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ IV ແລະ ປີ 2025, ທີ່ດຳເນີນໃນຕອນບ່າຍວັນທີ 05 ມັງກອນຢູ່ຮ່າໂນ້ຍ, ກົມສະຖິຕິ, ກະຊວງການເງິນໃຫ້ຮູ້ວ່າ ເງິນລົງທຶນຕ່າງປະເທດທັງໝົດ (FDI) ທີ່ຈົດທະບຽນລົງທຶນຢູ່ ຫວຽດນາມ ໃນປີ 2025 ບັນລຸໄດ້ກວ່າ 38,4 ຕືິ້ USD, ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ປີກ່ອນ.

 ໃນນັ້ນ, ທຶນ FDI ປະຕິບັດບັນລຸກວ່າ 27,6 ຕື້ USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ປີກ່ອນ. ນີ້ແມ່ນຈຳນວນທຶນ FDI ສູງສຸດໃນ 5 ປີຜ່ານມາ. ທຶນຈົດທະບຽນໃໝ່ມີກວ່າ 4.000 ໂຄງການ ໄດ້ຮັບອະນຸຍາດ ດ້ວຍຈຳນວນທຶນຈົດທະບຽນບັນລຸກວ່າ 17,3 ຕື້ USD, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ປີກ່ອນ; ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດແຕ່ງໄດ້ຮັບການອະນຸຍາດລົງທຶນດ້ວຍທຶນ FDI ແມ່ນໃຫຍ່ທີ່ສຸດ ດ້ວຍຈຳນວນທຶນຈົດທະບຽນບັນລຸເກືອບ 10 ຕືື້ USD.

ໃນຈຳນວນ 90 ປະເທດ ແລະ ເຂດແຄວ້ນທີ່ມີໂຄງການລົງທຶນ ໄດ້ຮັບອະນຸມັດໃໝ່ຢູ່ ຫວຽດນາມ ໃນປີ 2025 ນັ້ນ, ສິງກະໂປ ແມ່ນນັກລົງທຶນໃຫຍ່ສຸດ ດ້ວຍຈໍານວນທຶນ 4,84 ຕື້ USD; ຖັດມາແມ່ນ ຈີນ, ຮົ່ງກົງ (ຈີນ), ຍີ່ປຸ່ນ… ໃນຈຳນວນຂະແໜງລົງທຶນເຂົ້າ ຫວຽດນາມນັ້ນ, ອຸດສາຫະກຳປຸງແຕ່ງ, ປະດິດແຕ່ງບັນລຸເກືອບ 22,9 ຕື້ USD, ກວມເອົາເກືອບ 83% ຈຳນວນເງິນລົງທຶນ FDI ທັງໝົດທີ່ໄດ້ປະຕິບັດໃນປີ.

TAG
VOV/VOVworld/ດຶງ​ດູດ​ທຶນ FDI/ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ/ປະ​ດິດ​ແຕ່ງ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ